ໄທ:ນາຍົກລັດຖະມົນຕີຍິ່ງລັກຊິນນະວັດກ່າວຫາສານລັດຖະທຳມະນູນສວຍໃຊ້ສິດອຳນາດ

ໄທ:ນາຍົກລັດຖະມົນຕີຍິ່ງລັກຊິນນະວັດກ່າວຫາສານລັດຖະທຳມະນູນສວຍໃຊ້ສິດອຳນາດ - ảnh 1

ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິ່ງ​ລັກ ຊິນ​ນະ​ວັດ
(ພາບ: AFP/TTXVN)

(vovworld) – ວັນ​ທີ 9/4, ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິ່ງ​ລັກ ຊິນ​ນະ​ວັດ ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ: ສານ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ນີ້​ບໍ່​ມີ​ພື້ນຖານ​ເພື່ອ​ພິຈາລະນາ​ກໍລະນີຮ້ອງ​ຟ້ອງ​ຕ້ານ​ທ່ານ​ນາງ ​ທີ່ກ່ຽວ​ຂ້ອງ​ເຖິງ​ຂໍ້​ຕົກລົງ​ຍົກຍ້າຍ​ບຸກຄະລາ​ກອນ. ​​ໃນຖະ​ແຫຼ​ງການ​ຢູ່ ​ແວ​ບ​ໄຊ​ສັງຄົມ​ຂອງ​ຕົນ, ທ່ານນາງ ຍິ່ງລັກ ຖື​ວ່າ: ສານ​ລັດຖະທຳ​ມະນູນ​ບໍ່​ມີ​ພື້ນຖານ​ໃດ​ເພື່ອ​ດຳ​ເນີນ​​ເຫດການ​ນີ້. ການ​ກະທຳ​ດັ່ງກ່າວ​ຂອງ​ສານ​ອາດ​ຈະ​ແມ່ນ​ບາ​ດລ້ຽວສຳ​ລັບຂະ​ແໜງ​ບໍລິຫານ ​ໄທ ​ເມື່ອ​​ເປັນ​ຄັ້ງ​ທຳ​ອິດ​ທີ່ອົງການ​ເອກະລາດ ຮັບ​ຮູ້​ພິຈາລະນາ​ການ​ຮ້ອງ​ຟ້ອງ​ທີ່​ກ່ຽວຂ້ອງ​ເຖິງ​ຂໍ້​ຕົກລົງ​ຍົກຍ້າຍ​ບຸກຄະ​ລາ​ກອນ​ພົນລະ​ເຮືອນ. ທ່ານ​ນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ບັນດາອົງການ​ເອກະ​ລາດ​ພິຈາລະນາ​ຢ່າງ​ລະອຽດ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ປະຕິບັດ​ກົດໝາຍ ​ໂດຍ​ອີງ​ໃສ່​ຫຼັກການ​ດຸ່ນດຽງ, ຫຼີກ​ລ້ຽງ​ບໍ່​ໃຫ້​ກ່າຍກອງ​ກັນ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ ​ແລະ ສິດ​ອຳນາດ​ລະຫວ່າງ​ບັ​ນດາ​ອົງການ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ.

    ຖະ​ແຫຼ​ງການ​ດັ່ງກ່າ​ວ​​ໂດຍ​ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍົກ​ອອກ​ມາ​ພາຍຫຼັງສານ​ລັດຖະທຳ​ມະນູນ ​ໄທ ຮັບໃບ​ຮ້ອງ​ຟ້ອງ​ຂອງ​ກຸ່ມ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ເອກະລາດ ກ່າວ​ຫາ​ທ່ານນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ລະ​ເມີດ​ລັດຖະທຳ​ມະນູນ​ເມື່ອ​ອອກ​ຂໍ້​ຕົກ​ລົງ​ຍົກຍ້າຍ​ທ່ານ ທະວິນ ປລຽນ​ສີ ອອກ​ຈາກ​ຕຳ​ແໜ່​ງ ​ເລຂາທິການ​ໃຫຍ່ ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ (NSC) ​ເມື່ອ​ປີ 2011.


ຂ່າວ/ບົດ​ອື່ນ