VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ
VTC - VOV5 -  
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ມອບລະບົບການສຽງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ວັນທີ 21 ກໍລະກົດ, ຄະນະປະຕິບັດງານ VOV ນຳໂດຍທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV ເປັນຫົວໜ້າຄະນະ ໄດ້ໄປຖະຫວາຍດອກໄມ້, ທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ (ເມືອງ ແອັງເຊີນ, ແຂວງ ເງະອານ).
ເນື່ອງໃນໂອກາດນີ້, VOV ໄດ້ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວໃນທົ່ວປະເທດ, ເພື່ອນມິດສາກົນ ເມື່ອເຂົ້າຢ້ຽມເຂດສຸສານນີ້.
ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ແມ່ນເຂດສຸສານໃຫຍ່ສຸດ ໄດ້ທ້ອນໂຮມອັດຖິຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເຄີຍເຂົ້າຮ່ວມການຕໍ່ສູ້ ແລະ ເສຍສະຫຼະຊີວິດຢູ່ ລາວ. ເຂດສຸສານນີ້ໄດ້ກໍ່ສ້າງນັບແຕ່ປີ 1976. ມາຮອດປະຈຸບັນ, ເຂດສຸສານນີ້ໄດ້ຮັບ ແລະ ຮັກສາອັດຖິນັກຮົບເສຍສະຫຼະຊີວິດຢູ່ສະໜາມຮົບປະເທດເພື່ອນ ລາວ ເກືອບ 11.000 ຊຸດ.
ບາງພາບຖ່າຍຂອງຄະນະປະຕິບັດງານ VOV ຢູ່ແຂວງ ເງະອານ
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/1_wmjr.jpg) |
ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ (ຂວາ) ມອບລະບົບການສຽງໃຫ້ແກ່ການນຳເມືອງ ແອັງເຊີນ (ເງະອານ) ເພື່ອຕິດຕັ້ງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ. |
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/2_wvfw.jpg) |
ເຂົ້າຮ່ວມພິທີມອບ - ຮັບມີທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ບຸຍດິ່ງລອງ ແລະ ການນຳບາງຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ. |
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/4_rjqd.jpg) |
ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງ VOV ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາ ປະທານ ໂຮ່ຈີມິນ ແລະ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ. |
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/7_lhsp.jpg) |
ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍກວາງ ແລະ ພະນັກງານການນຳທ້ອງຖິ່ນຖະຫວາຍດອກໄມ້ຢູ່ເຂດສຸສານ. |
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/10_ndof.jpg) |
ທ່ານ ຫງວຽນຕຽນລອງ, ຫົວໜ້າພະແນກ VOV5 ພ້ອມກັບຄະນະປະຕິບັດງານຂອງ VOV ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ. |
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 13](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/13_bfnr.jpg) |
ທ່ານ ຫວູຫາຍກວາງ ແລະ ການນຳສະຖານີໂທລະພາບ ເງະອານ, ການນຳຄະນະກຳມະການປະຊາຊົນເມືອງ ແອັງເຊີນ ລັ່ນລະຄັງຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ. |
![VOV ມອບລະບົບການສຽງໃຫ້ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ - ảnh 14](https://photo-cms-vovworld.zadn.vn/w730/uploaded/vovworld/xqeioxryks/2022_07_22/media/14_ktnq.jpg) |
ຄະນະປະຕິບັດງານຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ |
VTC - VOV5