UAE ປັບປຸງການພົວພັນ ກັບຫວຽດນາມ ຫລາຍກວ່າອີກ

UAE ປັບປຸງການພົວພັນ ກັບຫວຽດນາມ   ຫລາຍກວ່າອີກ - ảnh 1
ປະທານາທິບໍດີ UAE
ພາບ:vietbao.vn
(vovworld)
ຢຸ​ໄນ​ເຕັບ ອາຣັບ ​ເອມີ​ເຣດ (UAE) ຢາກ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ​ ກວ່າ​ອີກ. ທີ່​ການ​ຕ້ອນຮັບ​ທ່ານ      ​ເຈີ​ນງອກ​ແທກ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ UAE ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຫວ່າງ​ແລ້ວ​ນີ້, ປະທານາທິບໍດີ UAE Sheik Khalifa bin Zayed Al Nahyan ​ໄດ​້ຢືນຢັນ​ວ່າ : ຈະ​ພ້ອມ​ກັບ​ອົງການ​ກ່ຽວ​ຂອ້ງ ຂອງ UAE ປັບປຸງ​ການ​ພົວພັນ​ກັບ​ຫວຽດນາມ​ກວ່າ​ອີກ ພ້ອມ​ກັນ​ນັ້ນ ປາດ​ຖະຫນາ​ຢາກ​ເຊື້​ອ​ເຊີນ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ​ມາ​ຢ້ຽມຢາມ UAE ​ໂດຍ​ໄວ. ທ່ານ​​ເອກ​ອັກຄະ​ລັດຖະທູດ ​ເຈີ​ນງອກ​ແທກ ​ເນັ້ນ​ຫນັກ​ວ່າ: ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ UAE ມີ​ບາດກ້າວ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ​ໃນ 19 ປີຜ່ານມາ ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ ພິ​ເສດ ​ແມ່ນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ./.

ຕອບກັບ

ຂ່າວ/ບົດ​ອື່ນ