(VOVWORLD) -ສິລະປະຂັບແທນ-ພິມຕິງ ແມ່ນປະເພດ ວັດທະນະທຳ ສິລະປະທີ່ເປັນເອກະລັກສະເພາະ ຂອງພໍ່ແມ່ພີ່ນ້ອງ ເຜົ່າໄຕ, ເຜົ່ານຸ່ງ ຢູ່ບັນດາແຂວງເຂດພູດອຍ ທາງທິດເໜືອຫວຽດນາມ ໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂອງມວນມະນຸດ. ສິລະປະຂັບແທນ-ພິມຕິງ ພິເສດຢູ່ແຂວງ ຫຼ້າງເຊີນ, ໃນວັນນີ້ໄດ້ ແລະ ພວມແຜ່ລາມ ຢ່າງກວ້າງຂວາງຈາກເຂດຊຸມຊົນ ໃນໜູ່ບ້ານ ຕະຫຼອດຮອດໂຮງຮຽນ, ອັນໄດ້ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ຍອດຍິ່ງ ທາງດ້ານວັດທະນະທຳພື້ນເມືອງ ຂອງບັນດາເຜົ່າຢູ່ທ້ອງຖິ່ນ. ໃນຊຸມປີທີ່ຜ່ານມາ ຢູ່ແຂວງ ຫຼ້າງເຊີນ ບໍ່ພຽງແຕ່ໄດ້ຈັດຕັ້ງ ບັນດາການເຄື່ອນໄຫວສົ່ງເສີມ ພັດທະນາບັນດາປະເພດສິລະປະນີ້ ໃນບໍລິເວນແຂວງເທົ່ານັ້ນ, ຫາກຍັງເປີດບັນດາຊຸດຮຽນ ຂັບແທນທີ່ສະຫງວນໃຫ້ແກ່ ຄົນພິການອີກດ້ວຍ
ຄົນພິການສະແດງຂັບແທນ |
ໃນຊຸດຮຽນຂັບແທນ-ພິມຕິງ ຂອງບັນດາຄົນພິການ ທີ່ພວມດຳລົງຊີວິດ ໃນບໍລິເວນນະຄອນຫຼ້າງເຊີນ ແລະ ບັນດາເມືອງອ້ອມຂ້າງ ໂດຍສູນວັດທະນະທຳ ສິລະປະແຂວງ ຫຼ້າງເຊີນ ແລະ ສະມາຄົມຄົນພິການແຂວງ ສົມທົບກັນຈັດຂຶ້ນນັ້ນ ນາງ ດ່າມທິນາ, ຂາເປັນລ່ອຍແຕ່ຄາວຍັງນ້ອຍ ແມ່ນຫົວໜ້າຫ້ອງ ແລະ ກໍ່ແມ່ນນັກຮຽນທີ່ດີເດັ່ນ ເຂົ້າຮ່ວມຊຸດຮຽນຂັບແທນ, ພິມຕິງມາແຕ່ດົນນານ ໃຫ້ຮູ້ວ່າ:
“ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ, ບັນດາເພື່ອນໃນສະມາຄົມຄົນພິການ ຂອງພວກຂ້າພະເຈົ້າ ກໍ່ມີຄວາມຊົມຊອບ ສະໂມສອນຂັບແທນ ແລະ ພິມຕິງນີ້. ມັນໄດ້ນຳມາເຊິ່ງຄວາມມ່ວນຊື່ນທີ່ສຸດ ເພື່ອລະດົມກຳລັງໃຈພວກຂ້າພະເຈົ້າ ເພື່ອບືນຕົວຂຶ້ນໃນການດຳລົງຊີວິດ. ທັງແມ່ນສີສັນຊົນເຜົ່າ, ທັງແມ່ນ ການເສີມຂະຫຍາຍອະນຸລັກ ເພງພື້ນເມືອງ ຂອງຫຼ້າງເຊີນອີກດ້ວຍ. ຂ້າພະເຈົ້າເອງ ກໍ່ບໍ່ພຽງແຕ່ຢາກຮຽນຂັບຮ້ອງຢູ່ທີ່ນີ້ເທົ່ານັ້ນ, ຫາກຍັງຢາກຮຽນບົດເພງທີ່ມ່ວນຫຼາຍບົດເພື່ອຈະໄດ້ໄປສະແດງ ຢູ່ແຂວງໃກ້ຄຽງ ເມື່ອມີໂອກາດ ພົບປະແລກປ່ຽນນຳກັນ”
