ALປະກາດວັນເວລາຈັດຕັ້ງກອງປະຊຸມສັນຕິພາບGeneva 2 ກ່ຽວກັບຊີຣີ

ALປະກາດວັນເວລາຈັດຕັ້ງກອງປະຊຸມສັນຕິພາບGeneva 2 ກ່ຽວກັບຊີຣີ - ảnh 1
ທ່ານ Lakhdar Brahimi
(ພາບ: EPA)

(vovworld) - ​ໃນ​ວັນ​ທີ 20/10 , ທ່ານ​ເລຂາທິການ​ໃຫຍ່​ສະຫະພັນ​ອາຫຼັບ (AL) Nabil Al Arabi ​ໃຫ້​ຮູ້​ວ່າ ກອງ​ປະ​ຊຸ​ມສັນຕິ​ພາບ​ສາກົນ ກ່ຽວກັບ​ຊີຣີຄັ້ງທີ 2 , ຫຼື​​ເອີ້ນ​ວ່າ​ກອງ​ປະ​ຊູ​ມ Geneva II ຈະ​ຖືກຈັດ​ຂຶ້ນ​ໃນ​ເວລາ 2 ວັນ​ຄື 23​ ແລະ 24/11 ຢູ່ Geneva(ສະ​ວິດ) . ຂ່​າວ ດັ່ງ​ກ່າວ​​ໂດຍ​ທ່ານ Nabil Al Arabi ​ເປີດ​ເຜິ​ຍ​ໃຫ້​ບັນດາ​ນັກ​ຂ່າວພາຍຫຼັງການ​ພົບ​ປະ​ກັບນັກ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ຊີຣີ , ທ່ານ Lakhdar Brahimi ຢູ່ສຳນັກງານ​ໃຫຍ່​ຂອງ AL ທີ່ ກາຍ​ໂຣ(ປະ​ເທດ​ເອຢິບ). ທ່ານ Nabil Al Arabi ກໍ່​ຮັບຮອງ​ວ່າ​ຍັງ​ມີຫຼາຍສິ່ງ​ກີດ​ຂວາງ​ໃນ​ການຈັດຕັ້ງກອງ​ປະ​ຊູ​ມດັ່ງກ່າວ , ​ແຕ່​ວ່າ​ລັດຖະບານ​ບັນດາ​ປະ​ເທດພາກ​ຕາ​ເວັນ​ຕົກ​ແລະ​ອາຫຼັບກຳລັງ​ກະ​ກ່ຽມ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ຊີຣີ​ໃນ​ວັນ​ທີ 22/10 ຢູ່​ລອນ​ດອນ​(ອັງກິດ)​ເພື່ອ​ແນ​ໃສ່​ເກ້ຍກ່ອມເຂົາ​​ເຈົ້າຈະເຂົ້າຮ່ວມ​ກອງ​ປະ​ຊູ​ມ .

 

ຂ່າວ/ບົດ​ອື່ນ