(VOVWORLD) -ບາວອຽນ ຊຶ່ງແມ່ນເມືອງນອນຢູ່ພື້ນທີ່ຕ່ຳທາງທິດຕາເວັນອອກຂອງແຂວງລາວກາຍ ພວມປ່ຽນແປງໄປໃນແຕ່ລະວັນ ຍ້ອນມີແນວປູກຊະນິດໜຶ່ງທີ່ຕິດພັນກັບການຜະລິດຂອງບັນດາຄອບຄົວຊາວກະສີກອນໃນບໍລິເວນ, ນັ້ນແມ່ນຕົ້ນແຄ່
ຊາວເມືອງບາວອ້ຽນຫຼາຍຄົນໄດ້ຮັບເງິນຕື້ຈາກຕົ້ນແຄ່ |
ຄອບຄົວປ້າ ຟານທິຕິກ ຢູ່ບ້ານ ດາວັກ, ຕາແສງຊວນຮ່ວາ, ເມືອງບາວອ້ຽນ, ແຂວງລາວກາຍ ແມ່ນນອນໃນເນື້ອທີ່ປ່າ. ກ່ອນນີ້, ເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ແຕ່ແຫຼ່ງລາຍຮັບຂອງຄອບຄົວ ນັບສິບປີມານີ້ ແມ່ນອາໄສແຕ່ແຫຼ່ງລາຍຮັບຈາກ ຕົ້ນແຄ່ ຊຶ່ງແມ່ນຕົ້ນຢາສະໝູນໄພທີ່ໃຫ້ມູນຄ່າເສດຖະກິດສູງ. ຕາມ ປ້າ ຟານທິຕິກ ແລ້ວ, ນັບສິບປີມານີ້, ການໃຊ້ຈາຍທຸກຢ່າງໃນຄອຍຄົວ ລ້ວນແຕ່ອາໄສຈາກແຫຼ່ງລາຍຮັບຈາກຕົ້ນແຄ່. ພາຍຫຼັງທີ່ໄດ້ໃຫ້ລູກເຕົ້າສ້າງຄອບຄົວໝົດ, ພ້ອມຈັດແບ່ງຊັບສົມບັດໃຫ້ພວກລູກແລ້ວ, ປ້າ ຟານທິຕິກ ຍັງຮັກສາເນື້ອທີ່ແຄ່ 2 ເຮັກຕາ ແລະ ຮອດປີນີ້ ໄດ້ 7 ປີແລ້ວ. ເງິນທີ່ໄດ້ຈາກການຕັດງ່າໄມ້ ກໍພໍ່ໃຊ້ຈ່າຍໃນຊີວິດປະຈຳວັນ. ປະມານອີກ 5 ປີ, ຮອດຍາມຕົ້ນແຄ່ເຕີບໂຕ ເມື່ອຂາຍອອກ ກໍໄດ້ເງິນບ້ວງໜຶ່ງເພື່ອລ້ຽງຊີບໃນຍາມເຖົ້າຍາມແກ່. ປ້າ ຟານທິຕິກ ແບ່ງປັນວ່າ :
“ ນັບແຕ່ປູກຕົ້ນແຄ່ເປັນຕົ້ນມາ, ເວົ້າລວມແລ້ວ ກໍບັນລຸປະສິດທິຜົນສູງ. ເມື່ອທຽບໃສ່ແນວປູກອື່ນໆ ບໍ່ມີຊະນິດໃດສາມາດທຽບເທົ່າກັບ ຕົ້ນແຄ່ໄດ້. ຕົ້ນແຄ່ໃຫ້ມູນຄ່າເສດຖະກິດສູງ, ຍາມໃດຂາຍກໍໄດ້ລາຄາ, ມີລາຍຮັບຢ່າງສະເໝີ, ບໍ່ຕ້ອງນຳເອົາໄປຈຳໜ່າຍ, ພຽງແຕ່ປະໄວ້ຢູ່ເຮືອນ, ລູກຄ້າກໍຈະມາຊື້ເອົາ ”
ບໍ່ສະເພາະແຕ່ຄອບຄົວ ປ້າ ຟານທິຕິກ, ຢູ່ 31 ບ້ານໃນຕາແສງຊວນຮ່ວາ ກໍລ້ວນແຕ່ປູກແຄ່. ລຽບຕາມຕາແສງອື່ນໆໃນເມືອງເຊັ່ນ : ດ້ຽນກວາງ, ເທຶ້ອງຮ່າ, ເຕີນເຢືອງ, ວິ້ງອຽນ ຢູ່ໃສກໍເຫັນແຕ່ ຕົ້ນແຄ່.
