ຄົນທຸກຍາກໄດ້ຮັບການຊ່ວຍເຫຼືອ - ເພີ່ມຄວາມເຊື່ອໝັ້ນເພື່ອຜ່ານຜ່າຄວາມຫຍຸ້ງຍາກ

(VOVWORLD) -ໄລ່ຮອດທ້າຍເດືອນ ເມສາ 2020, ມີປະມານ 200 ກໍລະນີໄດ້ຮັບການຊ່ວຍເຫຼືອ ເພື່ອແນໃສ່ຫຼຸດຜ່ອນຄວາມຫຍຸ້ງຍາກໃນການໃຊ້ຈ່າຍໃນຄອບຄົວ.
ຄົນທຸກຍາກໄດ້ຮັບການຊ່ວຍເຫຼືອ - ເພີ່ມຄວາມເຊື່ອໝັ້ນເພື່ອຜ່ານຜ່າຄວາມຫຍຸ້ງຍາກ - ảnh 1 (ເອື້ອຍ ເລືອງທິຖຸຍ, ໄດ້ຮັບຂອງຂວັນຈາກສະຫະພັນແຮງງານເມືອງ ບິ່ງແທ້ງ)

ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ- 19, ມີຜູ້ອອກແຮງງານຢູ່ນະຄອນໂຮ່ຈີມິນ ຫຼາຍຄົນບໍ່ມີວຽກເຮັດງານທຳ, ເງິນເດືອນຖືກຫຼຸດລົງ ຫຼື ພັກວຽກໂດຍບໍ່ຮັບເງິນເດືອນ, ເລື່ອງຄ້າຂາຍກໍ່ຖືກຜົນສະທ້ອນຫຼາຍພໍສົມຄວນ. ໃນສະພາບປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນ, ຄວາມເອົາໃຈໃສ່ຈາກອຳນາດການປົກຄອງທຸກຂັ້ນ, ພິເສດແມ່ນອົງການກຳມະບານທຸກຂັ້ນ ໄດ້ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານທຸກຍາກຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ.

        ໃນເວລາ 2 ເດືອນທີ່ເກີດໂລກລະບາດໂຄວິດ-19, ເອື້ອຍ ເລືອງທິຖຸຍ, ອາຍຸ 30 ປີ, ແມ່ນຄູສອນຢູ່ໂຮງຮຽນອະນຸບານ ຄາຍຈິ໊, ຢູ່ເມືອງ ບິ່ງແທ້ງ, ນະຄອນໂຮ່ຈີມິນ, ໄດ້ພັກວຽກຊົ່ວຄາວຄືຄູສອນຜູ້ອື່ນຍ້ອນໂລກລະບາດ. ໃນໄລຍະທີ່ຍັງມີວຽກເຮັດງານທຳເປັນປົກກະຕິນັ້ນ, ເງິນເດືອນໄດ້ 5 ລ້ານດົ່ງ/ເດືອນ, ບວກກັບເງິນເດືອນຂອງຜົວ ລວມທັງໝົດແມ່ນປະມານ 12 ລ້ານດົ່ງ. ພາຍຫຼັງຈ່າຍຄ່າເຊົ່າເຮືອນ ແລະ ລາຍຈ່າຍອື່ນໆແມ່ນຍັງເຫຼືອບໍ່ພໍເທົ່າໃດ. ຍ້ອນເຫດນັ້ນ, ໃນເວລາພັກວຽກຊົ່ວຄາວ, ເອື້ອຍ ຖຸຍ ຕ້ອງໃຊ້ຈ່າຍຢ່າງປະຢັດກວ່າອີກ. ໂດຍໄດ້ຮັບຂອງຂວັນ 1 ພູດຈາກສະຫະພັນແຮງງານເມືອງ ບິ່ງແທ້ງ ລວມມີເງິນສົດ 1 ລ້ານດົງ, ເຂົ້າສານ, ນ້ຳມັນພືດ, ນ້ຳປາ, ເອື້ອຍຖຸຍ ມີຄວາມຕື້ນຕັນໃຈຫຼາຍ.

        “ຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດຍ້ອນບໍ່ມີລາຍຮັບ, ພຽງແຕ່ອີງໃສ່ລາຍຮັບຂອງຜົວ, ແຕ່ກໍ່ບໍ່ເປັນປົກກະຕິຍ້ອນໂລກລະບາດ. ຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຈາກສະຫະພັນແຮງງານເມືອງ, ທາງໂຮງຮຽນກໍ່ໄດ້ໜູນຊ່ວຍໜ້ອຍໜຶ່ງ. ຂ້າພະເຈົ້າດີໃຈເມື່ອໄດ້ຮັບການຊ່ວຍເຫຼືອຈາກບັນດາຄະນະ, ຂະແໜງການ”.

