ພົບປະກັບບັນດານັກຮ້ອງເຂົ້າຮ່ວມງານມະຫາກຳປະກວດນັກຮ້ອງສຽງທອງ ໂທລະພາບ ອາຊຽນ 2012

(vovworld)- ງານ​ມະຫາ​ກຳປະ​ກວດ​ນັກ​ຮ້ອງສຽງ​ທອງໂທລະພາບ ອາ​ຊຽນ ປີ 2012 ຫາ​ກໍ່​ສິ້ນ​ສຸດລົງຢູ່​ນະຄອນ​ໂຮ່ຈິ​ມີນ ດ້ວຍ​ລາງວັນ​ທີ​ຫນຶ່ງປະ​ເພດ​ທຳນອງດົນຕີ Pop ​ແລະ ທຳນອງດົນຕີ​ພື້ນ​ເມືອງ ​ແມ່ນ​​ໄດ້​​ແກ່ນັກ​ຮ້ອງ​ສອງ​ຄົນ​ທີ່ມາ​ຈາກ ອິນ​ໂດ​ເນ​ເຊຍ. ຫວຽດນາມ ມີ​ນັກ​ຮ້ອງ​ສອງ​ຄົນ​​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ດັ່ງກ່າວ ​ແລະ ນັກ​ຮ້ອງ Duc Tuan ຂອງ​ຫວຽດນາມ​ຍາດ​ໄດ້​ສອງ​ລາງວັນ. ​ນັ້ນ​ແມ່ນລາງວັນ​ພິ​ເສດ​ຊຶ່ງສະຫງວນ​ໃຫ້​ແກ່​ນັກ​ຮ້ອງ​ທີ່​ມີ​ການສະ​ແດງດີ​ເດັ່ນສຸດ ​ແລະ ລາງວັນນັກ​ຮ້ອງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດ. ​  

ງານ​ມະຫາ​ກຳປະ​ກວດນັກ​ຮ້ອງ​​ສຽງ​ທອງໂທລະພາບ ອາ​ຊຽນ ປີ 2012 ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮ້ອງ 18 ຄົນທີ່​ມາ​ຈາກ 10 ຄະນະ​ສິລະ​ປະກອນ​ຄື: ​ໄທ, ມ້ຽນ​ມາ, ກຳປູ​ເຈຍ, ລາວ,​ ສິງ​ປະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ບຣູ​ໄນ ​ແລະ ຫວຽດນາມ. ນັກ​ຮ້ອງ​ແຕ່ລະຄົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ສີສັນທຳນອງ​ດົນຕີ​ສະ​ເພາະ​ຂອງ ​ແຕ່ລະ​ປະ​ເທດ, ​ເຖິງ​ວ່າ ​​ເຂົາ​ເຈົ້າ​ສະ​ແດງ​ຜ່ານ​ພາສາ​ຂອງ​ຊາດ​​ໃດຫນຶ່ງ​ກໍ​ຕາມ ​ແຕ່​ສຽງ​ເພງ​ແຕ່​ລະ​ບົດ​ນັ້ນ​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ​ໃນ​ລາຍການ​ສະ​ແດງ​ບົດ​ເພງຂອງ​ຕົນ, ນັກ​ຮ້ອງ Muhammad Inata Kusuma Negara ມາ​ຈາກ ອິນ​ໂດ​ເນ​ເຊຍ ​ໄດ້​​ສ້າງ​ຄວາມ​ປະ​ທັບ​ໃຈໃຫ້​​ແກ້ຜູ້​ຊົມ ​ແລະ ຄະນະ​ຈັດ​ຕັ້ງ​ ​ຜ່ານ​ບົດ​ເພງ​ພື້ນ​ເມືອງ​ມ່ວນໆ​ທີ່​ມີ​ຊື່ວ່າ: DangDut Rel ດ້ວຍ​ພາສາ​ອິນ​ໂດ​ເນ​ເຊຍ ​ແລະ ຍາດໄດ້​ລາງວັນທີ​ຫນຶ່ງ​ໃນ​ປະ​ເພດ​ເພງ​ພື້ນ​ເມືອງ. ​ເຖິງ​ວ່າ​ຮ້ອງ​ເພງ​ດ້ວຍ​ພາສາ​ອິນ​ໂດ​ເນ​ເຊຍ ​ແຕ່​ນັກ​ຮ້ອງຜູ້​ນີ້ໄດ້​​​ເຮັດ​ໃຫ້​ຜູ້​ຊົມ​ຮູ້ສຶກ​ໄດ້​​​ເນື້ອ​​ໃນ​ຂອງ​ບົດ​ເພງ;

