NATO ແຕ່ງຕັ້ງຜູ້ບັນຊາການ ສູງສຸດ ແລະ ເປັນເອກພາບຕໍ່ ພາລະກຳໃໝ່ຢູ່ ອາບການິດຖານ

NATO ແຕ່ງຕັ້ງຜູ້ບັນຊາການ ສູງສຸດ ແລະ ເປັນເອກພາບຕໍ່ ພາລະກຳໃໝ່ຢູ່ ອາບການິດຖານ - ảnh 1
ນາຍ​ພົນ John Allen
(ພາບ: ອີນເຕີແນດ)


(vovworld) - ວັນ​ທີ 10/10, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນປະ​ເທດບັນດາ​ປະ​ເທດທີ່​ຂຶ້ນ​ກັບອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເຫນືອ (NATO) ​ໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາເປັນ​ເວລາ​ສອງ​ວັນຢູ່​ນະຄອນຫຼວງ ບຮຸກ​ແຊນ, ປະ​ເທດ​ແບນ​ຊິກ, ດ້ວຍ​ການ​ແຕ່ງ​ຕັ້ງຜູ້​ບັນຊາການ​ສູງ​ສຸດ ​ແລະ ​​ເປັນເອກ​ພາບ​ຂອບ​ເຂດ​ພາລະ​ກຳຂອງ​ກຳລັງ​ສາກົນ​ໂດຍ NATO ນຳ​ໜ້າ​ຢູ່​ອາບ​ກາ​ນິດ​ສະຖານ ພາຍຫຼັງ​ປີ 2014, ​​ເຊິ່ງ​ແມ່ນຈຸດ​ເວລາ​ທີ່ NATO ຖອນ​ອອກ​ຈາກ​ປະ​ເທດ​ອາຊີ​​ໃຕ້ນີ້. ກ່າວ​ຄຳ​ເຫັນ​ພາຍຫຼັງອັດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ Leon Panetta ​ໃຫ້​ຮູ້​ວ່າ ບັນດາ​ລັດຖະມົນຕີ NATO ​ໄດ້​ເຫັນ​ດີ​ໃຫ້​ນາຍ​ພົນ John Allen, ບັນຊາ​ບັ້ນ​ຮົບ​ຂອງ NATO ຢູ່​ອາບ​ກາ​ນິດ​ສະຖານ ຮັກສາ​ບົດບາດ​ເປັນຜູ້​ບັນຊາການ​ສູງ​ສຸດຂອງ NATO. ​ແລະກໍ​ທີ່​ກອງ​ປະຊຸມ​ນີ້, ບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ NATO ກໍ​ເຫັນ​ດີ​ຕໍ່ຂອບ​ເຂດ​ການ​ເມືອງ​ເປີດ​ກວ້າງ​ສຳລັບ​ພາລະ​ກຳ​ທີ່​ຝຶກຊ້ອມ​ໃໝ່ຢູ່​ອາບ​ກາ​ນິດ​ສະຖານ ພາຍຫຼັງ​ປີ 2014, ​ເມື່ອ​ພາລະ​ກຳ​ໃນປະຈຸ​ບັນ​ຂອງ​ບັນດາ​ກຳລັງ NATO ຢູ່​ອາບ​ກາ​ນິດ​ສະຖານ ສິ້ນ​ສຸດ​ລົງ.

ຂ່າວ/ບົດ​ອື່ນ