        ຍ້ອນແມ່ນບໍລິເວນບໍ່ມີຄົນຕ່າງເມືອງມາດຳລົງຊີວິດຢູ່ຫຼາຍຄືບັນດາເມືອງອື່ນໆ, ສະນັ້ນວຽກງານເບິ່ງແຍງດູແລໃນຍາມເກີດໂລກລະບາດໂຄວິດ- 19 ຢູ່ ບິ່ງແທ້ງ ໄດ້ສຸມໃສ່ສະມາຊິກກຳມະບານຍິງທີ່ຖືພາ, ລ້ຽງລູກນ້ອຍແຕ່ທີ່ມີຮັບຫຼຸດລົງ, ແມ່ຍິງຖືກຫວ່າງງານ, ຜູ້ທີ່ເປັນພະຍາດອັນຕະລາຍປົວຍາກ… ຕາມທ່ານ ຟ້າມວັນຮວາ, ຮອງປະທານສະຫະພັນແຮງງານເມືອງ ບິ່ງແທ້ງ ໃຫ້ຮູ້ວ່າ, ນັບແຕ່ກາງເດືອນ ມີນາ 2020, ທາງເມືອງໄດ້ມອບຂອງຂວັນ 50 ພູດ, ແຕ່ລະພູດມີມູນຄ່າ 1,2 ລ້ານດົ່ງ ໃຫ້ແກ່ບັນດາສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກ, ພວມລ້ຽງລູກອາຍຸຕ່ຳກວ່າ 12 ເດືອນ. ໄລ່ຮອດທ້າຍເດືອນ ເມສາ 2020, ມີປະມານ 200 ກໍລະນີໄດ້ຮັບການຊ່ວຍເຫຼືອ ເພື່ອແນໃສ່ຫຼຸດຜ່ອນຄວາມຫຍຸ້ງຍາກໃນການໃຊ້ຈ່າຍໃນຄອບຄົວ.

        “ອົງການຈັດຕັ້ງກຳມະບານໄດ້ກຳນົດວ່າ ນີ້ແມ່ນວຽກງານຍາວນານໂດຍອີງຕາມສະພາບການຂອງໂລກລະບາດ. ກ່ອນອື່ນໝົດ, ພວກຂ້າພະເຈົ້າໄດ້ສຸມໃສ່ເບິ່ງແຍງໃຫ້ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ຕາມໂຮງຮຽນຂອງລັດ, ໄດ້ເຊັນສັນຍາເຮັດວຽກ ແຕ່ບໍ່ໄດ້ຮັບເງິນເດືອນຈາກງົບປະມານຄື ຜູ້ລ້ຽງເດັກ, ເອື້ອຍລ້ຽງ, ເມື່ອໂຮງຮຽນບໍ່ໄດ້ເຂົ້າ ລາຍຮັບຂອງເຂົາເຈົ້າກໍ່ຫຼຸດລົງ ຫຼື ບໍ່ມີລາຍຮັບເລີຍ.”

ຄົນທຸກຍາກໄດ້ຮັບການຊ່ວຍເຫຼືອ - ເພີ່ມຄວາມເຊື່ອໝັ້ນເພື່ອຜ່ານຜ່າຄວາມຫຍຸ້ງຍາກ - ảnh 2 (ຕູ້ “ ATM ແຈກເຂົ້າສານ”)

ໂດຍອີງຕາມສະພາບຕົວຈິງ, ແຕ່ລະກຳມະບານຂັ້ນຮາກຖານຢູ່ນະຄອນໂຮ່ຈີມິນ ໄດ້ມີການເຄື່ອນໄຫວທີ່ແຕກຕ່າງກັນ ເພື່ອເບິ່ງແຍງດູແລໃຫ້ຄົນທຸກຍາກ. ຢູ່ເມືອງ ເຕີນບິ່ງ, ສະຫະພັນແຮງງານເມືອງ ໄດ້ຫັກງົບປະມານ 500 ລ້ານດົ່ງ ເພື່ອຊ່ວຍເຫຼືອສະມາຊິກຜູ້ທີ່ຖືກຜົນສະທ້ອນຈາກໂລກລະບາດ. ຫວ່າງມໍ່ໆມານີ້, ມີຕູ້ “ ATM ແຈກເຂົ້າສານ” ໜ່ວຍທີ 2 ກໍ່ໄດ້ນຳເຂົ້າໃຊ້ການ. ພາຍຫຼັງທີ່ໄດ້ຮັບເຂົ້າສານ 2 ກິໂລຈາກຕູ້ແຈກເຂົ້າສານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກແຕ່ລະຄົນຍັງໄດ້ຮັບໄຂ່ໄກ່ 1 ແຕະຕື່ມອີກ. ສ່ວນຢູ່ເມືອງ 9, ໃນໄລຍະເກີດໂລກລະບາດ, ແຕ່ລະມື້ສະຫະພັນແຮງງານໄດ້ໄປແຈກຄາບເຂົ້າທ່ຽງ 200 ພູດໃຫ້ບັນດາຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາມເຮືອນພັກເຊົາ. ສະຫະພັນແຮງງານເມືອງ 9 ກໍ່ໄດ້ຈັດຕັ້ງການມອບເຂົ້າສານ, ໝີ່, ໄຂ່ໄກ່, ນົມ ແລະ ເງິນສົດໃຫ້ບັນດາຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກໃນບໍລິເວນເມືອງ. ແມ່ຕູ້ ເລທິແມ່, ອາຍຸ 75 ປີ ຢູ່ຖະໜົນ ລໍ່ລູ, ເມືອງ 9, ຄອບຄົວມີສະມາຊິກ 12 ຄົນເຊິ່ງແມ່ນຄອບຄົວໄດ້ຮັບຂອງຂວັນ, ເວົ້າວ່າ.

