![Tunisiaທຳລາຍກົນອຸບາຍກໍ່ການຮ້າຍຂະໜາດໃຫຍ່ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2016_10_28/tunisia dap tan am muu khung bo lon.jpg)
ນາຍົກລັດຖະມົນຕີ Tunisia Youssef Chahed ກ່າວຄຳເຫັນໃນເຫດການໜຶ່ງຢູ່ Hammamet ໃນວັນທີ 25/10.
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld) - ວັນທີ 27/10, ກະຊວງພາຍໃນ Tunisia ໄດ້ປະກາດວ່າ ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ ໄດ້ທຳລາຍໜຶ່ງໃນບັນດາເຄືອຂ່າຍກໍ່ການຮ້າຍອັນຕະລາຍທີ່ສຸດ ເຊິ່ງສະມາຊິກທັງໝົດແມ່ນແມ່ຍິງເຄື່ອນໄຫວຢູ່ Tunisia ແຕ່ 2 ປີມານີ້. ກະຊວງພາຍໃນ Tunisia ໃຫ້ຮູ້ວ່າ: ກຳລັງປ້ອງກັນຄວາມສະຫງົບໄດ້ຮັບຂ່າວລັບກ່ຽວກັບການເຄື່ອນໄຫວທີ່ໜ້າສົງໄສຂອງແມ່ຍິງມີອາຍຸ 30 ປີ, ເຊິ່ງເປັນເອື້ອຍຂອງພາກສ່ວນກໍ່ການຮ້າຍອັນຕະລາຍທີ່ພວມລົບລີ້ຢູ່ເຂດພູ Kasserine, ທາງພາກໃຕ້ປະເທດນີ້ ແລະ ຕິດກັບຊາຍແດນ Algeria. ຫຼັງຈາກນັ້ນ, ກຳລັງປ້ອງກັນຄວາມສະຫງົບໄດ້ຈັບຕົວແມ່ຍິງດັ່ງກ່າວຢູ່ເຮືອນສ່ວນຕົວ. ເປົ້າໝາຍນີ້ໄດ້ຍອມຮັບສາລະພາບວ່າຕົນເອງໄດ້ສາບານຕົວຈະຈົ່ງຮັກພັກດີຕໍ່ເຄືອຂ່າຍກໍ່ການຮ້າຍມີແຕ່ແມ່ຍິງພວມເຄື່ອນໄຫວຢູ່ Tunisia ແລະ ມີການຕິດຕໍ່ພົວພັນກັບອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ. ຜ່ານບັນດາການສອນປາກຄຳ, ກຳລັງປ້ອງກັນຄວາມສະຫງົບໄດ້ທຳລາຍເຄືອຂ່າຍກໍ່ການຮ້າຍນີ້ ແລະ ທຳລາຍແຜນການກໍ່ການຮ້າຍໃຫຍ່ສຸດຢູ່ Tunisia.