WHO ຮຽກຮ້ອງໃຫ້ບັນດາປະເທດນຳໃຊ້ປະສິດທິຜົນປ້ອງກັນ,ຕ້ານພະຍາດຂອງວັກຊິນຢ່າງສຸດຂີດ

WHO ຮຽກຮ້ອງໃຫ້ບັນດາປະເທດນຳໃຊ້ປະສິດທິຜົນປ້ອງກັນ,ຕ້ານພະຍາດຂອງວັກຊິນຢ່າງສຸດຂີດ - ảnh 1
(ພາບ​ປະ​ກອບ: AP/TTXVN)

(vovworld) - ​ວັກ​ຊິນ​ທຸກ​ຊະ​ນິດ​ທີ່​ສະ​ກັດ​ກັ້ນ​ໄດ້ 26 ພະ​ຍາດ​ມີ​ໄພ​ເຮັດ​ໃຫ້​​ຜູ້​ຖືກ​ຕິດເສຍ​ຊີ​ວິດ, ແຕ່​​ຫຼາຍປະ​ເທດ​ຍັງ​ບໍ່​ທັງ​ນຳ​ໃຊ້​ປະ​ສິດ​ທິ​ຜົນ​ຂອງ​ວັກ​ຊິນ​ຫຼາຍ​ຊະ​ນິດ​ເທື່ອ. ຕາມສານ​ເຊິ່ງອົງ​ການ​ອະ​ນາ​ໄມ​ໂລ​ກ (WHO) ຍົກ​ອອກ​ມາ​ໃນ​ວັນ​ທີ 24/04, ເຊິ່​ງ​ເປັນ​ມື້​ທຳ​ອິດ​ຂອງ​ສັບ​ປະ​ດາສັກ​ຢາກັນ​ພະ​ຍາດ​ໂລກ (24 – 30/04), ຜູ້​ອຳ​ນວຍ​ການ​ໃຫຍ່ WHO, ທ່ານ​ນາງ Margaret Chan ຢືນ​ຢັ​ນ​ວ່າ, ອັດ​ຕາ​ປະ​ຊາ​ຊົນ​ໄດ້​ສັກ​ຢາ​ກັນ​ພະ​ຍາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຂອບ​ຂະ​ໜາດ​ປະ​ຊາ​ຄົມ​ໄດ້​ຮັບ​ການ​ປ້ອງ​ກັນ​ນັບ​ມື້​ນັບ​ຫຼາຍ. ຕາມ WHO ແລ້ວ, ເລື່ອງ​ເພີ່ມ​ທະ​ວີ​ບັນ​ດາບັ້ນ​ສັກ​ຢາ​ກັນ​ພະ​ຍາດໃນ​ທົ່​ວ​ໂລກ​ສາ​ມາດ​ກູ້​ເອົາ​ຊີ​ວິດໄດ້ 1,5 ລ້ານ​ຄົນ/ປີ. ສັບ​ປະ​ດາ​ສັກ​ຢາກັນ​ພະ​ຍາດປີນີ້ ກໍ່​ແມ່ນ​ຂີດ​ໝາຍ​ຈຸດ​ເວ​ລາ​ບັນ​ດາ​ປະ​ເທດ​ສຳ​ເລັດ​ເຄິ່ງ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ ໃນ​ແຜນ​ການ​ກະ​ທຳ​ສັກ​ຢາ​ກັນ​ພະ​ຍາດທົ່ວ​ໂລກ (GVAP), ນັ້ນ​ແມ່ນ​ຮອດ​ປີ 2020 ລົບ​ລ້າງ​ບັນ​ດາ​ພະ​ຍາດ​ທີ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