ໃນຊຸມມື້ນີ້, ຢູ່ເຂດທະເລໂກໂຕທີ່ຂຶ້ນກັບແຂວງກວາງນິງ ມີຄວາມຟົດຟື້ນຫຼາຍຂຶ້ນຍ້ອນແມ່ນລະດູແມງກະພຸນ. ອາຊີບຫາແມງກະພຸນແມ່ນສາມາດນຳມາເຊິ່ງລາຍໄດ້ສູງໃຫ້ແກ່ຊາວປະມົງນັບພັນຄົນພ້ອມກັບເຈົ້າຂອງ ແລະ ແຮງງານຢູ່ຕາມຮາກຖານປຸງແຕ່ງ. ຈາກນັ້ນ, ອາຊີບຫາແມງກະພຸນໄດ້ສົ່ງຜົນກະທົບເຖິງເສດຖະກິດ, ສິ່ງແວດລ້ອມຢູ່ເມືອງເກາະໂກໂຕ .
ອາຊີບຫາແມງກະພຸນຢູ່ໂກໂຕ, ແຂວງກວາງນິງ |
ໃນຕອນທ່ຽງຄືນ, ກຳປັ່ນຂອງອ້າຍ ດິງວັນທຸຍ ໄດ້ເລີ່ມເດີນທະເລໃນທ່າມກາງນ້ຳໝອກກົ້ວ. ກໍເຊັ່ນດຽວກັນກັບກຳປັ່ນຫາປານັບຮ້ອຍລຳອື່ນ, ກຳປັ່ນຂອງອ້າຍ ດິງວັນທຸຍຖືກປະກອບດ້ວຍເຄື່ອງຫາປາທົ່ວໄປເຊັ່ນ: ແຫ, ດອກໄຟ 1000W , ຫວິງ…ວຽກງານຂອງອ້າຍ ດິງວັນທຸຍ ບໍ່ພຽງແຕ່ຈັບຫາປາເທົ່ານັ້ນ, ຫາກຍັງແມ່ນຫາແມງກະພຸນອີກດ້ວຍ. ນັບແຕ່ເດືອນຈຽງຫາເດືອນ 4 ໂດຍໄລ່ຕາມຈັນທະປະຕິທິນ ແຕ່ລະປີ, ແມງກະພຸນມີຄົບທຸກສີຄືສີຂາວ, ສີຂຽວ, ສີແດງ ແລະ ໃນຊວງເວລານີ້, ແມງກະພຸນມີເຕັມຢູ່ໜ້ານ້ຳທະເລ. ອ້າຍ ດິງວັນທຸຍ ໃຫ້ຮູ້ວ່າ :
“ເມື່ອແມງກະພຸນຟູຂຶ້ນສູ່ໜ້ານ້ຳທະເລ, ເຮົາມີແຕ່ສ້ອນມັນເທົ່ານັ້ນ. ຖ້າຫາກສຸຂະພາບດີ, ກໍສາມາດສ້ອນໄດ້ຫຼາຍ. ໄປຫາແມງກະພຸນຈົ້ນຂ້ອນແຈ້ງກໍເຂົ້າຝັ່ງເພື່ອຂາຍໃຫ້ລູກຄ້າ. ເລື່ອງໄປຫາ ແມງກະພຸນກໍຂຶ້ນກັບແຕ່ລະມື້, ມີບາງມື້ ແມງກະພຸນກໍຟູຂຶ້ນຫຼາຍ, ກໍສາມາດສ້ອນໄດ້ນັບພັນໂຕ, ແຕ່ບາງມື້ກໍບໍ່ມີຈັກໂຕເລີຍ ”
