20 ປີແຫ່ງການກໍ່ສ້າງ ແລະ ພັດທະນາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກຢູ່ຫວຽດນາມ

 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກຢູ່ຫວຽດນາມ - ảnh 1

ເຂດຜະລິດ​ສົ່ງ​ອອກເຕີນ​ທ້ວນ

(ພາບ: my.opera.com)

( vovworld ) – ​​​ຕອນ​ເຊົ້າວັນ​ທີ 17/2, ຢູ່​ຮ່າ​ໂນ້ຍ, ກະຊວງ​​ແຜນການ ​ແລະ ການ​ລົງທຶນ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 20 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ອຸດສາຫະກຳ, ​ເຂດຜະລິດ​ສົ່ງ​ອອກ, ​ເຂດ​ເສດຖະກິດຢູ່​ຫວຽດນາມ. ປະຈຸ​ບັນ, ຫວຽດນາມ ມີເຂດ​ອຸດສາຫະກຳ, ​ເຂດ​ຜະລິດສົ່ງ​ອອກ 267  ​ແຫ່ງ, ປະກອບສ່ວນ​ປະມານ 40% ຍອດ​ທຶນ FDI, ກ່ວາ 30% ມູນ​ຄ່າ​ສົ່ງ​ອອກ​ແຕ່ລະ​ປີ ​ແລະ​ດຶງ​ດູດ​ຜູ້​ອອກ​ແຮງ​ງານ​ກ່ວາ 1.600.000 ຄົນ. ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ໄດ້​ປຶກສາ​ຫາລື ​ແລະ​ ສະ​ເໜີຫຼາຍ​ຄຳ​ເຫັນ​ເພື່ອ​ແນ​ໃສ່​ພັດທະນາບັນດາເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ເສດຖະກິດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ໃນ​ນັ້ນ, ສະ​ເໜີ​ໃຫ້​ຕ້ອງ​ພັດທະນາ​ຕາມ​ລວງ​ເລິກ, ​ເພີ່ມ​ທະວີ​ລັກສະນະ​ຮ່ວມ​ສຳພັນ,  ພັດທະນາດ້ານ​ເສດຖະກິດ, ສັງຄົມ, ສິ່ງ​ແວດ​ລ້ອມ...​ແບບ​ຍືນ​ຍົງ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈູງ​ຫາຍ ​ໄດ້​ຊີ້​ບອກ 3 ການ​ບຸກທະລຸ​ເພື່ອ​ພັດທະນາ​ເສດຖະກິດ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດສົ່ງ​ອອກ, ​ແລະ​ ເຂດ​ເສດຖະກິດ ຊື່​ງລວມມີ: ພື້ນຖານ​ໂຄງ​ລ່າງ, ການ​ບຳລຸງ​ສ້າງ​ຊັບ​ພະຍາ​ກອນ​ມະນຸດ ​ແລະ​ ບຸກທະລຸ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບ​ກົດໝາຍ. ທ່ານ​ຮອງ​ນາຍົກລັດຖ​ະມົນຕີ​ຮຽກຮ້ອງ​ໃຫ້​ບັນດາເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ເສດຖະກິດ​ຕ້ອງ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ຮອດ​ປີ 2015 ຕ້ອງ​ດຶງ​ດູດ​ທຶນ​ຕື່ມ​ອີກ​ແຕ່ 2,5 ​ເຖິງ 3 ຕຶ້​ໂດ​ລາ​ສະຫະລັດ. ທ່ານ​ຮອງ​ນາຍົກລັດຖ​ະມົນຕີ​ ຮ່ວາງ​ຈູງ​ຫາຍ​ເວົ້າວ່າ: “ພາຍຫລັງ​ກອງ​ປະຊຸມ​ຄັ້ງນີ້, ກະຊວງ​ແຜນການ ​ແລະ​ການ​ລົງທຶນ​ຈະ​ຕ້ອງ​ຮັບ​ຟັງ​ ​ແລະ ຄົ້ນຄ້ວາເພື່ອ​ໃຫ້​ພວກ​ເຮົາປະຕິບັດ, ຄົ້ນຄ້ວາ​ຮູບ​ແບບ​ບໍລິຫານ​ບັນດາ​ເຂດ​ອຸດ​ສາຫະກຳ, ​ເສດຖະກິດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຄືນແນວ​ໃດ​ ເພື່ອ​ໃຫ້​ບັນລຸ​ປະສິດທິ​ຜົນ, ​ແກ້​ໄຂ​ຈຸດ​ອ່ອນ, ພິ​ເສດ​ແມ່ນ​ຈຸດ​ອ່ອນ​ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ທ້ອງ​ຖິ່ນ​ຕ່າງໆ, ບັນດາ​ເຂດ​ອຸດສາຫະກຳ“.

ຂ່າວ/ບົດ​ອື່ນ