ພະແນກຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ກັບວິວັດທະນາການ ເຊື່ອມໂຍງເຂົ້າກັບພາກພື້ນ

(vovworld)- ​ໃນ​ສະພາບ​ຫວຽດນາມ​ເລີ່​ມຕົ້ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ, ປີ 1997, ມະຫາວິ​ທະນາ​ໄລ ວິ​ທະ​ຍາ​ສາດ​ສັງຄົມ ​ແລະ ມະນຸດສາດ ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໄດ້​ສ້າງ​ຕັ້ງ​ພະ​ແນ​ກຄົ້ນ​ຄ້ວາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພື່ອ​ບຳລຸງ​ສ້າງ​ປະລິ​ຍາ​ຕີມີ​ຄວາມ​ຮູ້​ຮອບດ້ານ​ກ່ຽວ​ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໃນ​ຊຸມ​ປີຜ່ານມາ, ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ປະກອບສ່ວນ​ສະຫນອງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຮັບ​ໃຊ້​ວິວັດ​ການ​ເຊື່ອມ​​ໂຍ​ງ​ເຂົ້າ​ກັບ​ພາກ​ພື້ນ​ນັບ​ມື້​ນັບ​ແຂງ​ແຮງ​ຂອງ​ປະ​ເທດ​ຊາດ. ​

        ດ້ວຍ​ຈຸດປະສົງ​ບຳລຸງ​ສ້າງ​ປະລິ​ຍາ​ຕີ​ ​ຄົ້ນ​ຄ້ວາສະ​ເພາະອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ພະ​ແນ​ກ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້​​ແມ່ນສະຫນອງ​ໃຫ້​ນັກຮຽນ​ບັນດາ​ຄວາມ​ຮູ້​ລວມກ່ຽວ​ກັບ​ວິຊາ​ຄົ້ນ​ຄ້ວາຝ່າຍ​ຕາ​ເວັນ​ອອກ, ຄວາມ​ຮູ້​ພື້ນຖານ, ​ເປັນລະບົບ, ທັນ​ສະ​ໄຫມ ​ແລະ ​ເກັບ​ກຳຂໍ້​ມູນຂ່າວສານ​ກ່ຽວ​ກັບອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້ ເປັນ​ປະຈຳ, ລວມມີ: ບັນດາ​ບັນຫາ​ປະຫວັດສາດ ​ແລະ ທັນ​ສ​ະ​ໄຫມ, ບັນຫາ​ລວມຄື​: ປະຫວັດສາດ, ​ເສດຖະກິດ, ການ​ເມືອງ, ວັດທະນະທຳ ຂອງ​ພາກ​ພື້ນ, ການ​ພົວພັນ​ກັບ​ສາກົນ​ຂອງ​ພາກ​ພື້ນ, ກ່ຽວ​ກັບ ອາ​ຊຽນ ​ແລະ ບັນຫາ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ຫວຽດນາມ.

ພະແນກຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ກັບວິວັດທະນາການ ເຊື່ອມໂຍງເຂົ້າກັບພາກພື້ນ - ảnh 1
ດຣ ມາຍງ​ອກຈື່, ຫົວຫນ້າ​ພະ​ແນ​ກຄົ້ນຄ້ວາອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ພາບ:internet

