WHO: ໂລກຈະ “ບໍ່ອາດຫຼີກລ່ຽງ” ບັນດາໂລກລະບາດໄຂ້ຫວັດໄດ້

(VOVWORLD) - ອົງການອະນາໄມໂລກ (WHO) ໄດ້ປຸກລະດົມບັ້ນເຄື່ອນໄຫວປ້ອງກັນປະຊາຊົນທົ່ວໂລກຕໍ່ການນາບຂູ່ຂອງພະຍາດໄຂ້ຫວັດເຊິ່ງພວມແຜ່ລາມຢ່າງກ້ວາງຂວາງໃນຕະຫຼອດ10ປີຈະມາເຖິງ.

ພ້ອມທັງໄດ້ເຕືອນໄພວ່າ ໂລກລະບາດໄຂ້ຫວັດໃໝ່ອາດເກີດຂຶ້ນໃນອະນາຄົດ. ບັ້ນເຄື່ອນໄຫວໃໝ່ຂອງ WHO ໄດ້ເລີ່ມຕົ້ນນັບແຕ່ປີ 2019 ຈົນຮອດປີ 2030, ເພື່ອແນໃສ່ກັນພະຍາດໄຂ້ຫວັດຕາມລະດູ, ຄວບຄຸມການແຜ່ລາມໄວຣັດຈາກສັັດໄປສູ່ຄົນ ແລະ ກຽມພ້ອມໃຫ້ແກ່ການຮັບມືກັບໂລກລະບາດຕໍ່ໄປ. ບັ້ນເຄື່ອນໄຫວດັ່ງກ່າວຮຽກຮ້ອງໃຫ້ທຸກປະເທດເພີ່ມທະວີ ແລະ ຍູ້ແຮງບັນດາໂຄງການສາທາລະນະສຸກປະຈຳວັນ ແລະ ພັດທະນາບັນດາໂຄງການສະເພາະສຳລັບການກັນພະຍາດໄຂ້ຫວັດເພື່ອແນໃສ່ປັບປຸງການຄວບຄຸມພະຍາດ ແລະ ກັນພະຍາດ… WHO ໃຫ້ຮູ້ວ່າຈະເປີດກ້ວາງບັນຊີລາຍຊື່ຂອງບັນດາຄູ່ຮ່ວມມືເພື່ອແນໃສ່ເພີ່ມທະວີການສຶກສາຄົ້ນຄ້ວາ, ປ່ຽນແປງໃໝ່່, ຮັບປະກັນຈະມີວັກຊີນໃໝ່ກໍ່ຄືບັນດາມາດຕະການກັນພະຫຍາດໄຂ້ຫວັດ.

ຕອບກັບ

ຂ່າວ/ບົດ​ອື່ນ