ສະເພາະໂຮງງານຜະລິດເຊື້ອນ້ຳມັນແຄ່ ທີ່ຂຶ້ນກັບບໍລິສັດປຸງແຕ່ງເຄື່ອງປ່າຂອງດົງ, ຜະລິດຕະພັນກະເສດ ເຊີນຫາຍຈຳກັດ ຕັ້ງຢູ່ບ້ານໝໍດາ, ຕາແສງເຕີນເຢືອງ ແມ່ນຫົວໜ່ວຍເກັບຊື້ທັງໝົດ ງ່າ, ໃບໄມ້, ເປືອກຕົ້ນແຄ່ຂອງພໍ່ແມ່ພີນ້ອງໃນທົ່ວເມືອງ. ແຕ່ລະປີ, ທາງໂຮງງານສາມາດຂາຍເຊື້ອນ້ຳມັນແຄ່ອອກສູ່ຕະຫຼາດໄດ້ປະມານ 25-27 ໂຕນ, ນຳມາເຊິ່ງລາຍຮັບໄດ້ເກືອບ 30 ຕື້ດົງ. ທ່ານ ຝ້າມບ້າເຕ້ວ, ຜູ້ຮັບຜິດຊອບໂຮງງານໃຫ້ຮູ້ວ່າ :
“ໂຮງງານຜະລິດເຊື້ອນ້ຳມັນແຄ່ ໄດ້ເຂົ້າສູ່ການເຄື່ອນໄຫວນັບແຕ່ປີ 2014, ຊຸມປີທຳອິດ, ວັດຖຸດິບຂອງເມືອງບາວອ້ຽນ ຍັງບໍ່ທັນມີຫຍັງ, ແຕ່ມາຮອດປະຈຸບັນ ກໍມີຫຼາຍພໍສົມຄວນ. ທາງໂຮງງານ ໄດ້ເກັບຊື້, ງ່າ, ໃບໄມ້ແຄ່ດ້ວຍລາຄາສູງສຸດເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ, ສົ່ງເສີມປະຊາຊົນທຳການຜະລິດ. ສຳລັບການຜະລິດຂອງໂຮງງານ ຍັງປະສົບກັບຄວາມຫຍຸ້ງຍາກ , ແຕ່ກໍມີອັນດີວ່າ ຜະລິດໄດ້ເທົ່າໃດ ກໍຈຳໜ່າຍໝົດເທົ່ານັ້ນ ”
ດ້ວຍລາຄາປະຈຸບັນ, ຄິດສະເລ່ຍເນື້ອທີ່ແຄ່ແຕ່ລະເຮັກຕາທີ່ມີອາຍຸແຕ່ 10 ຫາ 15 ປີ ແມ່ນຈະໃຫ້ລາຍຮັບປະມານ 600- 800 ລ້ານດົງ. ນັ້ນ ແມ່ນຍັງບໍ່ທັນເວົ້າເຖິງເລື່ອງປູກຕົ້ນແຄ່ ແມ່ນບໍ່ລຳບາກຄືຕົ້ນໄມ້ຊະນິດອື່ນໆ ແລະ ນັບແຕ່ປີທີ 4 ເປັນຕົ້ນໄປ ກໍເລີ່ມສາມາດເກັບກູ້ຈາກການຕັກງ່າ, ໃບໄມ້. ດັ່ງນັ້ນ ຢູ່ບາວອ້ຽນ ມີຫຼາຍຄອບຄົວສາມາດສ້າງຄວາມຮັ່ງມີໄດ້. ຕາມທ່ານ ຮ່ວາງກວາງດາດ, ປະທານຄະນະກຳມະການປະຊາຊົນເມືອງບາວອ້ຽນແລ້ວ, ທົ່ວເມືອງໃນປະຈຸບັນ, ມີເນື້ອທີ່ແຄ່ປະມານ 15.000 ເຮັກຕາ, ຕາມການວາງແຜນຜັງຮອດທ້າຍປີ 2020 ຈະເພີ່ມຂຶ້ນເປັນ 20.000 ເຮັກຕາ. ດ້ວຍລາຄາປົກກະຕິຄືໃນປະຈຸບັນນັ້ນ, ຮອດປີ 2025, ເນື້ອທີ່ແຄ່ 20.000 ເຮັກຕາ ຈະນຳມາເຊິ່ງລາຍຮັບປະມານ 800 ລ້ານຫາ 1 ຕື້ດົງ/ປີ. ທ່ານ ຮ່ວາງກວາງດາດ, ປະທານຄະນະກຳມະການປະຊາຊົນເມືອງບາວອ້ຽນ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າສະເໜີແຂວງໃຫ້ການໜູນຊ່ວຍກ່ຽວກັບການປູກຕົ້ນແຄ່ດ້ວຍລະດັບ 5 ລ້ານດົງ/ເຮັກຕາ. ພິເສດ ພວກຂ້າພະເຈົ້າ ໄດ້ລະດົມກຳລັງກວດກາປ່າໄມ້ ສົມທົບກັບຂະແໜງກະສີກຳເມືອງ ແນະນຳເຕັກນິກການປູກຕົ້ນແຄ່ໃຫ້ແກ່ປະຊາຊົນ. ພວກຂ້າພະເຈົ້າມີຄວາມມຸ່ງຫວັງ ແມ່ນນຳເມືອງບາວອ້ຽນ ກາຍເປັນເຂດປູກແຄ່ຈຸດສຸມຂອງແຂວງລາວກາຍ ທຽບເທົ່າກັບວັນອຽນ, ແຂວງອຽນບ້າຍ ”
ນັບແຕ່ກ່ອນເປັນຕົ້ນມາ, ບາວອ້ຽນ ສ່ວນຫຼາຍແມ່ນດິນປູກປ່າ, ແຕ່ເມື່ອກ່ອນນີ້, ເສດຖະກິດປ່າບໍ່ໃຫ້ປະສິດທິຜົນສູງ, ແຕ່ມາຮອດປະຈຸບັນ, ຕົ້ນແຄ່ສາມາດຢັ້ງຢືນໄດ້ວ່າ ນີ້ບໍ່ພຽງແຕ່ຕົ້ນໄມ້ສາມາດປະກອບສ່ວນປົກຄຸມສີຂຽວຢູ່ຕາມເຂດພູຫົວລົ້ນ, ດິນເປົາວ່າງເທົ່ານັ້ນ, ຫາກຍັງສາມາດຊ່ວຍປະຊາຊົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີອີກດ້ວຍ.