55 ການພົວພັນ ຫວຽດນາມ - ລາວ: ຍ້ອງຍໍຊົມເຊີຍບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017), ໂດຍຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, 
55 ການພົວພັນ ຫວຽດນາມ - ລາວ: ຍ້ອງຍໍຊົມເຊີຍບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ - ảnh 1 ທ່ານ ເຈີ່ນວັນຕຸ້ຍກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ (ພາບ: dangcongsan.vn)

ວັນທີ 05 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ) ໄດ້ສົມທົບກັບບໍລິສັດຫຸ້ນສ່ວນເຊື່ອມຕໍ່ ຫວຽດນາມ - ລາວ ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກສຶກສາລາວ 15 ຄົນ ທີ່ພວມສຶກສາຮ່ຳຮຽນຢູ່ຫວຽດນາມ ຍ້ອນມີຜົນງານດີເດັ່ນ, ເຄື່ອນໄຫວນອກຫຼັກສູດ, ເຄື່ອນໄຫວສັງຄົມຢ່າງຫ້າວຫັນ, ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນຮ່ຳຮຽນເປັນຢ່າງດີ. ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ, ທ່ານປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ເຈີ່ນວັນຕຸ້ຍ ເນັ້ນໜັກວ່າ, ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງແມ່ນໜຶ່ງໃນບັນດາບຸລິມະສິດໃນການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ທ່ານ ເຈີ່ນວັນຕຸ້ຍ ຫວັງວ່າບັນດານັກສຶກສາລາວຈະນັບມື້ນັບມານະພະຍາຍາມໃນການຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຫຼາຍກວ່າອີກ, ບັນລຸໄດ້ຜົນງານດີເດັ່ນຫຼາຍຢ່າງໃນສົກຮຽນໃໝ່.

55 ການພົວພັນ ຫວຽດນາມ - ລາວ: ຍ້ອງຍໍຊົມເຊີຍບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ - ảnh 2ຍ້ອງຍໍຊົມເຊີຍບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ (ພາບ: dangcongsan.vn)

ຕອບກັບ

ຂ່າວ/ບົດ​ອື່ນ