![WB ຊ່ວຍເຫຼືອເງິນ 6,5 ລ້ານ USD ເພື່ອຊ່ວຍໜູນອາຊີບການປະມົງ ຂອງຫວຽດນາມ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_03_31/nghe ca_copy_copy_copy.jpg)
(ພາບປະກອບ)
|
Vovworld- ວັນທີ 30/3, ທະນາຄານໂລກ(WB) ໄດ້ເຊັນອະນຸມັດບ້ວງເງິນຊ່ວຍເຫຼືອເພີ່ມເຕີມລວມມຸນຄ່າ 6,5 ລ້ານ USD ເພື່ອຊ່ວຍໜູນການຄຸ້ມຄອງ ອາຊີບການປະມົງແຄມທະເລແບບຍືນຍົງຂອງຫວຽດນາມ. ບ້ວງເງິນຊ່ວຍເຫຼືອດັ່ງກ່າວ ຈະຊ່ວຍວາງແຜນກຳນົດບັນດາບໍລິເວນແຄມທະເລ ແລະ ຄຸ້ມຄອງ ການຂຸດຄົ້ນສິນໃນນ້ຳແຄມຝັ່ງ. ໂຄງການນີ້ ຊະຊ່ວຍເຫຼືອໂດຍກົງ ບັນດາກຸ່ມຊຸມຊົນທີ່ທຸກຍາກຢູ່ບັນດາແຂວງ ກາເມົາ, ຊອກຈັງ, ແຄ້ງຮ່ວາ, ຟູ້ອຽນ, ບີງດິ້ງ, ຮ່າຕິ້ງ, ເງະອານ ແລະ ແທງຮ້ວາ ໃນການສ້າງແຜນການ ແລະ ຜັນຂະຫຍາຍແຜນການຄຸ້ມຄອງ ອາຊີບການປະມົງແຄມທະເລ, ຜ່ານນັ້ນ ກໍເປັນການປະກອບສ່ວນເຂົ້າໃນຈຸດໝາຍເພີ່ມທະວີການຄຸ້ມຄອງ ອາຊີບການປະມົງ ແຄມທະເລແບບຍືນຍົງໃນເຂດມີໂຄງການ