        “ລູກຂອງຂ້າພະເຈົ້າບາງຄົນໄດ້ໄປເຮັດວຽກຊ່ວຍເພິ່ນ, ຊົ່ວໂມງໜຶ່ງກໍ່ໄດ້ຮັບເງິນປະມານ 50-60 ພັນດົ່ງ, ແຕ່ຊ່ວງນີ້ຕ້ອງໄດ້ພັກ. ທາງບ້ານໄດ້ມອບເຂົ້າສານ, ໝີ່ໄດ້ 3-4 ເທື່ອແລ້ວ ກໍ່ໄດ້ເປັນການຫຼຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ, ຂ້າພະເຈົ້າເຫັນວ່າ ນັ້ນແມ່ນສິ່ງທີ່ອົບອຸ່ນ ແລະ ລ້ຳຄ່າຫຼາຍ”.

        ຕາມການສະຖິຕິຂອງສະຫະພັນແຮງງານນະຄອນໂຮ່ຈີມິນ ແລ້ວ, ທາງນະຄອນມີຜູ້ອອກແຮງງານປະມານ 60.000 ຄົນຖືກຜົນສະທ້ອນຈາກໂລກລະບາດໂຄວິດ- 19. ເພື່ອເປັນການຮ່ວມເດີນທາງພ້ອມກັບຜູ້ອອກແຮງງານເຫຼົ່ານັ້ນ, ກຳມະບານຂັ້ນຮາກຖານ 30 ຮາກຖານໄດ້ຈັດຕັ້ງການເບິ່ງແຍງດູແລ, ໜູນຊ່ວຍໃຫ້ສະມາຊິກທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ໄດ້ກວ່າ 8.600 ຄົນ, ດ້ວຍຍອດຈຳນວນເງິນແມ່ນກວ່າ 8 ຕື້ດົ່ງ. ຕາມທ່ານໂຮ່ຊວັນເລິມ, ຮອງປະທານສະຫະພັນແຮງງານນະຄອນໂຮ່ຈີມິນ ແລ້ວ, ການເຄື່ອນໄຫວເບິ່ງແຍງໃຫ້ຄົນທຸກຍາກຈະສືບຕໍ່ໄດ້ຮັບການປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈ “ບໍ່ໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.

        “ກຳມະບານຂັ້ນຮາກຖານກໍ່ເອົາໃຈໃສ່ເຖິງບັນດາຜູ້ອອກແຮງງານເສລີ. ບັນດາການເຄື່ອນໄຫວນັ້ນເປັນການສະແດງໃຫ້ເຫັນບົດບາດຂອງກຳມະບານໃນວຽກງານເບິ່ງແຍງດູແລ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ. ດ້ວຍແຜນການລະອຽດ ແລະ ເບິ່ງແຍງດູແລຖືກເປົ້າໝາຍ, ວິສາຫະກິດ ແລະ ຜູ້ອອກແຮງງານຈະຜ່ານຜ່າໂລກລະບາດນີ້ໂດຍໄວ”.

        ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ມູນເຊື້ອ “ອູ້ມຊູຊ່ວຍເຫຼືອ” ຢູ່ຫວຽດນາມ ໄດ້ຮັບການຜັນຂະຫຍາຍຢ່າງແຮງກວ່າເວລາໃດໝົດ. ບັນດາການເຄື່ອນໄຫວຊ່ວຍເຫຼືອຈາກກຳມະບານທຸກຂັ້ນຢູ່ນະຄອນໂຮ່ຈີມິນ ນັ້ນ ໄດ້ຊ່ວຍໃຫ້ຜູ້ທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມໄວ້ເນື້ອເຊື່ອໃຈຕື່ມອີກໃນຍາມເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