ຫຼາຍປີທີ່ຜ່ານມາ, ແມງກະພຸນຍາມໃດກໍແມ່ນສິ່ງທີ່ເຮັດໃຫ້ຊາວປະມົງຕ້ອງຫຼີກເວັ້ນເພາະເຂົາເຈົ້າຢ້ານແຫຖືກຂາດ, ແຕ່ມາຮອດບັດນີ້, ບັງເອີນ ແມງກະພຸນໄດ້ກາຍເປັນສິ່ງທີ່ມີຄ່າ, ຊາວປະມົງທັງຫຼາຍກໍພາກັນໄປຫາ ແມງກະພຸນ. ບໍ່ມີໃຜຈະຄິດວ່າ ສັດນ້ຳປະເພດນີ້ ພັດກາຍເປັນອາຫານພິເສດທີ່ມີຄຸນຄ່າທາງດ້ານໂພສະນາການສູງ, ແລ້ວກໍນຳໄປປຸງແຕ່ເພື່ອສົ່ງອອກ. ແຕ່ສິບປີມານີ້, ໂກໂຕຊຶ່ງແມ່ນອູ່ແມງກະພຸນຂອງທົ່ວປະເທດ ໄດ້ດຶງດູດຊາວປະມົງ, ແຮງງານນັບພັນຄົນຈາກແຂວງ ນາມດິ້ງ, ທ້າຍບີງ, ແທງຮ້ວາ, ເງະອານ ຫຼັ່ງໄຫຼເຂົ້າມາໃນຍາມລະດູແມງກະພຸນ.
ອາຊີບຫາແມງກະພຸນກໍມີຄວາມລຳບາກທີ່ສຸດ. ແມງກະພຸນບັນຈຸນ້ຳທະເລ ອັນໄດ້ເຮັດໃຫ້ແມງກະພຸນໜັກພໍສົມຄວນ, ສະເລ່ຍແມ່ນແຕ່ 15-20 ກີໂລກຣາມ/ໂຕ, ມີຫຼາຍໂຕນ້ຳໜັກຂອງມັນກໍຂຶ້ນເຖິງ 50-60 ກີໂລກຣາມ, ນັ້ນແມ່ນຍັງບໍ່ທັນນັບເຖິງເລື່ອງຕີນ, ມືຖືກ ແມງກະພຸນກັດຈົນໃຄ່ບວມ. ແຕ່ເຫື່ອແຮງຂອງຊາວປະມົງໄດ້ຮັບການຕອບແທນ, ຂະນະທີ່ ແມງກະພຸນແຕ່ລະໂຕມີລາຄາປະມານແຕ່ 10 ຫາ 40 ພັນດົງ. ກຳປັ່ນຫຼາຍລຳຂອງຊາວປະມົງ ມີບາງຄຳ່ຄືນກໍສາມາດຫາແມງກະພຸນໄດ້ກວ່າ 1000 ໂຕ, ຂາຍໄດ້ນັບສິບລ້ານດົງ. ແຕ່ເຖິງຢ່າງໃດກໍຕາມ, ແມງກະພຸນກາຍເປັນສິ່ງທີ່ມີລາຄາ ຂະນະທີ່ໄດ້ຜ່ານການປຸງແຕ່ງ. ຢູ່ເກາະໂກໂຕ ແລະ ຕາແສງເກາະ ແທງເລີນ, ຮາກຖານປຸງແຕ່ງ ແມງກະພຸນໄດ້ຮັບການສ້າງຕັ້ງຢ່າງຫຼວງຫຼາຍ ແລະ ເຄື່ອນໄຫວໃນຕະຫຼອດວັນ ແລະ ຄືນ. ທ່ານ ຫງວຽນຫວຽດເງີ້ຍ ເຈົ້າຂອງຮາກຖານປຸງແຕ່ງ ແມງກະພຸນໃຫ້ຮູ້ວ່າ :
“ ເມື່ອໄດ້ເກັບຊື້ແມງກະພຸນແລ້ວ, ກໍນຳເອົາມາຮາກຖານປຸງແຕ່ງ ເພື່ອໃຫ້ກຳມະກອນຈັດແບ່ງປະເພດ. ທຳອິດແມ່ນນຳເຂົ້າອ່າງເຄື່ອງຈັກພົ້ນສູນກາງປະມານ 10 ຫາ 12 ຊົວໂມງ ເພື່ອທຳຄວາມສະອາດ ແລະ ເຮັດໃຫ້ ແມງກະພຸນແຂງຂຶ້ນ. ແລ້ວກໍເອົາແຊ່ນ້ຳເກືອປະມານ 2-3 ມື້, ບາງເທື່ອກໍຮອດເດືອນເພື່ອມໃຫ້ ແມງກະພຸນຂາວ, ແຂງ ແລະງາມ. ”
