WB ຄາດຄະເນເສດຖະກິດຫວຽດນາມ ປີ 2017 ເຕີບໂຕຢູ່ໃນລະດັບ 6,3%

(VOVWORLD) - ແງ່ຫວັງເສດຖະກິດຂອງ ຫວຽດນາມ ໄດ້ຮັບການຕີລາຄາຕັ້ງໜ້າ. ຄາດວ່າ, GDP ປີນີ້ຈະເພີ່ມຂຶ້ນປະມານ 6,3%, ມີສັນຍານປົວແປງເມື່ອທຽບໃສ່ປີກາຍຍ້ອນຄວາມຕ້ອງການຢູ່ພາຍນອກຟື້ນຟູ. 

WB ຄາດຄະເນເສດຖະກິດຫວຽດນາມ ປີ 2017 ເຕີບໂຕຢູ່ໃນລະດັບ 6,3% - ảnh 1ທ່ານ Sebstian Ekardt, ຫົວໜ້ານັກຊ່ຽວຊານເສດຖະກິດທະນາຄານໂລກ ປະຈຳ ຫວຽດນາມ

ພາບປະກອບ

ນີ້ແມ່ນຂ້ໍ້ສັງເກດຂອງທະນາຄານໂລກ ຍົກອອກມາທີ່ການປະຊຸມຂ່າວປະກາດບົດລາຍງານອັບເດັດເສດຖະກິດ ອາຊີຕາເວັນອອກ - ປາຊີຟິກ ຈັດຕັ້ງໃນວັນທີ 4 ຕຸລາ ຢູ່ບາງກອກ, ປະເທດ ໄທ ແລະ ເຊື່ອມຕໍ່ທາງເຄືອຂ່າຍອິນເຕີເນັດບັນດາປະເທດໃນພາກພື້ນ. ກ່ຽວກັບພື້ນຖານແລ້ວ, ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິ ແຕ່ຍັງຊັກຊ້າໃນການປັບປຸງປີການເງິນ, ສິນເຊື່ອເຕີບໂຕໄວ ອາດຈະເພີ່ມທະວີຄວາມສ່ຽງໃນໄລຍະຍາວ. ຊຸກຍູ້ວິວັດທະນາການສ້າງໂຄງປະກອບເສດຖະກິດຄືນໃໝ່ ຊ່ວຍປັບປຸງຄວາມສາມາດບົ່ມຊ້ອນໃນການເຕີບໂຕ. ບົດລາຍງານໄດ້ເນັ້ນໜັກແງ່ຫວັງເສດຖະກິດໃນໄລຍະປານກາງຂອງ ຫວຽດນາມ ຍັງໄດ້ຮັບການຕີລາຄາຢ່າງຕັ້ງໜ້າ. ຍົກອອກບັນດາຂໍ້ສະເໜີແນະສຳລັບ ຫວຽດນາມ, ບົດລາຍງານຖືວ່າ ຫວຽດນາມ ຕ້ອງປັບປຸງເສດຖະກິດມະຫາພາກເປັນປົກກະຕິ…

ຕອບກັບ

ຂ່າວ/ບົດ​ອື່ນ