ສຽງເພງ: DangDut Rel Kereta ApiTenabang


         ສຳລັບ​ນັກ​ຮ້ອງ​ສະໝັກ​ຫລິ້ນ ​ທະ​ນາ​ພັດ ຢັດ​ຈະຣູນ ມາ​ຈາກ​​ໄທ ​ແລ້ວ, ​ເລື່ອງ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ປະ​ກວດ​ນັກ​ຮ້ອງສຽງ​ທອງອາ​ຊຽນຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້​ອ້າຍ​ມີ​ໂອກາດ​ແນະ​ນຳ​ວັດທະນະທຳ​​ຂອງຊາດ​ໄທ​ມາ​ໃຫ້​ທ່ານ​ຜູ້​ຊົມທີ່​ນິຍົມ​ດົນ​ດີ ​ແລະ ຈະມີ​ໝູ່ເພື່ອນຕື່ມ​ອີກ.     “​ເມື່ອ​ມາ​ຢ້ຽມຢາມ ​ຫວຽດນາມ, ຂ້າພະ​ເຈົ້າ​ມີ​ຄວາມ​ຮູ​້ສຶກຄື​ດັ່ງ​ຢູ່​ໃນ​ຄອບຄົວ​ຂອງ​ຕົນ. ຊາວ​ ຫວຽດນາມ ​ແມ່ນ​ຜູ້​ສະຫນິດສະຫນົມ ​ແລະ ຮັກ​ແພງ​ແຂກ. ຂ້າພະ​ເຈົ້າ​ຢາ​ກ​ເປີດ​ກ້ວາງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ດົນຕີ ​ແລະ ​ແລກປ່ຽນ​ບົດ​ເພງ​ພ້ອມ​ກັບ​ນັກ​ຮ້ອງ​ຫລາຍ​ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ.”

ພົບປະກັບບັນດານັກຮ້ອງເຂົ້າຮ່ວມງານມະຫາກຳປະກວດນັກຮ້ອງສຽງທອງ ໂທລະພາບ ອາຊຽນ 2012 - ảnh 1
ບັນດານັກຮ້ອງເຂົ້າຮ່ວມງານປະກວດນັກຮ້ອງສຽງທອງ ອາຊຽນ 2012
ພາບ: internet

