ໄພກໍ່ການຮ້າຍຍັງຄົງແມ່ນໄພນາບຂູ່ຕໍ່ຄວາມສະຫງົບແຫ່ງຊາດຂອງອາເມລິກາ

ໄພກໍ່ການຮ້າຍຍັງຄົງແມ່ນໄພນາບຂູ່ຕໍ່ຄວາມສະຫງົບແຫ່ງຊາດຂອງອາເມລິກາ - ảnh 1
ເຫດການກໍ່ການຮ້າຍວັນທີ 11/9 ຢູ່ອາເມລິກາ

(vovworld)- ອຳ​ນາດ​ການ​ປົກຄອງປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ວັນ​ທີ 30/4 ​ໄດ້​ຢັ້ງຢືນ​ວ່າ ​ໄພ​ກໍ່​ການ​ຮ້າຍ​ຍັງ​ຄົງ​ແມ່ນ​ໄພ​ນາບ​ຂູ່​ອັນ​ໃຫຍ່​ຫຼວງ​ຕໍ່​ຄວາມ​ສະຫງົບ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ. ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາປະກາດ​ເມື່ອ​ວັນ​ທີ 30/4 ກ່ຽວ​ກັບ​ລັດທິ​ກໍ່​ການ​ຮ້າຍ​ປີ 2013 ​ໃຫ້​ຮູ້​ການ​ເພີ​່ມທະວີ​ກ່ຽວ​ກັບ​ຈຳນວນ​ບັນດາ​ສາຂາ​ຂອງ​ພວກ​ກໍ່​ການ​ຮ້າຍ​ສາກົນ ອານ​ກິ​ດາ ​ແລະ ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ຢູ່​ຕາ​ເວັນ​ອອກ​ກາງ- ອາ​ຟະ​ລິ​ກາ​ເໜືອ ສືບ​ຕໍ່​ແມ່ນ​ໄພ​ນາບ​ຂູ່​ອັນ​ໃຫຍ່​ຫຼວງ​ຕໍ່​ຄວາມ​ສະຫງົບ​ແຫ່ງ​ຊາດ​ ​ແລະ ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດພັນທະ​ມິດ.  ປີ 2013, ທົ່ວ​ໂລກ​ເກີດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ກວ່າ 9700 ກໍລະນີ, ​ເຮັດ​ໃຫ້ 17800 ກວ່າ​ຄົນ​ເສຍ​ຊີວິດ. 

ຂ່າວ/ບົດ​ອື່ນ