Tel Aviv ສ້າງພັນທະມິດເພື່ອປະເຊີນຫນ້າກັບ Tehran; Iran ກ່າວຫາ ອາເມລິກາ ທີ່ໄດ້ອະນຸຍາດໃຫ້ Israel ລອບສັງຫານການນຳ Hamas

(VOVWORLD) -ວັນທີ 2 ສິງຫາ ສື່ມວນຊົນ Israel ໃຫ້ຮູ້ວ່າ: ປະເທດນີ້ ພວມກ້າວໄປເຖິງບັນດາຂໍ້ຕົກລົງສຸດທ້າຍພ້ອມກັບບັນດາປະເທດພັນທະມິດກ່ຽວກັບການສ້າງພັນທະມິດປ້ອງກັນຕົວຢູ່ພາກພື້ນ ເພື່ອຮັບມືກັບບັນດາການບຸກໂຈມຕີຈາກ ອີຣານ ແລະ ກຳລັງ Hezbollah ຢູ່ ລີບັງ ເຂົ້າໃສ່ Israel.

Tel Aviv ສ້າງພັນທະມິດເພື່ອປະເຊີນຫນ້າກັບ Tehran; Iran ກ່າວຫາ ອາເມລິກາ ທີ່ໄດ້ອະນຸຍາດໃຫ້ Israel ລອບສັງຫານການນຳ Hamas - ảnh 1ປະຊາຊົນ ອີຣານ ເຂົ້າຮ່ວມພິທີໄວ້ອາໄລ ການນຳ Hamas. (ພາບ: Reuters)

ໃນວັນດຽວກັນ,ແຫລ່ງຂ່າວອື່ນຂອງ Israel ກໍ່ໃຫ້ຮູ້ວ່າ: ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ແຈ້ງໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ Israel, ທ່ານ Yoav Gallant ກ່ຽວກັບເລື່ອງຈັດສົ່ງກຳລັງຂອງ ອາເມລິກາ ຢູ່ ເຂດຕາເວັນອອກກາງ ເພື່ອແນໃສ່ປະເຊີນຫນ້າກັບບັນດາການບຸກໂຈມຕີຂອງ ອີຣານ ແລະ ບັນດາກຸ່ມປະກອບອາວຸດ ໂດຍເຕເຮຣານ ຫນູນຫລັງ ເຂົ້າໃສ່ Israel. ແຕ່ເຖິງຢ່າງໃດກໍຕາມ, ຂອບຂະຫນາດ ແລະວິທີການຜັນຂະຫຍາຍກຳລັງລະອຽດ ຍັງບໍ່ທັນໄດ້ຮັບການປະກາດເທື່ອ.

          ສຳລັບຝ່າຍ ອີຣານ, ວັນທີ 2 ສິງຫາ, ສຳນັກຂ່າວສານ Fars ໃຫ້ຂ່າວວ່າ : ລັດຖະມົນຕີ ລາຊະການລັບ ອີຣານ  ທ່ານ Esmail Khatib  ໄດ້ກ່າວຫາ ອາເມລິກາ ທີ່ໄດ້ໃຫ້ສັດຕະຍາບັນອະນຸຍາດໃຫ້ Israel ປະຕິບັດການລອບສັງຫານ ການນຳສູງສຸດຂອງ Hamas ທ່ານ Ismail Haniyeh ຢູ່ ນະຄອນຫລວງ ເຕເຮຣານ ຂອງອີຣານ ໃນຮຸ່ງເຊົ້າວັນທີ 31 ກໍລະກົດ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