        ​ໂດຍ​ມີ​ຄວາມ​ເປັນ​ກຽດ​ແມ່ນ​ຫນຶ່ງ​ໃນ​ນັກ​ຮ້ອງ​ສອງ​ຄົນ​ຂອງ​ຫວຽດນາມ​ເຂົ້າຮ່ວມ​ງານ​ມະຫາ​ກຳ​ປະ​ກວດ​ນັກ​ຮ້ອງສຽງ​​ທອງ ອາ​ຊຽນ, ນັກ​ຮ້ອງ Duc Tuan ​ໄດ້​ແບ່ງປັນ​ວ່າ: “ງານ​ມະຫາ​ກຳ​ຄັ້ງ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກປ່ຽນ ​ແລະ ຮູ້ຈັກ​ເຖິງ​ດ້ານວັດທະນະທຳ​ຂອງ​ປະ​ເທດ​ເພື່ອ​ນມິດຕື່ມ​ອີກ. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ເມື່ອ​ໄດ້ຮັບ​ເລືອກ​​ເປັນ​ຕົວ​ແທນ​ໃຫ້​ແກ່​ຫວຽດນາມ​. ​ເຖິງ​ວ່າ​ພວກ​ຂ້າພະ​ເຈົ້າພວມຄາ​ວຽກ​ຫລາຍ​ເພື່ອກະກຽມ​ໃຫ້​ແກ່​ງານ​ປະ​ກວດ​ສຽງ​ເພງ​ອື່ນ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ກໍ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ອຸທິດ​ສ່ວນ​ໃຫ້​ແກ່​ງານ​ມະຫາກຳ​ຄັ້ງນີ້. ດ້ວຍ​ບົດ​ເພງ One moment in time ທີ່​ສະ​ແດງ​ໃນ​ມື້ທີ​ສອງຂອງ​ງານ​ມະຫາ​ກຳ ​ແລະ ບົດ​ເພງ Sway ທີ່​​​ສະ​ແດງ​ພ້ອມ​ກັບ​ນັກ​ຮ້ອງ Putri ​ມາ​ຈາກ ບຣູ​ໄນ ​ໃນ​ງານ​ລາຕີ, Duc Tuan ​ໄດ້​ຮັບ​ລາງວັນ​ພິ​ເສດ​ຈາກ​ຄະນະ​ຈັດ​ຕັ້ງ ທີ່​ສະຫງວນ​ໃຫ້​ແກ່​ນັກ​ຮ້ອງ​ທີ່​ມີ​ການສະ​ແດງດີ​​​ເດັ່ນທີ່​ສຸດ ​ແລະ ອ້າຍ​ຍັງ​ຍາດ​ໄດ້​ລາງວັນ​​ນັກ​ຮ້ອງ​ທີ່​ໄດ້​ຮັບ​ຄວາມ​ນິຍົມຊົມ​ຊອບ​ທີ່​ສຸດຈາກ​ຜູ້​ຊົມ.

ສຽງ​ເພງ: Let us move ahead


         ​ເຖິງ​ວ່າ ບໍ່​ສາມາດຍາດ​ໄດ້​ລາງວັນດີ​ໃນ​ງານປະ​ກວດສຽງ​ເພງ​ດັ່ງກ່າວ​ກໍ​ຕາມ, ​ແຕ່​ນັກ​ຮ້ອງ Ezah Hashim ມາ​ຈາກ ບຣູ​ໄນ ກໍ​ໄດ້​ຮັບ​ການ​ສະຫນັບສະຫນູນ ​ແລະ ອາລົມ​ຈິດ​ຈາກ​ຜູ້​ຊົມ​ເມື່ອ​ສະ​ແດງ​ບົດ​ເພງ​ເວົ້າ​ເຖິງ​ຄວາມ​ຮັກ ​ແລະ ພິ​ເສດ​ແມ່ນ​ວິທີການ​ຊຶ່ງ​ນັກ​ຮ້ອງຄົນ​ນີ້ສະ​ແດງ​ຄວາມ​ຮັກ​ທີ່​ມີ​ຕໍ່​ຫວຽດນາມ ຜ່ານ​ຄຳ​ເວົ້າດ້ວຍ​ພາສາ​ຫວຽດທີ່​ວ່າ: “toi yeu Viet Nam” ​ແປ່​ວ່າ ຂ້າພະ​ເຈົ້າ​ຮັກ​ແພງ​ຫວຽດນາມ.

        “ຂ້າພະ​ເຈົ້າ​ຮູ​້ສຶກດີ​ໃຈ​ຫລາຍ ​ເມື່ອ​ມີຫນ້າ​​ໃນ​ງານ​ມະຫາ​ກຳ ​ແລະ ນີ້​ແມ່ນ​​ໂອກາດອັນ​ລ້ຳ​ຄ່າ​ທີ່​ມີ​ຕໍ່​ຂ້າພະ​ເຈົ້າ. ບັນດາ​ເຍື່ອງ​ອາຫານ​ຂອງ​ຫວຽດນາມ​ແມ່ນ​ແຊບ​ຫລາຍ, ຊາວ​ຫວຽດນາມ ແມ່ນ​ຜູ້​ຮັກ​ແພງ​ແຂກ ​ແລະ ຂ້າພະ​ເຈົ້າ​ຮັກ​ແພງ​ຫວຽດນາມ.”