ແມງກະພຸນສຳເລັດຮູບຖືກເອົາໃສ່ແກສ ປະມານ 9-12 ກີໂລກຣາມ, ຂາຍດ້ວຍລາຄາປະມານ 1 ລ້ານດົງ. ສະເພາະ ແມງກະພຸນແດງ ແມ່ນຂາຍໄດ້ນັບສິບ ລ້ານດົງ. ປີກາຍນີ້, ຮາກຖານຂອງ ທ່ານ ຫງວຽນຫວຽດເງີ້ຍຂາຍ ແມງກະພຸນໄດ້ກວ່າ 2 ໝື່ນແກສ ກໍໄດ້ກຳໄລເກືອບ 1 ຕື້ດົງ. ນາງມາຍທິຖາວ ກຳມະກອນຢູ່ທ້ອງຖິ່ນເປີດເຜີຍວ່າ :
“ ລຳບາກໜ໊ອຍໜຶ່ງ ແຕ່ມີລາຍຮັບດີ, ປົກກະຕິ. ມີບາງເດືອນລາຍຮັບຂອງຂ້າພະເຈົ້າກໍຂຶ້ນເຖິງກວ່າສິບລ້ານດົງ ”
ເມື່ອລະດູຫາ ແມງກະພຸນສິ້ນສຸດລົງ, ປະຊາຊົນໃນເກາະກໍຫັນມາເຮັດອາຊີບທ່ອງທ່ຽວ, ຈັບຫາປາ. ອາຊີບຫາແມງກະພຸນໄດ້ຊ່ວຍໃຫ້ປະຊາຊົນໃນເກາະໂກໂຕສາມາດສ້າງຄວາມຮັ່ງມີຫຼາຍຂຶ້ນ. ມີໂຮງແຮມ, ພັດທະຄານຫຼາຍແຫ່ງໄດ້ຖືກປຸກສ້າງ. ທ່ານດາວວັນວູ້ ຮອງປະທານຄະນະກຳມະການປະຊາຊົນເມືອງໂກໂຕ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າຈັດສັນໃຫ້ເຂດຮາກຖານປຸງແຕ່ງແມງກະພຸນຢູ່ໄກກັບເຂດຊຸມຊົນ, ສະຖານທີ່ທ່ອງທ່ຽວ ເພື່ອຮັບປະກັນ ບໍ່ສົ່ງຜົນສະທ້ອນເຖິງສະຖານທີ່ທ່ອງທ່ຽວ ແລະ ການດຳລົງຊີວິດຂອງປະຊາຊົນ. ສະເໜີໃຫ້ບັນດາຮາກຖານປຸງແຕ່ງແມງກະພຸນຕ້ອງໃຫ້ຄຳໝັ້ນສັນຍາວ່າ ຕ້ອງມີລະບົບບຳບັດນ້ຳເສຍເພື່ອຮັກສາສິ່ງແວດລ້ອມ ”
ໃນຍາວນານ, ໂກໂຕຈະພະຍາຍາມນຳແມງກະພຸນກາຍເປັນຜະລິດຕະພັນທ່ອງທ່ຽວ, ເພື່ອໃຫ້ອາຫານພິເສດນີ້ ກາຍເປັນຂອງຂວັນທີ່ມີຄວາມໝາຍສຳລັບແຂກທ່ອງທ່ຽວທັງຢູ່ໃຫ້ຫຼືໄກເມື່ອມີໂອກາດມາຢ້ຽມຢາມເກາະໃນແຕ່ລະເທື່ອ.