VOV ສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 95 ປີ

(VOVWORLD) -  ຕອນເຊົ້າວັນທີ 18 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ, ສະມາຄົມນັກຂ່າວ ຫວຽດນາມ - ສະມາຄົມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ VOV ປາດຖະໜາວ່າ: ດ້ວຍບົດບາດຂອງຕົນ, ສະມາຄົມນັກຂ່າວ VOV ຈະຝຶກຝົນຫຼໍ່ຫຼອມບຳລຸງກໍ່ສ້າງໃຫ້ແກ່ບັນດາສະມາຊິກກ່ຽວກັບຄຸນທາດດ້ານການເມືອງ, ກຳລັງຄວາມສາມາດດ້ານວິຊາສະເພາະ ແລະ ຈັນຍາບັນອາຊີບ. ທ່ານ ຫງວຽນເທ໊ກີ໋ ເນັ້ນໜັກວ່າ:

        “ໂອກາດນີ້ເປັນການ ເປີດຊຸດດຳເນີນຊີວິດການເມືອງ ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ອົງຄະນະພັກ VOV ອາຍຸການ 2020 2025. ທີ່ກອງປະຊຸມໃຫຍ່ດັ່ງກ່າວ ພວກເຮົາຈະກຳນົດທິດທາງ, ໜ້າທີ່, ມາດຕະການຕົ້ນຕໍ ເພື່ອນຳ VOV ສືບຕໍ່ພັດທະນາໃນອະນາຄົດ. ຖ້າພວກເຮົາບໍ່ມີຄວາມມານະພະຍາຍາມບືນຕົວຂຶ້ນນັ້ນ ພວກເຮົາຈະຖືກຕົກຢູ່ທາງຫລັງ.

VOV ສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 95 ປີ - ảnh 1ທ່ານພົນໂທ ຫງວຽນວັນຣິງ ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນ

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທີ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA) ກໍ່ໄດ້ຈັດຕັ້ງງານພົບປະສັງສັນບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 95 ປີ (21/06/1925 – 21/06/2020). ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຫງວຽນວັນຣິງ, ປະທານ VAVA ເນັ້ນໜັກວ່າ:

        “ຂ້າພະເຈົ້າຕີລາຄາສູງການສົມທົບຂອງບັນດາອົງການສື່ມວນຊົນກັບ VAVA. ໃນຫລາຍປີທີ່ຜ່ານມາ, ບັນດານັກຂ່າວ, ບັນດາອົງການສື່ມວນຊົນ ໄດ້ມີບົດຂຽນຫລາຍບົດ ເພື່ອໂຄສະນາກ່ຽວກັບຜົນຮ້າຍຢ້ອນຫລັງຂອງສົງຄາມທາດພິດເຄມີຢູ່ ຫວຽດນາມ, ພິເສດແມ່ນກ່ຽວກັບສິ່ງແວດລ້ອມ, ສຸຂະພາບຂອງຊາວ ຫວຽດນາມ.

        ເນື່ອງໃນໂອກາດນີ້, VAVA ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ 11 ຄະນະ, ສ່ວນບຸກຄົນ 20 ຄົນ, ໃນນັ້ນ VOV ມີ 3 ຄົນ ແລະ  2 ຄະນະໄດ້ຮັບໃບຍ້ອງຍໍ ຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເຄື່ອນໄຫວໂຄສະນາກ່ຽວກັບຜົນຮ້າຍຢ້ອນຫລັງຈາກທາດພິດເຄມີ ເຊິ່ງ ອາເມລິກາ ນຳໃຊ້ໃນປາງສົງຄາມຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