ໄທມອບຫຼຽນໄຊອັນສູງສົ່ງໃຫ້ຫົວໜ້າໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ

ໄທມອບຫຼຽນໄຊອັນສູງສົ່ງໃຫ້ຫົວໜ້າໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ - ảnh 1
ພົນ​ເອກ ທະນະ​ສັກ ປະຕິມາ​ປະກອນ ແລະ ພົນ​ໂທ ​ໂດ໋ບ໋າ​ຕິ

(vovworld) - ຕອນ​ບ່າຍ​ວັນ​ທີ 8/9, ທີ່​ສຳນັກງານ​ກອງ​ເສ​ນາທິການ​ກອງທັບ​ ​ໄທ ຢູ່​ນະຄອນຫຼວງ​ບາງກອກ, ພົນ​ເອກ ທະນະ​ສັກ ປະຕິມາ​ປະກອນ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີການ​ຕ່າງ​ປະ​ເທ​ດ, ​ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ ​ໄທ, ຕາງໜ້າ​ໃຫ້​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໄທ, ມອບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ໃຫ້​ພົນ​ໂທ ​ໂດ໋ບ໋າ​ຕິ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ ຫວຽດນາມ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ພົນ​ໂທ ​ໂດ໋ບ໋າ​ຕິ ສະ​ແດງ​ຄວາ​ມພາກພູມ​ໃຈ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຍ້ອນ​ໄດ້​ຮັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ໂດຍ​ພະ​ບາ​ດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ, ​ເຊິ່ງ​ແມ່ນ​ຫຼຽນ​​ໄຊ​ອັນ​ສູງ​ສົ່ງ​ສຳລັບ​ບັນດາ​ພົນລະ​ເມືອງ ​ໄທ ​ແລະ ພົນລະ​ເມືອງຕ່າງປະ​ເທດ​ມີ​ຄຸນງາມຄວາມດີ​ທີ່​ມີ​ຕໍ່ລາ​ຊະ​ອາ​ຈັກ ໄທ. ພົນ​ໂທ ​ໂດ໋ບ໋າ​ຕິ, ກ່າວ​ວ່າ:

    “​ເລື່ອງ​ຂ້າພະ​ເຈົ້າ​​​ໄດ້​ຮັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ໃນ​ມື້​ນີ້, ​ແມ່ນ​ສັນຍາ​ລັກ​ຂອງ​ຄວາມ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ, ​ແມ່ນ​ການ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ພົວພັນ​ການ​ທະຫານ - ປ້ອງ​ກັນຊາ​ດ ຫວຽດນາມ ​ແລະ ​ໄທ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ແມ່ນ​ການ​ພິສູດ​ຢ່າງ​ມີ​ຊີວິດ​ຊີ​ວາ​ທີ່​ສຸດ​ຂອງ​ຄວາມ​ສາມັກຄີ, ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ, ສູ້​ຊົນ​ເພື່ອ​ສັນຕິ​ພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ ອາ​ຊຽນ ​ໃນ​ປີ 2015 ​ແລະ ກໍ່​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ.”

    ພົນ​ໂທ ​ໂດ໋ບ໋າ​ຕິ ສະ​ແດງ​ຄວາມ​ຫວັງ​ວ່າ​ ການ​ພົວພັນ ຫວຽດນາມ - ​ໄທ ຈະ​ພັດທະນາ​ກ່ວາ​ອີກ​ໃນ​ທຸກ​ຂົງ​ເຂດ, ​ເພື່ອ​ສັນຕິ​ພາບ, ສະຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.



ຂ່າວ/ບົດ​ອື່ນ