Vietship 2012 ແມ່ນກາລະໂອກາດ ພັດທະນາຂະແຫນງ ຕໍ່ກຳປັ່ນ ແລະ ຂົນສົ່ງທາງທະເລ

Vietship 2012 ແມ່ນກາລະໂອກາດ   ພັດທະນາຂະແຫນງ     ຕໍ່ກຳປັ່ນ ແລະ ຂົນສົ່ງທາງທະເລ - ảnh 1
ພິທີໄຂງານວາງສະແດງ Vietship 2012
ພາບ:baomoi.com

(vovworld) - ຕອນ​ເຊົ້າ​ວັນ​ທີ 28/2, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ວາງສະ​ແດງ​ສາກົນ​ຄັ້ງ​ທີ 6 ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຕໍ່​ກຳ​ປັ່ນ, ການ​ເດີນ​​ເຮືອທະ​ເລ ​ແລະ ຂົນ​ສົ່ງທາງທະເລ Vietship 2012 ດ​ຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງ​ຫາຍ ​ເຊື່ອ​ໝັ້ນ​ວ່າ: ​ເຫດການນີ້​ຈະ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດ​ເພື່ອ​ແລກປ່ຽນ ຊອກ​ຫາ​ບັນດາ​ກາລະ​ໂອກາດ​ພັດທະນາ​ຂະ​ແຫນງ​ຕໍ່​ກຳ​ປັ່ນ ​ແລະ ການ​ຂົນ​ສົ່ງ​ທາງ​ທະ​ເລ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໃຫ້​ຮູ້​ວ່າ: ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ ​ແລະ ຫນັກຫນ່ວງ​ເຖິງ​ຂະ​ແຫນງ​ການ​ເດີນ​ເຮືອ​ທະ​ເລ, ຕໍ່​ກຳ​ປັ່ນ ​ແລະ ການຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ນັ້ນ, ລັດຖະບານ​ໄດ້​ສ້າງ​ໂຄງການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ອຸດສາຫະກຳ​ຕໍ່​ກຳ​ປັ່ນ, ຍຸດ​ທະ​ສາດ​ທະ​ເລ​ຄືນ​ໃຫມ່ ​ເພື່ອ​ພັດທະນາ​ການ​ຂົນ​ສົ່ງທາງ​ທະ​ເລ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ງານ​ວາງສະ​ແດງ​ຄັ້ງ​ນີ້​ລວມມີຮ້ານ​ວາງສະ​ແດງ 300 ຮ້ານ ຂອງ 200 ບໍລິສັດ, ​ໃນ​ນັ້ນ 2/3 ​ແມ່ນ​ບັນດາ​ບໍລິສັດ​, ກຸ່ມ​ບໍລິສັດ​ສາກົນ​ມາ​ຈາກ​ບັນດາ​ປະ​ເທດ​ມີ​ພື້ນຖານ​ອຸດສາຫະກຳ​ກຳ​ປັ່ນ​ພັດທະນາ​ຊັ້ນ​ນຳ​ຂອງ​ໂລກ​ຄື: ຍີ່​ປຸ່ນ, ສ​ເກົາຫລີ, ຈີນ, ​ໂຮ​ນລັງ, ​ແຟງ​ລັງ, ຝລັ່ງ, ສະ​ວິດ, ນອກ​ແວ, ສິງກະ​ໂປ, ລັດ​ເຊຍ ​ແລະ ​ແອ​ດສະ​ປາຍ.

ຂ່າວ/ບົດ​ອື່ນ