        ຫວຽດນາມ ​ກໍ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ມີ​ຕໍ່​ນັກ​ຮ້ອງ Olivia Hutagalung ມາ​ຈາກ​ອິນ​ໂດ​ເນ​​ເຊຍ, ຊຶ່ງ​ແມ່ນ​ນັກ​ຮ້ອງ​ທີ່ຍາດ​ໄດ້​ລາງວັນ​ທີ​ຫນຶ່ງ​ໃນ​ປະ​ເພດທຳນອງ​ດົນຕີ Pop. ນາງ​ແບ່ງປັນ​ວ່າ: ​ໃນ​​​ເວລາ 4 ວັນ​ຢູ່ ຫວຽດນາມ ນາງ​ກໍ​ຍາດ​ເວລາ​ໄປ​ຢ້ຽມ​ຊົມ​ນະຄອນ​​ໂຮ່ຈິ​ມີນ ກໍ​ຄື​ຊື້​ຂອງຕ້ອນ​ໃຫ້​ແກ່ ໝູ່​ເພື່ອນ​ ​ແລະ ຕົນ​ເອງ.

ພົບປະກັບບັນດານັກຮ້ອງເຂົ້າຮ່ວມງານມະຫາກຳປະກວດນັກຮ້ອງສຽງທອງ ໂທລະພາບ ອາຊຽນ 2012 - ảnh 2
ນັກຮ້ອງ Duc Tuan ຂອງຫວຽດນາມ
ພາບ: internet

        ສຳລັບ​ບັນດາ​ນັກ​ຮ້ອງ​ທີ່​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ປະ​ກວດນັກ​ຮ້ອງ​ສຽ​ງທອງໂທລະພາບ ອາ​ຊຽນ 2012 ​ແລ້ວ, ຊຸມ​ມື້​ຢູ່​ຫວຽດນາມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​​​ໃຫ້​ແກ່ເຂົາ​ເຈົ້າ ຊຶ່ງ​ແມ່ນ​ຄວາມ​ຮັກ​ແພງ​ແຂກ​ຂອງ​ເພ​ື່ອນມິດ​ຫວຽດນາມຍາກ​ທີ່​ຈະ​ຫລົງ​ລືມ​​ໄດ້. ນີ້​ກໍ​ແມ່ນ​ໄລ​ຍະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມອົບ​ອຸ່ນ​ສະຫນິດສະຫນົມ ລະຫວ່າງ​ບັນດາ​ເພື່ອນ​ອາ​ຊຽນ. ສິ້ນ​ສຸດ​ງານ​ມະຫາ​ກຳ ​ເຂົາ​ເຈົ້າຈັບ​ແຂນ​ກັນພ້ອມ​ກັນ​ຂັບ​ຮ້ອງ​​ບົດ​ເພງທີ່​ມີ​ຊື່ວ່າ: Let us move ahead ​​ແມ່ນ​ຖືກ​ກັບ​ຄວາມ​ໝາຍ​ຂອງ​ງານ​ມະຫາ​ກຳ​ນັ້ນ​ແມ່ນ ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ, ການ​ພົວພັນແລກ​ປ່ຽນ ​ແລະ ສາມັກຄີ​, ພ້ອມ​ກັນ​ມູ້​ງ​ໄປ​ສູ່​ປະຊາ​ຄົມ​ອາ​ຊຽນ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ.

ມີນຫງວຽດ

 

ຕອບກັບ

ຂ່າວ/ບົດ​ອື່ນ