WHO ແລະ ກຸ່ມວັດທະນາຖາວອນລວມໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນກັນໂຄວິດ-19 ໃຫ້ປະເທດທຸກຍາກ

(VOVWORLD) -ບົດບັນທຶກຊ່ວຍຈຳກໍ່ສຸມໃສ່ເຂົ້າໃນການຊຸກຍູ້ບັນດາຄຸນຄ່າດ້ານການແພດລວມ ແລະ ການແພດທົ່ວໂລກ, ປັບປຸງຄວາມໝັ້ນຄົງດ້ານການແພດ ແລະ ແລກປ່ຽນການປ່ຽນແປງໃໝ່ ແລະ ຄວາມຮູ້ທົ່ວໂລກ.
WHO ແລະ ກຸ່ມວັດທະນາຖາວອນລວມໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນກັນໂຄວິດ-19 ໃຫ້ປະເທດທຸກຍາກ - ảnh 1ບົດບັນທຶກຊ່ວຍຈຳສຸມໃສ່ເຂົ້າໃນການຊຸກຍູ້ບັນດາຄຸນຄ່າດ້ານການແພດລວມ
(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ wordometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 08 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດເກືອບ 398 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,77 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກວ່າ 1,76 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 7.900 ຄົນ. ລັດເຊຍ ແມ່ນປະເທດກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຫຼາຍທີ່ສຸດ, ໃນຂະນະທີ່ ອິນເດຍ ມີຜູ້ເສຍຊີວິດຫຼາຍສຸດ.

        ໃນສະພາບການນັ້ນ, ທີ່ການພົບປະຢູ່ ເຊີແນວ (ປະເທດສະວິດ) ລະຫວ່າງ ທ່ານ Patricia Scotland ຜູ້ນຳໜ້າກຸ່ມວັດທະນາຖາວອນລວມ ກັບທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງເພື່ອແນໃສ່ຊ່ວຍຢຸດຕິໂລກລະບາດ ແລະ ຕ້ານການຂາດຄວາມສະເໝີພາບດ້ານວັກຊິນ. ບົດບັນທຶກຊ່ວຍຈຳກໍ່ສຸມໃສ່ເຂົ້າໃນການຊຸກຍູ້ບັນດາຄຸນຄ່າດ້ານການແພດລວມ ແລະ ການແພດທົ່ວໂລກ, ປັບປຸງຄວາມໝັ້ນຄົງດ້ານການແພດ ແລະ ແລກປ່ຽນການປ່ຽນແປງໃໝ່ ແລະ ຄວາມຮູ້ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