ຂັບແທນຫຼ້າງເຊີນ ດ້ວຍບັນດາທຳນອງເພງ ທີ່ຟົດຟື້ນມ່ວນຊື່ນ. ເມື່ອກ່ອນນີ້ຂັບແທນພິມຕິງເກົ່າ ຢູ່ແຂວງ ຫຼ້າງເຊີນ ເຄີຍຖືກສະແດງໃນ ພິທີໄຫ້ວບູຊາ ເທວະດາຟ້າແຖນ ໃນບັນດາງານບຸນ ຍາມລະດູບານໃໝ່, ພິທີພາວະນາໃຫ້ຟ້າຝົນດີ ພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ… ເນື້ອໃນຂອງບັນດາບົດເພງ ຂັບແທນ ກໍ່ລ້ວນແຕ່ສະແດງໃຫ້ເຫັນ ແນວຄິດ ວັດທະນະທຳ ມະນຸດ ທີ່ເລິກເຊິ່ງ, ຊ້ອນແຝງຄວາມຮັກທຳມະຊາດ, ຄວາມຮັກຕໍ່ບ້ານເກີດເມືອງນອນ ປະເທດຊາດ, ຄວາມຮັກລະຫວ່າງຄູ່ບ່າວສາວ, ພາວະນາໃຫ້ດິນຟ້າອາກາດ ເອື້ອອຳນວຍຄວາມສະດວກ, ປະຊາຊົນຢູ່ເຢັນເປັນສຸກ. ສຳລັບຄົນທຳມະດາແລ້ວ ການຫຼິ້ນພິມຕິງ ແລະ ຂັບແທນ ກໍ່ບໍ່ແມ່ນງ່າຍດາຍແລ້ວ, ແຕ່ສຳລັບຄົນພິການ, ການເສບເຄື່ອງດົນຕີ ແລະ ວິທີຂັບຮ້ອງ ກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ແຕ່ນັກຮຽນທຸກຄົນ ຍາມໃດກໍ່ຂຶ້ນຫ້ອງ ດ້ວຍຄວາມຫ້າວຫັນ ແລະ ບໍ່ຂາດຈັກເທື່ອ. ທ່ານ ຮວ່າງຫວຽດບິ່ງ ຮອງປະທານ ສະມາຄົມອະນຸລັກ ເພງພື້ນເມືອງແຂວງ ຫຼ້າງເຊີນ, ແມ່ນຜູ້ສອນໂດຍກົງ ໃຫ້ບັນດານັກຮຽນ ໃຫ້ຮູ້ວ່າ:
“ເຖິງວ່າເຂົາເຈົ້າແມ່ນຄົນພິການກໍ່ຕາມ, ແຕ່ເຂົາເຈົ້າກໍ່ມີຄວາມມານະພະຍາຍາມ ຜ່ານຜ່າຄວາມໂບມດ້ອຍ ທາງດ້ານຮ່າງກາຍ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຮຽນຂັບແທນ. ຂ້າພະເຈົ້າເຫັນວ່າ ສິລະປະຂັບແທນ ພວມກາຍເປັນສິ່ງທີ່ໃກ້ຊິດ ສະໜິດສະໜົມກັບທຸກໆຄົນ, ໃນນັ້ນ ມີທັງຄົນພິການ. ຜ່ານນັ້ນຂ້າພະເຈົ້າເຫັນວ່າ ຂັບແທນພວມແມ່ນ ປະເພດສິລະປະ ທີ່ຕ້ອງການອະນຸລັກຮັກສາ ແລະ ເສີມຂະຫຍາຍ ແລະ ແນະນຳຢ່າງກວ້າງຂວາງ ຢູ່ພາຍໃນປະເທດ ກໍ່ຄືຢູ່ຕ່າງປະເທດ”
