Vietravel Airlines ເປີດ​ສາຍ​ການ​​​ບິນ​ສາ​ກົນ ນະ​ຄອນ ໂຮ່​ຈີ​ມິນ - ບາງກອກ

(VOVWORLD) -Vietravel Airlines ນຳໃຊ້ເຮືອບິນ A321 ທັນສະໄໝ, ດ້ວຍ 01 ຖ້ຽວໄປກັບ ຕໍ່ມື້, ຄາດວ່າຈະສືບຕໍ່ເພີ່ມຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

Vietravel Airlines ເປີດ​ສາຍ​ການ​​​ບິນ​ສາ​ກົນ ນະ​ຄອນ ໂຮ່​ຈີ​ມິນ - ບາງກອກ - ảnh 1ພິທີເປີດສາຍການບິນສາກົນ ນະຄອນ ໂຮ່ຈີມິນ - ບາງກອກ (ພາບ: vietravelairlines.com)

ວັນທີ 9 ກຸມພາ, ເຮືອບິນໝາຍເລກ VU131 ຂອງ ບໍລິສັດການບິນ Vietravel Airlines ໄດ້ບິນຈາກສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ) ໄປລົງຈອດຢູ່ສະໜາມບິນ ສຸວັນນະພູມ, ບາງກອກ ເປັນຂີດໝາຍແກ່ການເປີດສາຍການບິນການຄ້າຖ້ຽວທຳອິດ ທີ່ເຊື່ອມຈອດ 2 ນະຄອນຈຸດໃຈກາງຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນະຄອນ ໂຮ່ຈີມິນ - ບາງກອກ (ປະເທດໄທ).

        ເລື່ອງ Vietravel Airlines ຈະເພີ່ມສາຍການບິນສາກົນ ລະຫວ່າງນະຄອນ ໂຮ່ຈີມິນ - ບາງກອກ ຕື່ມອີກໃນໄຕມາດທີ I ປີ 2023, ດ້ວຍຄວາມຫວັງ ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າອີກ.

        Vietravel Airlines ນຳໃຊ້ເຮືອບິນ A321 ທັນສະໄໝ, ດ້ວຍ 01 ຖ້ຽວໄປກັບ ຕໍ່ມື້, ຄາດວ່າຈະສືບຕໍ່ເພີ່ມຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