![ໝາກຜົນກອງປະຊຸມຄັ້ງທີ 10 ລະຫວ່າງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - Belarut - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_09_11/be.jpg)
ທ່ານ ເລເຢືອງກວາງ ແລະ ທ່ານ Ru ba cop
|
(vovworld)- ໃນວັນທີ 9-10/9 ຢູ່ ນະຄອນຫລວງ Mink ປະເທດ Belarut ໄດ້ດຳເນີນກອງປະຊຸມຄັ້ງທີ 10 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - Belarut ກ່ຽວກັບການຮ່ວມມືເສດຖະກິດ ການຄ້າ ແລະ ວິທະຍາສາດເຕັກນິກ. ໃນສອງມື້ເຮັດວຽກ, ປະທານກອງປະຊຸມຮ່ວມສອງທ່ານ ນັ້ນແມ່ນທ່ານ ເລເຢືອງກວາງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ທ່ານ Ru ba cop, ຮອງລັດຖະມົນຕີການຕ່າງປະເທດ Belarut ສຸມໃສ່ປຶກສາຫາລືບາງບັນຫາສຳຄັນໃນການຮ່ວມມືເສດຖະກິດ ການຄ້າ ແລະ ວິທະຍາສາດ - ເຕັກນິກລະຫວ່າງສອງປະເທດ, ປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມື ແລະ ຍົກວົງເງິນການຄ້າສອງຝ່າຍໃຫ້ສູງຂຶ້ນໃນໄລຍະຈະມາເຖິງ. ກ່ຽວກັບໂຄງການດຳເນີນງານໄລຍະ 2013-2015, ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມື, ຕັ້ງຫນ້າປະຕິບັດບັນດາເນື້ອໃນປຶກສາຫາລືຂັ້ນສູງລະຫວ່າງການນຳສອງລັດ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງລະດັບ 500 ລ້ານ USD ໃນປີ 2015.