ໃນຊຸມປີມໍ່ໆມານີ້, ພ້ອມກັນຄວາມມານະພະຍາຍາມ ຂອງບັນດາຂະແໜງການ ທີີ່ມີໜ່າທີ່ຮັບຜິດຊອບ ຜ່ານບັນດາງານມະໂຫລານ ສິລະປະຂັບແທນ, ພິມຕິງໃນທົ່ວປະເທດ, ຂະບວນການຂັບແທນ, ພິມຕິງຢູ່ແຂວງ ຫຼ້າງເຊີນ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ດ້ວຍສະໂມສອນຂັບແທນ ພິມຕິງນັບ 100 ແຫ່ງ ໄດ້ຮັບການສ້າງຕັ້ງຂຶ້ນ ຈາກເຂດຊົນນະບົດ ຕະຫຼອດຮອດເຂດຕົວເມືອງ. ນັກສິລະປິນດີເດັ່ນ ຈ້ຽວທຸຍຕຽນ ຜູ້ໄດຮັບຖືວ່າ ແມ່ນຄົນຮັກສາ ວິນຍານພື້ນຖານ ສິລະປະຂັບແທນຫຼ້າງເຊີນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຄິດວ່າສິລະປະຂັບແທນ ບໍ່ແມ່ນສິ່ງທີ່ເປັນສະເພາະຂອງໃຜຂອງລາວ, ພຽງແຕ່ຕ້ອງການຄົນຜູ້ນັ້ນ ມີຄວາມຊົມຊອບເທົ່ານັ້ນ. ໃນສອງສາມປີທີ່ຜ່ານມາ, ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມກໍ່ຄື ບາງສູນຊ່ວຍເຫຼືອຄົນພິການ ກໍ່ໄດ້ມາຫາສະໂມສອນ ເພື່ອສ້າງຕັ້ງກຸ່ມຄົນນິຍົມຊົມຊອບ ສິລະປະຂັບແທນ. ຂ້າພະເຈົ້າຄິດວ່າ ນັ້ນກໍ່ແມ່ນສັນຍານທີ່ດີທີ່ມ່ວນ ເພາະວ່າຂັບແທນ ໄດ້ກາຍເປັນອາຫານທາງດ້ານຈິດໃຈ ທີ່ຂາດບໍ່ໄດ້ຂອງທຸກໆຄົນ”.
ຊຸດຮຽນຂັບແທນ ທີ່ສະຫງວນໃຫ້ແກ່ ຄົນພິການຢູ່ແຂວງ ຫຼ້າງເຊີນ ບໍ່ພຽງແຕ່ແມ່ນແຫ່ງເພື່ອໃຫ້ທຸກໆຄົນ ມາຝຶກແອບຂັບຮ້ອງເທົ່ານັ້ນ ຫາກຍັງແມ່ນແຫ່ງ ເພື່ອໃຫ້ເຂົາເຈົ້າມາເຕົ້າໂຮມ, ພົບປະແລກປ່ຽນນຳກັນ ສະແດງຂັບແທນ ຢ່າງຟົດຟື້ນມ່ວນຊື່ນ. ຊຸດຮຽນນີ້ ໄດ້ປະກອບສ່ວນຍົກສູງ ທາງດ້ານຊີວິດຈິດໃຈໃຫ້ແກ່ ຄົນພິການ, ຊ່ວຍເຂົາເຈົ້າບືນຕົວຂຶ້ນ ໃນການດຳລົງຊີວິດ. ສຽງຂັບແທນທີ່ລຽບງ່າຍ ໃນທາມກາງບັນຍາກາດສະຫງົບສຸກ ຈະດັງກ້ອງກັງວານ ໃນຕະຫຼອດເວລາ, ຄືດັ່ງກຳລັງໜູນ ແຫ່ງຄວາມເຊື່ອໝັ້ນ ຕໍ່ອະນາຄົດ ທີ່ສະຫວ່າງສະໄຫວຂອງເຂົາເຈົ້າ.