Libi ຈັດການເລືອກຕັ້ງຢູ່ທ້ອງຖິ່ນ

 Libi ຈັດການເລືອກຕັ້ງຢູ່ທ້ອງຖິ່ນ - ảnh 1

ການ​ປ່ອນ​ບັດ​ຢູ່​ລີ​ບີ

(ພາບ:vnexpress.net)

( vovworld ) – ວັນ​ທີ 20/2, ປະຊາຊົນ​ນະຄອນ Misrata ຊື່​ງ​ແມ່ນ​ນະຄອນ​ໃຫ່ຍອັນ​ດັບ 3 ຂອງ Libi ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງບັນດາ​ສະມາຊິກ​ສະພາ​ນະຄອນ. ນີ້​ແມ່ນ​ການ​ເລືອກ​ຕັ້ງຢູ່​ທ້ອງ​ຖິ່ນຄັ້ງ​ທຳ​ອິດ​ຢູ່  Libi ນັບ​ແຕ່​ລະບອບ​ຂອງ​ການ​ນຳ Moammer Gaddphi ຖືກ​ໂຄ່ນ​ລົ້ມ. ປະຊາຊົນ​ນະຄອນ Misrata ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງສະມາຊິກ​ສະພາ​ນະຄອນ 28 ທ່ານ ຊື່​ງ​ແມ່ນ​ຜູ້​ທີ່​ຮັບຜິດຊອບ​ໜ້າ​ທີ່​ອັນ​ຫຍູ້​ງຍາກ​ຄື​ສ້າງສາ​ນະຄອນ​ທີ່​ມີ​ພົນລະ​ເມື​ອງກ່ວາ 300.000 ຄົ​ນນີ້ຄືນ​ໃໝ່. ສຳລັບ​ປະຊາຊົນ​ນະຄອນ Misrata ​ແລ້ວ, ນີ້​ແມ່ນ​ຈຸດ​ເວລາ​ເລີ່​ມຕົ້ນ​ໃຫ້​ແກ່​ຊີວິດ​ໃໝ່, ​ເຂົາ​ເຈົ້າ​ເຊື່ອໝັ້ນວ່າ ບັນດາ​ການ​ເລືອກ​ຕັ້ງຄື​ຄັ້ງນີ້ ​ແມ່ນ​ຂີດ​ໝາຍ​ສຳຄັນ​ຂອງ​ສະ​ໄຫມ​ຫລັງ Gaddphi. Misrata ​ແມ່ນ​ສະໜາມຮົບ​ໃຫ່ຍ ​ແລະ​ດຸ​ເດືອດ​ກ່ວາ​ໝູ່​ຢູ່ ​Libi ໃນຕະຫຼອດ​ໄລຍະ​ເວລາ​ເກືອບ 1 ປີ​ເກີດ​ການ​ຜັນ​ແປ່​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ອາ​ຟຼິກກາ​ເໜືອ​ນີ້. ​ແມ່ນ​ກຳ​ແພງ​ຂອງ​ກຳລັງ​ລຸກ​ຮຶ້ຂຶ້ນ​ຕ້ານ​ອຳນາດ​ການ​ປົກຄອງ Gaddphi ຢູ່​ທາງ​ທິດຕາ​ເວັນ​ຕົກ Libi,  Misrata ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ ພາຍຫຼັງ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ລະຫວ່າງ​ສອງ​ຝ່າຍ​ຄັດຄ້ານ ​ແລະ​ສະໜັບສະໜູນ​ທ່ານ Gaddphi.

ຂ່າວ/ບົດ​ອື່ນ