EU ແລະ ກູບາກ້າວໄປເຖິງການສ້າງການພົວພັນເປັນປົກກະຕິ

   EU ແລະ ກູບາກ້າວໄປເຖິງການສ້າງການພົວພັນເປັນປົກກະຕິ - ảnh 1
ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງປະ​ເທດ Catherine Ashton ​ເປັນປະທານກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດ EU ເມື່ອວັນທີ 10/2
(ພາບ: Reuters)

(vovworld)- ວັນທີ 10/2, ລັດຖະມົນຕີ​ບັນດາ​ປະ​ເທດ EU ​ໄດ້ເຫັນດີເປັນ ເອກະສັນເພື່ອໃຫ້ຄະນະ ກຳມະການ ເອີລົບ EC ​ແລະ ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ພົວພັນ​ຕ່າງປະ​ເທດ Catherine Ashton ​ດຳ​ເນີນ​ການ​ເຈລະຈາ​ກັບ ກູ​ບາ​ເພື່ອ​ມຸ່ງ​ໄປ​ສູ່​ການ​ເຊັນ​ສັນຍາ​ຮ່ວມ​ມື ​ແລະ ການ​ສົນທະນາ​ການ​ເມືອງ, ຊຶ່ງ​ແມ່ນ​ສັນຍາ​ສ້າງ​ການ​ພົວພັນ 2 ຝ່າຍ​ເປັນ​ປົກກະຕິ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດເສດຖະກິດ-ການຄ້າ.

    ທ່ານເອກອັກຄະລັດຖະທູດ EU ປະຈຳ​ກູ​ບາ ທ່ານ  Herman Portocarero ຖື​ວ່າ ວຽກ​ງານ​ນີ້​ແມ່ນ​ບາດກ້າວ​ເດີນ​ທີ່​ມີລັກສະນະ​ຕັດສິນ ​ແນ​ໃສ່​ຊອກ​ຫາ​ທິດ​ທາງ​ການ​ສົນທະນາ ​ແລະ ຖື​ວ່າ ຄວາມ​ເຂົ້າ​ໃຈ​ກັນ​ດີ​ກ່ວາ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ. ​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ເມື່ອ​ວັນ​ທີ 11/2, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກູ​ບາ Rogelio Sieera ຊີ້​ແຈ້ງວ່າ ກູ​ບາ​ຈະ​ພິຈາລະນາ​ຂໍ້​ສະ​ເໜີ​ຂອງ EU ກ່ຽວ​ກັບ​ການ​ດຳ​ເນີນ​ການ​ສົນທະນາ​ລະຫວ່າງ 2 ຝ່າຍ, ​ໂດຍ​ອີງ​ບົນ​ຈິດ​ໃຈ​ເຄົາລົບ, ສ້າງສາ, ສອດຄ່ອງ​ກັບ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້.
ຂ່າວ/ບົດ​ອື່ນ