        ​ໃນ​ເບື້ອງ​ຕົ້ນ, ພະ​ແນ​ກຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້ ພຽງ​ແຕ່​ບຳລຸງ​ສ້າງ​ປະລິ​ຍາ​ຕີ, ຫລັງ​ຈາກ​ນັ້ນ ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ, ​​​ພະ​ແນ​ກ​ເປີດ​ລະບົບ​ບຳລຸງ​ສ້າງ​ປະລິຍາ​ໂທລົງ​ເລິກ​ຂະ​ແຫນງຄົ້ນ​ຄ້ວາອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້ ​ແລະ ​ແຕ່​ປີ 2007, ດຳ​ເນີນ​ການ​ບຳລຸງ​ສ້າງ​ປະລິຍາ​ເອກ. ​ໃນ​ວິວັດ​ການ​ບຳລຸງ​ສ້າງ​ນັ້ນ, ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ເຊື້ອ​ເຊີນ​ບັນດາ​ຄູ​ສອນ​ຈາກ​ພະ​ແນ​ກຄົ້ນ​ຄ້ວາ​ສາກົນ, ພະ​ແນ​ກປະຫວັດສາດ​ຂອງ​ໂຮງຮຽນ, ຈາກ​ສະ​ຖາ​ບັນ​ເສດຖະກິດ ​ແລະ ການ​ເມືອງ​ໂລກ, ສະ​ຖາ​ບັນ​ສາສະຫນາ. ນອກນັ້ນ, ພະ​ແນ​ກຍັງ​ຮ່ວມ​ສຳພັນ​ກັບ​ສະຖາບັນ​ຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້ຂຶ້ນ​ກັບ​ສະ​ຖາບ​ັນວິທະຍາສາດ​ສັງຄົມ​ຫວຽດນາມ​ໃນ​ການ​ບຳລຸງ​ສ້າງ​ປະລິ​ຍາ​ຕີ​ຮອດ​ປະລິຍາ​​ເອກ, ​ແນະນຳ​ການ​ປ້ອງ​ກັນບົດ​ນິພົນປະລິ​ຍາ​ຕີ, ປະລິຍາ​ໂທ, ປະລິຍາ​ເອກ. ບັນດາ​ຄູ​ສອນ​ຢູ່​ພະ​ແນ​ກ​ໄດ້​ເຂົ້າ​ຮ່ວມ​ລາຍການ​ແລກປ່ຽນ​ຄູ​ອາຈານ​ກັບ​ບັນດາ​ມະຫາວິທະຍາ​ໄລ​ຢູ່​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື: ມະຫາວິທະຍາ​ໄລ ມາ​​ເລ​ເຊຍ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ມາ​ເລ​ເຊຍ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ, ມະຫາວິທະຍາ​ໄລ​ບາງ​ແຫ່ງ​ຂອງ​ໄທຄື: ຈູລາ​ລົງ​ກອນ, ທຳ​ມະ​ຊາດ​, ບູຣະພາ ​ແລະ​ບັນດາ​ມະຫາວິທະຍາ​ໄລ​ຢູ່​ພາກ​ອີສານ​ຂອງ​​ໄທ, ມະຫາວິທະຍາ​​ໄລ​ແຫ່ງ​ຊາດ​ລາວ, ມະຫາ​ວິທະຍາ​ໄລ​ກຳປູ​ເຈຍ. ລາຍການ​ແລກປ່ຽນ​ນັກ​ສຶກສາ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສາດສະດາຈານ, ດຣ ມາຍງ​ອກຈື່, ຫົວຫນ້າ​ພະ​ແນ​ກອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃຫ້​ຮູ້​ວ່າ:

        “​ໃນ​ຫລັກສູດກ່ຽວ​ກັບ​​​ປະເທດໄທ​ຂອງ​ພະ​ແນກຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງ​ໃຕ້, ພາຍຫລັງ​ຮຽນ​ຈົບ​ປະ​ລີ​ຍາ​ຕີ​ຢູ່​ພະ​ແນ​ກນີ້​ແລ້ວ ​ມີນັກ​ສຶກສາ​ຫລາຍ​ຄົນ​ໄດ້​ໄປ​ຮຽນ​ປະລິຍາ​ໂທ, ປະລິຍາ​ເອກ​ຢູ່​ໄທ. ​ແຕ່ລະ​ປີ ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ສົ່ງ​ນັກ​ສຶກສາ​ຂະ​ແຫນງ​ຄົ້ນ​ຄ້ວາ​ອາຊີ​ຕາວັນ​ອອກ​ສ່ຽງ​ໃຕ້​ໄປ​ຄົ້ນ​ຄ້ວາ​ຢູ່​ບັນດາ​ໂຮງຮຽນ​ຂອງ​ໄທ ​ແລະ ມີ​ນັກ​ສຶກສາ​ໄທ​ຈຳນວນ​ຫນຶ່ງ​ກໍ​ມາ​ນີ້​ເພື່ອ​ພົວພັນ​ແລກປ່ຽນ​. ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ຍັງ​ສ້າງ​ລາຍການ​ແລກປ່ຽນ​ນັກ​ສຶກສາ​ກັບ​ມະຫາວິທະ​ຍ​າ​ໄລ​ແຫ່ງ​ຊາດ​ສິງກະ​ໂປ.”

        ນອກ​ນັ້ນ, ການ​ນຳ​ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພວມ​ສົ່ງ​ເສີມ​ການ​ປະສານ​ສົມທົບ​ກັບ​ມະຫາວິທະຍາ​ໄລ​ຈຳນວນ​ຫນຶ່ງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຮຽບຮຽງ​ຫລັກສູດ​ກ່ຽວ​ກັບອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ລວມ​ໃຫ້​ແກ່​ທົ່ວ​ພາກ​ພື້ນ. ສາດສະດາຈານ, ດຣ ມາຍ​ຫງອກ​ຈື໋ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ ​ແລະ ມະຫາວິທະຍາ​ໄລ​ຈຳນວນ​ຫນຶ່ງ​ຢູ່ ມາ​ເລ​ເຊຍ, ​ໄທ,​ ລາວ ພວມ​ສ້າງ​ຫລັກສູດ​ລວມກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ແກ່​ພາກ​ພື້ນ ​ແລະ ສິດ​ສອດ​ດ້ວຍ​ພາສາ​ອັງກິດ ​ແລະ ພາສາ​ປະຈຳ​ຖິ່ນ. ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​ຄະ​ແນນ​ທີ່​ນັກ​ສຶກສາ​ຮຽນ​ວິຊາ​ນີ້​ຢູ່​ມະຫາວິທະຍາ​ໄລ​ຂອງ​ປະ​ເທດ​ອື່ນ ​ເພື່ອ​ສ້າງ​ເຄືອ​ຂ່າຍ​ການ​ສຶກສາ​ລວມຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພວກ​ຂ້າພະ​ເຈົ້າ​ເລີ່​ມຜັນ​ຂະຫຍາຍ​ວຽກ​ງານ​ນີ້ ​ແລະ ຄິດ​ວ່າ ນັ້ນ​ແມ່ນ​ວິທີ​ເພື່ອ​ສ້າງ         ​ກາ​ນຮ່ວມ​ສຳພັນ.”

