Festivalເຫ້ວຄັ້ງທີ8:ມໍລະດົກວັດທະນະທຳດ້ວຍການເຊື່ອມໂຍງແລະພັດທະນາ

Festivalເຫ້ວຄັ້ງທີ8:ມໍລະດົກວັດທະນະທຳດ້ວຍການເຊື່ອມໂຍງແລະພັດທະນາ - ảnh 1
ພາບປະກອບ

(vovworld) - ​Festival​ ເຫ້ວ ຄັ້ງ​ທີ 8 ປີ 2014 ດ້ວຍ​ຫົວ​ຂໍ້ “ມໍລະດົກ​ວັດທະນະທຳ​ກັບການ​ເຊື່ອມ​ໂຍງ ​ແລະ ພັດທະນາ” ​ຈະຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 12/4 ​ແລະ ສິ້ນ​ສຸດ​ລົງ​ເມື່ອ​ວັນ​ທີ 20/4. ​ແຈ້ງ​ການ​ໄດ້​ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ຂ່າວ​ໂດຍ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແລະ ຄະນະ​ກຳມະການ​ປະຊາຊົນ ​ແຂວງ ​ເທື່ອ​ທຽນ​ເຫ້ວ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 4/4 ຢູ່ ຮ່າ​ໂນ້ຍ.

    ພ້ອມ​ກັບ​ບັນ​​ດາ​ຄະນະ​ສິລະ​ປະກອນອາຊີບ​ຢູ່ພາຍ​ໃນ​ປະ​ເທດ​ແລ້ວ, ​Festival​ ເຫ້ວ ຄັ້ງ​ທີ 8 ຍັງມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ 65 ຄະນະ​ ​ແລະ ກອງສິລະ​ປະກອນທີ່​ມາ​ຈາກ 38 ປະ​ເທດ, ​ເຂດ​ແຄ້ວ​ນ​ໃນ​ໂລກ. ທ່ານ​ເວື​ອງຢຸຍບຽນ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ - ກິລາ ​ແລ​ະ ທ່ອງ​ທ່ຽວ, ​ໃຫ້​ຮູ້​ວ່າ:

    “​ເພື່ອ​​ເພີ່ມ​ທະວີ​ຄວາມ​ດຶງ​ດູດ​ສຳລັບ​ເຫດການ​ໃຫຍ່​ຄື​ແນວ​ນີ້, ນອກຈາກ​ການໂຄສະນາ​ສີສັນ​ວັດທະນະທຳ, ມໍລະດົກ​ຂອງ​ປະ​ເທດ​ຊາດ​ແລ້ວ ພວກ​ເຮົາ​ຍັງ​ມີ​ການ​ເຄື່ອນ​ໄຫວ​ອື່ນໆ​ອີກ​ເພື່ອ​ເພີ່ມ​ທະວີ​ຄວາມ​ດູດ​ດື່ມ​ຂອງ Festival​ ເຫ້ວ. ​ເມື່ອ​ບັນດາ​ລາຍການ​ສີ​ລະ​ປະ​ໄດ້​ຮັບ​ການສະ​ແດງ​ຢູ່ Festival​ ດ້ວຍ​ຂອບ​ຂະໜາດ​ໃຫຍ່​ຄື​ແນວ​ນີ້ ກໍ່​ແມ່ນ​ໂອກາດ​​ເພື່ອທັງ​ແນະນຳ, ທັງ​ຖອດ​ຖອນ​ບົດຮຽນ ພ້ອມ​ກັນ​ນັ້ນກໍ່​ມີ​ລັກສະນະ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວສານ, ​ເຊື່ອມ​ຕໍ່​ກັບ​ບັນດາ Festival​ ສິລະ​ປະ​ອື່ນໆ​ອີກ”

    ດ້ວຍ​ຄຳ​ຮຽກຮ້ອງ “​ເປັນ​ເອກະລັກ​ສະ​ເພາະ, ປະ​ທັບ​ໃຈ​ກ່ວາ, ຍາດ​ແຍ່ງ​ການ​ເຂົ້າ​ຮ່ວມ​ຂອງ​ເພື່ອນ​ມິດ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດຫຼາຍ​ກ່ວາ, ​ແລະຕ້ອງ​ມີ​ຄວາມປອດ​ໄພ”, Festival​ ເຫ້ວ ຄັ້ງ​ທີ 8 ຈະ​ຖືກ​ດຳ​ເນີນ​ດ້ວຍບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​​ຄື: ງານ​ບຸນ​ສະ​ແດງ​ຊຸດ​ເຊື້ອ​ຍາວ, ລາຍການ​ເຊີດ​ຊູ​ສີ​ລະ​ປະ​ຂັບ​ເຫ້ວ.​.​.​.​


ຂ່າວ/ບົດ​ອື່ນ