ໄທສົງໄສມີ10ຄົນເຂົ້າຮ່ວມເຫດວາງລະເບີດຢູ່ນະຄອນຫຼວງບາງກອກ


ໄທສົງໄສມີ10ຄົນເຂົ້າຮ່ວມເຫດວາງລະເບີດຢູ່ນະຄອນຫຼວງບາງກອກ - ảnh 1
(ພາບປະກອບ: Khaosd)

(vovworld) – ວັນ​ທີ 30/08, ຕຳຫຼວດ​ໄທ ​ໃຫ້​ຮູ້​ວ່າ, ​ເຂົ້າ​ເຈົ້າ​ສົງ​ໄສ​ວ່າມີ 10 ຄົນ​ ຫຼື ຫຼາຍ​ກວ່າອີກ​​ໄດ້​ເຂົ້າ​ຮ່ວມ​ເຫດ​ວາງ​ລະ​ເບີດ​ຢູ່​ວິຫານ ​ເອຣາວັນ, ທີ່​ນະຄອນຫຼວງ​ບາງ​ບອກ ​ໃນ​ວັນ​ທີ 17/08, ​ເຮັດ​​ໃຫ້ 20 ຄົນ​ເສຍ​ຊີວິດ ​ແລະ 125 ຄົນ​ຮັບ​ບາດ​ຈັບ. ປະ​ຈຸ​ບັນ, ອົງການ​ກ່ຽວ​ຂ້ອງຂອງ​ໄທ ພວມ​ຮີບ​​ເຮັ່ງ​ສືບສວນ​ຊື່​ຂອງ​ຜູ້​ຖືກ​ສົງ​ໄສ​ຄົນ​ໜຶ່ງ ​ເຊິ່ງຖືກ​ຖື​ວ່າ​ແມ່ນ​ຊາວ​ຕວກກີ. ຜູ້​ຖືກ​ສົງ​ໄສ​ນີ້​ຖຶກຈັບ​ຕົວ​ໃນ​ວັນ​ທີ 29/08, ຢູ່​​ເຮືອນ​ຫຼັງ​ໜຶ່ງ ຊານ​ນະຄອນຫຼວງ​ບາງ​ກອກ.

        ທ່ານ​ຫົວ​ໜ້າ​ຕຳຫຼວດ​ໄທ ສົມ​ຢົດ ພູ​ມພັນ​ມວງ ຖື​ວ່າ,  ມີ​ຜູ້​ເຂົ້າ​ຮ່ວມ​ເຫດ​ວາງ​ລະ​​ເບີດ​ຫຼາຍ​ກວ່າ 10 ຄົນ, ດ້ວຍ​ເຫດຜົນ​ແມ່ນ​​ເພື່ອແກ້​ແຄ້ນສ່ວນ​ຕົວ. ​ແຕ່​ຫຼາຍ​ຄົນພັດ​ສົງ​ໄສ​ວ່າ, ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ແມ່ນ​ເພື່ອ​ແກ້​ແຄ້ນ​​ເລ​ື່ອງ​ເຈົ້າ​ໜ້າ​ທີ່​ໄທ ບັງ​ຄັບ​​ໃຫ້ຊາວ ອີ​ອຸ​ອໍ ຂອງ​ຈີນ ກວ່າ 100 ຄົນ​ຕ້ອງກັບ​ເມື່ອ​ບ້ານ​ເກີດ​ເມືອງ​ນອນ ​ເມື່ອ​ເດືອນ 07 ຜ່ານ​ມາ.

ຂ່າວ/ບົດ​ອື່ນ