3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້

(VOVWORLD) -ທຸກມາດຕະການໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ບຸລິສະສິດຕົ້ນຕໍ ໃນການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ຮ່ວມແຮງຮ່ວມໃຈ, ຕັດສິນໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ນຳປະເທດຊາດກັບຄືນສູ່ສະພາບທີ່ເປັນປົກກະຕິໃໝ່ໂດຍໄວ.



3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຢູ່ກອງປະຊຸມກັບບາງກະຊວງ, ຂະແໜງການກ່ຽວກັບວຽກງານກະກຽມຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບາງທ້ອງຖິ່ນ ໄດ້ດຳເນີນໃນຕອນບ່າຍວັນທີ 17 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢັ້ງຢືນວ່າ ທຸກມາດຕະການໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ບຸລິສະສິດຕົ້ນຕໍ ໃນການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ຮ່ວມແຮງຮ່ວມໃຈ, ຕັດສິນໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ນຳປະເທດຊາດກັບຄືນສູ່ສະພາບທີ່ເປັນປົກກະຕິໃໝ່ໂດຍໄວ.

ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນມີການຜັນແປຢ່າງສັບສົນ, ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນໂດຍໄວ, ຈຳນວນຜູ້ສຳຜັດໃກ້ກັບຜູ້ຕິດເຊື້ອຢູ່ລະດັບສູງ, ດັ່ງນັ້ນຕ້ອງມີບາດກ້າວ, ວິທີການແກ້ໄຂ ແລະ ວິທີການເຮັດວຽກໃໝ່ທີ່ເໝາະສົມກ່ວາ, ໃນນັ້ນມີການປະຕິບັດຄຳສັ່ງເລກທີ 16 ຢູ່ 19 ແຂວງ, ນະຄອນທາງພາກໃຕ້.

ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ມີ 3 ບຸລິມະສິດໃນການປະຕິບັດນີ້, ໃນນັ້ນ ສິ່ງບຸລິມະສິດທຳອິດແມ່ນປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ, ຮັບປະກັນລະບົບສາທາລະນະສຸກບໍ່ຖືກເຄື່ອນໄຫວເກີນຄວາມສາມາດ ຍ້ອນວ່າ ລະບົບສາທາລະນະສຸກບໍ່ພຽງແຕ່ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ເທົ່ານັ້ນຫາກຍັງປິ່ນປົວພະຍາດຕ່າງໆໃຫ້ແກ່ປະຊາຊົນອີກດ້ວຍ, ຍ້ອນບໍ່ມີວັກຊິນຢ່າງພຽງພໍ ດັ່ງນັ້ນບັນດາກຳລັງຕ້ອງຄວບຄຸມໂລກລະບາດໂຄວິດ - 19 ຢູ່ໃນລະດັບຕ່ຳທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