ISຖະແຫຼງໄດ້ເຂັ່ນຂ້າຕົວປະກັນຊາວຈໍແດນ

ISຖະແຫຼງໄດ້ເຂັ່ນຂ້າຕົວປະກັນຊາວຈໍແດນ - ảnh 1
ນັກ​ບິນ Mazz al Kassasbeh
(ພາບ: Nydailynews)

(vovworld) - ວັນ​ທີ 3/2, ອົງ​ການ “ລັດ​ອິດ​ສະ​ລາ​ມ” (IS) ອ້າງ​ຊື່​ເອງໄດ້​ປະ​ກາດ​ວີ​ດີ​ໂອ​ໃໝ່​ຕອນ​ໜຶ່ງ, ໃນ​ນັ້ນ​ມີ​ຕົວ​ປະ​ກັນ​ຊາວ ຈໍ​ແດນ, ນັກ​ບິນ Mazz al Kassasbeh, ຖືກ​ກຳ​ລັງ​ນີ້ຈູດ​ເຜົາ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຫດ​ການ​ເຂັ່ນ​ຂ້າ​ຕົວ​ປະ​ກັນ​ຊາວ​ຕ່າງ​ປະ​ເທດ​ທີ່ໂຫດ​ຮ້າຍ​ສາ​ມານ​ທີ່​ສຸດ​ເຊິ່ງ​ບັນ​ດາ​ມື​ປືນ IS ດຳ​ເນີນ​ໃນ​ໄລ​ຍະ​ຜ່ານ​ມາ. ຜູ້​ຕາງ​ໜ້າ​ກອງ​ທັບ ຈໍ​ແດນ ໄດ້​ຮັບ​ຮູ້​ແຫຼງ​ຂ່າວ​ນັກ​ບິນ​ຂອງ​​ເຂົາ​ເຈົ້າ​ຖືກ IS ເຂັ່ນ​ຂ້າ, ພ້ອມ​ທັງ​ໃຫ​້​ຮູ້​ວ່າ: ເວ​ລາ​ດຳ​ເນີນ​ການ​ເຂັ່ນ​ຂ້າ​ອາດ​ສາ​ມາດ​ແມ່ນ​ວັນ​ທີ 3/1, ກ່ອນ​ທີ່ IS ​ວາງ​ເງື່ອນ​ໄຂ​ແລກນັກ​ບິນ​ຄົນ​ນີ້ ເອົາ​ນັກ​ໂທດ​ຍິງ​ຊາວ ອີ​ຣັກ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ໄດ້​ກ່າວ​ປະ​ນາມ​ເຫດ​ການ​ດັ່ງ​ກ່າວ​ຢ່າງຮຸນ​ແຮງ, ຮຽກ​ຮ້ອງ​ທຸກໆ​ປະ​ເທດ​ມາ​ນະ​ພະ​ຍາ​ຍາມ​ທົບ 2 ເທົ່າ​ໃນ​ບັ້​ນ​ຮົບ​ຕ້ານກໍ່​ການ​ຮ້າຍ ແລະ ບັນ​ດາ​ກຳ​ລັງ​ຫົວ​ຮຸນ​ແຮງ. ໃນ​ຂະ​ນະ​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ສົ່ງ​ໂທ​ລະ​ເລກ​​ແບ່ງ​ເບົ່າ​ຄວາມ​​ເສົ້າ​ສະ​ລົດ​ໃຈ​ມາ​ຍັງ​ປະ​ຊາ​ຊົນ ແລະ ປະ​ເທດ ຈໍ​ແດນ, ພ້ອມ​ທັງ​ຢັ້ງ​ຢືນ​ການ​ເຂັ່ນ​ຂ້ານີ້​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ໂຫດ​ຮ້າຍ​ສາ​ມານ​ຂອງ IS.


ຂ່າວ/ບົດ​ອື່ນ