ISໄດ້ສັງຫານກ່ວາ3.000ຄົນຢູ່ຊີຣີ

ISໄດ້ສັງຫານກ່ວາ3.000ຄົນຢູ່ຊີຣີ - ảnh 1
IS ​ກະ​ກຽມສັງ​ຫານຊາວ​ອິດ​ສະ​ລາມ​ນິ​ກາຍ ຊີ​ອະ 8 ຄົນ
(ພາບ: AP)

(vovworld) - ພາຍຫຼັ​ງ​ໜຶ່ງ​ປີ​​ນັບ​ແຕ່​ກຸ່ມ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ​ຖະ​ແຫຼງ​ສ້າງ​ຕັ້ງ ລາ​ຊະ​ອາ​ນາ​ຈັກ ອິດ​ສະ​ລາມ ເມື່ອ​ວັນ​ທີ 29/6/2014, ກ​ຳ​ລັງ​ຫົວ​ຮຸນ​ແຮງນີ້​ໄດ້​ສັງ​ຫານ​ຊາວ​ຊີ​ຣີ ກ່​ວາ 3.000 ຄົນ. ນີ້​ແມ່ນ​ເອ​ກະ​ສານ​ສະ​ຖິ​ຕິ​ໂດຍ​ອົງ​ການ​ຕິ​ດ​ຕາມ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ປະ​ກາດ​ໃນ​ວັນ​ທີ 28/6. ໃນ​ຈຳ​ນວນ​ຜູ້​ຖືກ IS ເຂັ່ນ​ຂ້ານັ້ນ​ມີ​ສາ​ມັນ​ຊົນ​ເກືອບ 1.800 ຄົນ. SOHR ໃຫ້​ຮູ້​ຕື່ມ​ອີກວ່າ: IS ຍັງ​ສັງ​ຫານ​ສະ​ມາ​ຊິ​ກ​ຂອງ​ກ​ຸ່ມນີ້ 143 ຄົນ​ຍ້ອນ​​ຖືກ​ກ່າວ​ຫາ​ລະ​ເມີດ​ກົດ​ໝາຍ ແລະ ເປັນ​ນັກ​ສືບ. ກໍ່​ຕາມ SOHR ແລ​້ວ, ຢ່າງ​ໜ້ອຍ​ສຸດ​ມີ​ທະ​ຫານ​ກະ​ບົດ IS 8.000 ຄົນ​ເສຍ​ຊີ​ວິດ​ໃນ​ບັນ​ດາ​ການ​ປະ​ທະ​ກັນ ແລະ ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໂດຍ ອາ​ເມ​ລິ​ກາ ບັນ​ຊາ.


ຂ່າວ/ບົດ​ອື່ນ