![ISວາງລະເບີດຢູ່ນະຄອນຫຼວງYemen,ຢ່າງໜ້ອຍສຸດມີ50ຄົນເສຍຊີວິດແລະຮັບບາດເຈັບ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2015_06_18/ttxvn_yemen150618.jpg)
ເຮືອນຊານຖືກເປເພພາຍຫຼັງການບຸກໂຈມຕີຂອງ IS
(ພາບ: AFP/TTXVN)
|
(vovworld) – ວັນທີ 17/6, ກຸ່ມທະຫານກະບົດ “ລັດອິດສະລາມ” (IS) ອ້າງຊື່ເອງຖະແຫຼງໄດ້ດຳເນີນການວາງລະເບີດ 5 ຄັ້ງໃນພາບດຽວໃສ່ບັນດາໂບດຂອງຊາວອິດສະລາມນິກາຍ ຊີອະ ແລະ ບາງຫ້ອງການຢູ່ນະຄອນຫຼວງ Sanaa ຂອງ Yemen, ເຮັດໃຫ້ຢ່າງໜ້ອຍສຸດມີ 31 ຄົນເສຍຊີວິດ ແລະ ກ່ວາ 20 ຄົນຮັບບາດເຈັບ. ບັນດາຕົວພະຍານໃຫ້ຮູ້ວ່າ: ລະເບີດຖືກວາງຢູ່ບ່ອນເຂົ້າບັນດາໂບດ ແລະ ໄດ້ລະເບີດໃນຂະນະທີ່ມີຂຶ້ນເມື່ອຊາວອິດສະລາມ ເປັນຈຳນວນຫລວງຫຼາຍເຂົ້າສວດມົນກ່ອນເດືອນ Ramadan. ໃນຖະແຫຼງການໜຶ່ງທາງ ອິນເຕີເນັດ, IS ໄດ້ຍອມຮັບຢືນຢູ່ເບື້ອງຫຼັງບັນດາເຫດການວາງລະເບີດ ແລະ ເອີ້ນນີ້ວ່າແມ່ນການກະທຳໂຕ້ຕອບເລື່ອງທະຫານກະບົດ Houthi ຢູ່ Yemen ຍຶດຄອງນະຄອນຫຼວງ Sanaa ແລະ ທ້ອງຖິ່ນຕ່າງໆຂອງປະເທດທີ່ມີຊາວນິກາຍ ຊັນນີ ຈຳນວນຫຼາຍດຳລົງຊີວິດ.