EUຊ່ວຍເຫລືອຈຳນວນເງິນກວ່າ100ລ້ານເອີໂຣເພື່ອຫັນບໍລິການສາທາລະນະສຸກຫວຽດນາມເປັນທັນສະໄຫມ

EUຊ່ວຍເຫລືອຈຳນວນເງິນກວ່າ100ລ້ານເອີໂຣເພື່ອຫັນບໍລິການສາທາລະນະສຸກຫວຽດນາມເປັນທັນສະໄຫມ - ảnh 1
ພາບປະກອບ:internet


(vovworld)-  ທ່ານ​ນາງ Delphine Malard, ອຸປະ​ທູດ​ຊົ່ວຄາວ​ຂອງ​ຄະນະ​ຜູ້ຕາງຫນ້າ​ສະຫະພາບເອີ​ລົບ (EU) ​ໃຫ້​ຮູ້​ວ່າ: ຈຳນວນ​ເງິນ​ຊ່ວຍ​ເຫລືອ​ດັ່ງກ່າວ​ຈະ​ໄດ້​ຮັບ​ກາ​ນນຳ​ໃຊ້​ນັບ​ແຕ່​ນີ້​ຮອດ​ປີ 2017. ທີ່​ເວທີ​ປາ​ໄສ​ແຫ່ງ​ຊາດ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ​ໂຮງໝໍ​ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 18/12 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ Delphine Malard ​ໃຫ້​ຮູ້​ວ່າ: ອີ​ຢູ ຢືນຢັນ​ຄຳ​ໝັ້ນ​ໝາຍ​ຢ່າງ​ຍາວ​ນານ​ສຳລັບ​ຂະ​ແຫນງ​ສາທາລະນະ​ສຸກ​ຢູ່​ຫວຽດນາມ. ດ້ວຍ​ການ​ຫນູນ​ຊ່ວຍ​ບັນດາ​ເວທີ​ປາ​ໄສ​ແຫ່ງ​ຊາດ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈິ​ມີນ ​ແລະ ຂະ​ແຫນງ​ສາທາລະນະ​ສຸກ​ເວົ້າ​ລວມ, ອີ​ຢູ ໝັ້ນ​ໝາຍ​ຊ່ວຍ​ເຫລືອ​ຫວຽດນາມ ​ໃນ​ຄວາ​ມານະ​ພະຍາຍາມ​ຫັນ​ການ​ສະຫນອງ​ບໍລິການ​ສາທາລະນະ​ສຸກ​ເປັນ​ທັນ​ສະ​​ໄໝ. ຜ່ານ​ນັ້ນ ອີ​ຢູ ຢາ​ກຊ່ວຍ​ເຫລືອບ​ັນດາ​ຄົນ​ເຈັບ, ພິ​ເສດ​ແມ່ນ​ຜູ້​ທຸກ​ຍາກ ​ແລະ ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະດັບ​ຜູ້​ທຸກ​ຍາກ ​ໄດ້​ສຳ​ພັດ​ກັບ​ບັນດາ​ບໍລິການ​ສາທາລະນະ​ສຸກ​ທີ່​ມີ​ຄຸນ​ນະພາ​ບຢ່າງ​ຍຸດຕິ​ທຳ ບໍ່​ພຽງ​ແຕ່​ຢູ່​ໂຮງໝໍ​ເທົ່າ​ນັ້ນ ຫາກ​ຢູ່​ບັນດາ​ສຸກສາລາ​ຕາ​ແສງ​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