        ພາຍຫລັງ​ຮຽນ​ຈົບ​ຢູ່​ພະ​​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນັກ​ສຶກສາສາມາດ​​ເວົ້າ​ພາສາ​ອັງກິດ ​ແລະ ພາສາ​ຂອງ​ປະ​ເທດ​ອາ​ຊຽນຈຳນວນ​ຫນຶ່ງ​ໄດ້ ພ້ອມ​ທັງ​ກຳ​ໄດ້​ວິທີ​ຄົ້ນ​ຄ້ວາ​ພາກ​ພື້ນ ​ແລະ ທັກ​ສະ​ໃນ​ການ​ພົວພັນ​ກັບ​ສາກົນ. ຕໍ່​ຫນ້າ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ນັບ​ມື້​ນັບ​ແຂງ​ແຮງ​ປະຈຸ​ບັນ, ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ດຶງ​ດູດ​ນັກ​ສຶກສາ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ. ນອ້ງ ຢວາ​ນຮ່ວາງ​ອານ, ນັກ​ສຶກສາ​ພະ​ແນ​ກຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ຮູ້​ວ່າ:

        “ນ້ອງ​ສົນ​ໃຈ​ເຖິງ​ວິຊາ​ຄົ້ນ​ຄ້ວາ​ອາຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ​ເພາະວ່າ ການ​ພົວພັນ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນັບ​ມື້​ນັບ​ເປີດ​ກວ້າງ ​ແລະ ພັດທະນາ, ພິ​ເສດ​ແມ່ນ​ ອາ​ຊຽນພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ຊາ​ຄົມ​ລວມ​ໃນ​ປີ 2015.​​ໃນ​ຂະນະ​ນັ້ນ ບັນດາ​ນັກຮຽນ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ອາ​ຊຽນຍັງ​ຈຳກັດ​ຢູ່, ສະ​ນັ້ນ ນ້ອງ​ຄິດ​ວ່າ ຕົນ​ເອງ​ແມ່ນ​ຊາວ​ຫວຽດນາມ ​ແລະ ກໍ​ແມ່ນ​ພົນລະ​ເມືອງ​ຂອງ​ອາ​ຊຽນ ​ຍິ່ງ​ກວ່າ​ເວລາ​​ໃດ​ໝົດຕ້ອງ​ມີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ອາ​ຊຽນ, ກ່ຽວ​ກັບ​​ແຫ່ງ​ທີ່​ຕົນ​ເອງ​ພວມ​ດຳລົງ​ຊີວິດ. ​ນ້ອງ​ຈະພະຍາຍາມ​ຮຳ່ຮຽນ​​ດີ, ພາຍຫລັງ​ຮຽນ​ຈົບ​ຖ້າ​ມີ​ໂອກາດ​ນ້ອງ​ຈະ​ໄປ​ຮຽນ​ຕໍ່​ປະລິຍາ​ໂທ​ຢູ່​ປະ​ເທດ​ສະມາຊິກ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຈຳນວນ​ຫນຶ່ງ, ຫລັງ​ຈາກ​ນັ້ນ​ນ້ອງ​ຈະ​ກັບ​ຄືນ​​ເມືອຫວຽດນາມ​ເພື່ອ​ເຮັດ​ວຽກ​ງານ​ກ່ຽວຂ້ອງ​ເຖິງ​ອາ​ຊຽນ ຫລື​ບໍ່​ວ່າ​ປະ​ເທດ​​ໃດ​ຫນຶ່ງ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.”

          ໃນ 16 ປີຜ່ານມາ, ພ້ອມກັບຄວາມານະພະຍາຍາມປ່ຽນແປງໃຫມ່ ແລະ ພັດທະນາ, ພະແນກຄົ້ນຄ້ວາອາຊີຕາເວັນອອກສຽງໃຕ້ ພວມປະກອບສ່ວນເຂົ້າໃນ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ຂອງ​ຫວຽດນາມ ​ແລະ ນຳ​ບັນດາ​ປະ​ເທດ​ອາ​ຊຽນຫຍັບ​ມໍ່​ໃກ້​ກັບຫວຽດນາມ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