ໄທ:ຝ່າຍຄ້ານບໍ່ເຈລະຈາກັບລັດຖະບານ

ໄທ:ຝ່າຍຄ້ານບໍ່ເຈລະຈາກັບລັດຖະບານ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ບາງກອກ
(ພາບປະກອບ)


(vovworld) – ​ໃນ​ວັນ​ທີ 13/1, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ເລີ່​ມປິດ​ລ້ອ​ມບັນດາ​​ເສັ້ນທາງ​ຕົ້ນ​ຕໍ່, ສະ​ກັດກັ້ນ​ພາລະ​ກອນ​ໄປ​ເຮັດ​ວຽກ​ຢູ່​ສຳນັກງານ ​ແລະ ບໍ່​ສົ່ງ​ໄຟຟ້າ​​ເຖິງອົງການ​ສຳຄັນ​ຂອງ​ລັດ​ຈຳນວນ​ໜຶ່ງ​ຢູ່​ນະຄອນຫຼວງ ບາງກອກ. ກຳລັງ​ແຫ່​ຂະ​ບວນປະ​ທ້ວງ ພວມ​ເພີ່​​ມທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ໂຄ້ນ​ລົ້ມ​ລັດຖະບານ​ຊົ່ວຄາວ​ຂອງ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ​ແລະ ສະກັດ​ກັ້ນ​ການ​ເລືອກ​ຕັ້ງ​ຄາ​ດວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 2/2 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 12/1, ຫົວໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ທ່ານ ສຸ​ເທບ ​ເທືອ​ກສຸບັນ ປະຕິ​ເສດ​ການ​ເຈລະຈາ​ກັບ​ລັດຖະບານ. ​ໃນ​ຂະນະ​ນັ້ນ, ອຳນາດ​ການ​ປົກຄອງ ​ໄທ ​ລະດົມຕຳຫຼວ​ດ ​ແລະ ນັກຮົບ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ວັນ “ປິດ​ລ້ອມນະຄອນຫຼວງ” ຂອງ​ກຳລັງ​ແຫ່​ຂະ​ບວນປະ​ທ້ວງ ປະມານ 20.000 ຄົນ. ທ່າ​ນນາງ​ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນ​ນະ​ວັດ ສະ​ເໜີ​ໃຫ້​ກອງທັບ​ເປັນຜູ້​ໄກ່​ເກ່ຍ​ໃນ​ການ​ເຈລະຈາ​ລະຫວ່າງ ລັດຖະບານ ​ແລະ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ການ​ເມືອງ​ໃນ​ປະຈຸ​ບັນ. ທ່ານ​ນາງນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນ​ນະ​ວັດ ຢັ້ງຢືນ​ຈະ​ສືບ​ຕໍ່​ຮັກ​ສາ​ຕຳ​ແໜ່​ງນາຍົກລັດຖະມົນຕີ ຊົ່ວຄາວ ​ເພື່ອສົ່ງ​ເສີມ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 2/2.

   

ຂ່າວ/ບົດ​ອື່ນ