Bitexco Financial Tower ແມ່ນ 1 ໃນຈຳນວນ 25 ຕຶກອາຄານໂດ່ງດັ່ງໃນໂລກ

Bitexco Financial Tower ແມ່ນ 1 ໃນຈຳນວນ 25 ຕຶກອາຄານໂດ່ງດັ່ງໃນໂລກ - ảnh 1
Bitexco Financial Tower

(vovworld) – ​ແວບ​ໄຊ​​ໂດ່​ງດັງ​ທົ່ວ​ໂລກ CNN (ອາ​ເມ​ລິ​ກາ) ຫາກກໍ​ປະກາດ 25 ຕຶກ​ອາຄານ​ສູງ​ສຸດ​​ທີ່ໂດ່​ງດັງ​ໃນ​ໂລກມີ​ສັນ​ຍາ​ລັກ​ກ່ຽວ​ກັບການ​ກໍ່ສ້າງ. ຕຶກ​ອາຄານ​ມີ​ຮູບ​ດອກ​ບົ່ວສູງ 68 ຊັ້ນ​ຂອງ ຫວຽດນາມ ​ມີ​ຊື່ວ່າ Bitexco Financial Tower ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໂດ​ຍກຸ່ມ​ບໍລິສັດ Bitexco ລົງທຶນ​​ເປັນ​ກຽດ​​​ໄດ້​ຮັບ​​ເລືອກເປັນ 1 ​ໃນ​ຈຳນວນ 25 ກິດຈະກຳ​ຂອງສັນຍາ​ລັກ​ນີ້. ​ໂດຍ​ໄດ້​ຮັບ​ການ​ກໍ່​ສ້າງ​ຕາມ​ມາດຖານ​ສາກົນ, ກິດຈະກຳ​ທີ່​​ໃຫຍ່​ໂຕ​​ໂອ​ຖົງ​ນີ້​ລວມມີ​ຫ້ອງການ 37.000 ຕາລາງ​ເ​ເມັດ ​ແລະ ​​ເນື້ອ​ທີ່​ສຳລັບເຂດ​ຂາຍຍ່ອຍ​ແມ່ນ 8.000 ຕາລາງ​​ແມັດ. Bitexco Financial Tower ​ແມ່ນ​ສັນຍາ​ລັກ ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ວັດ​ຖະນາ​ຖາວອນ.

ຂ່າວ/ບົດ​ອື່ນ