70 ວັນ, ຫວຽດນາມ​ບໍ່​ກວດ​ພົບ​ກໍລະນີຕ​ິດ​ເຊື້ອ​ໂຄ​ວິ​ດ - 19 ​​ໃນ​ຊຸມ​ຊົນ

(VOVWORLD) -ຮອດວັນທີ 25 ມິຖຸນາ ແມ່ນໄດ້ 70 ວັນແລ້ວທີ່ຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນຕື່ມອີກ.
70 ວັນ, ຫວຽດນາມ​ບໍ່​ກວດ​ພົບ​ກໍລະນີຕ​ິດ​ເຊື້ອ​ໂຄ​ວິ​ດ - 19 ​​ໃນ​ຊຸມ​ຊົນ - ảnh 1ມີ 329/352 ຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ (ພາບ: ກະຊວງສາທາລະນະສຸກ)

        ຕາມແຫຼ່ງຂ່າວທີ່ໃນເວລາ 6 ໂມງ ເຊົ້າວັນທີ 25 ມິຖຸນາ ຂອງຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ  ຮອດວັນທີ 25 ມິຖຸນາ ແມ່ນໄດ້ 70 ວັນແລ້ວທີ່ຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນຕື່ມອີກ. ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນໃນໂລກ, ຫວຽດນາມ ຍັງບໍ່ເປີດປະຕູຕ້ອນຮັບແຂກທ່ອງທ່ຽວເທື່ອ.

        ປັດຈຸບັນ, ມີ 329/352 ຜູ້ຕິດເຊື້ອໂຄວິດ - 19 ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ, ໂດຍກວມເອົາ 94,3% ຜູ້ຕິດເຊື້ອທັງໝົດ, ສ່ວນຜູ້ຕິດເຊື້ອຍັງເຫຼືອນັ້ນ ພວມໄດ້ປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ແລະ ມີອາການສຸຂະພາບເປັນປົກກະຕິ. 

ຕອບກັບ

ຂ່າວ/ບົດ​ອື່ນ