ມີນັກລົງທຶນສິງກະໂປຫລາຍທ່ານມຸ່ງໄປເຖິງຕະຫລາດອະສັງຫາລິມະຊັບຢູ່ ຟິລີບປີນ

ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຂອງລາຄາອະສັງຫາລິມະ​ຊັບ​ຢູ່​ ຟີ​ລີບ​ປີນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດານັກ​ລົງທຶນ​ໃນ​ໂລກ, ​ໃນ​ນັ້ນ ມີນັກ​ລົງທຶນ​ສິງກະ​ໂປ. ລາຄາ​ເຮ​ືອນຢູ່​ທີ່​ອາຄານ​ສູງຫລາຍຊັ້ນ​ຢູ່ ຟິລີບ​ປີນ ​ເພີ່ມ​ຂຶ້ນ 20% ​ໃນ​ປີ 2013. ການ​ພັດທະນາ​ຂອງ​ນະຄອນ Makati ຊື່​ງຕັ້ງ​ຢູ່​ສູນ​ການ​ຄ້າ ມາ​ນີລາ ປະກອບສ່ວນ​ສຳຄັນ​ໃນ​ລະດັບ​ເພີ່ມ​ຂຶ້ນ​ດັ່ງກ່າວ. ທ່ານ Thomas Mirasol, ຜູ້ອຳນວຍການ​ບໍລິສັດ​ດຳ​ເນີນ​ທຸລ​ະກິດ​ອະສັງຫາລິມະ​ຊັບ​ສາກົນ A-ya-la ​ໃຫ້​ຮູ້​ວ່າ: ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່ ຟີ​ລີບ​ປີນ ພວມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.

        “​ເມື່ອ​ເປີດ​ກວ້າງ​ຕະຫລາດ​ຢູ່ ຟິລິບ​ປີນ, ພວກ​ຂ້າພະ​ເຈົ້າ​ຕົກສ​ະ​ເຫງີ້ຕໍ່​ຄວາມ​ສົນ​ໃຈ​ຂອງ​ບັນດາ​ລູກ​ຄ້າ ສິງກະ​ໂປ. ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ ຕະຫລາດ​ນີ້ ກວມ​ເອົາ​ປະມານ 20-30% ຍອດ​ລາຍ​ຮັບ. ​ແຕ່​ປະຈຸ​ບັນ ຕົວ​ເລກ​ດ່ັງກ່າວ​ແມ່ນ 60%”.

ມີນັກລົງທຶນສິງກະໂປຫລາຍທ່ານມຸ່ງໄປເຖິງຕະຫລາດອະສັງຫາລິມະຊັບຢູ່ ຟິລີບປີນ - ảnh 1
ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່ຟິລີບປີນ
​ກາຍ​ເປັນ​ສິ່ງ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນຕ່າງປະເທດ
ພາບປະກອບ:internet

        ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ ຟິລີບ​ປີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ເຮັດ​ໃຫ້​ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່​ທີ່​ນີ້​ກາຍ​ເປັນ​ສິ່ງ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ. ​ໃນ 3 ​ໄຕ​ມາດ​ຕົ້ນປີ 2013, ຟິລີບ​ປີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ບັນລຸ​ລະດັບ​ການ​ຈະ​ເລີ​ນ​ເຕີບ​ໂຕ GDP ສູງ​ກວ່າ​ໝູ່​ຢູ່ ອາ​ຊີ, ກວມ​ປະມານ 7%. ສະ​ນັ້ນ ມີ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຈາກ​ຫລາຍ​ປະ​ເທດ​ໄດ້​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຟິລີບ​ປີນ, ​​ເຮັດ​ໃຫ້​ຄວາມ​ຕ້ອງການ​ເຊົ່າ​ຫ້ອງການ​ເພີ່ມ​ຂຶ້ນ. ປະຈຸ​ບັນ, 97% ຈຳນວນ​ຫ້ອງການ​ຢູ່ ສູນ Metro Manila ​​ມີ​ຜູ້ເຊົ່າ​ໝົດ​ແລ້ວ. ອັດຕາ​ລາຍ​ຮັບ​ບັນລຸ​ຈາກ 8-9%. ສາຍ​ເຫດ​ອື່ນ ​ເຮັດ​ໃຫ້​ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່ ຟິລີບ​ປີນ ​ເພີ່ມ​ຂຶ້ນ ຍ້ອນ​ນະ​ໂຍບາຍ​ຮັດ​ກຸ່ມ​ສິນ​ເຊື່ອ, ຫລຸດຜ່ອນ​ຄວາມ​ຕ້ອງການ​ສູງ​ຈາກ​ຕະຫລາດ ​ແລະ ຕ້ານ​ການ​ກັກ​ຕຸ​ນອະສັງຫາລິມະ​ຊັບ​ຢູ່​ປະ​ເທດ​ຈຳນວນ​ຫນຶ່ງ​ໃນ​ອາຊີ​ຄື: ສິງກະ​ໂປ, ຈີນ, ຮົ່ງກົງ. ສະ​ນັ້ນ ​ເຖິງ​ວ່າ ອັດຕາ​ແລກປ່ຽນ​ເງິນຕາ​ປະຈຸ​ບັນ ​ເຮັດ​ໃຫ້​ລາຄາ​ສິນຄ້າ​ຂອງ ຟິລີບ​ປີນ ​ແພງ​ກວ່າ​ເມື່ອ​ທຽບ​ໃສ​່ສິນຄ້າ​ຂອງ​ບັນດາ​ປະ​ເທດ​ອື່ນ, ຟິລີບ​ປີນ ຍັງ​ຄົງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງ​ທຶນ​ຕ່າງປະ​ເທດ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກຄົ້ນ​ຄ້ວາ​ແລ້ວ, ​ໃນ​ຂົງ​ເຂດ​ໃຫ້​ເຊົ່າ​ຫ້ອງການ, ມາ​ນີລາ ​ແມ່ນ​​ເຂດມີ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ສູງ ຄື ບາງກອກ​ຂອງ​ໄທ, ​ໂຕ​ກຽວ​ຂອງ ຍີ່ປຸ່ນ.

        ​ເຖິງ​​ແນວ​ນັ້ນ​ກໍ​ຕາມ, ບັນດາ​ຜູ້​ຊ່ຽວຊານ​ກໍ​ມີ​ຄຳ​ກ່າວ​ເຕືອນ​​ບັນດາ​ນັກ​ລົງທຶນ. ທ່ານ Johnny Chng, ຜູ້ນຳ​ຫນ້າ​ບັນດາ​ໂຄງການ​ສາກົນ​ຂອງ​ບໍລິສັດ Orange Tee, ຊື່​ງ​ແມ່ນບໍລິສັດ​ຄົ້ນ​ຄ້ວາ​ອະສັງຫາລິມະ​ຊັບ​ຂອງ​ສິງກະ​ໂປ ​ເນັ້ນ​ຫນັກ​ວ່າ: ຜູ້​ຊື້​ເຮືອນ​ຢູ່​​ແມ່ນ​ຂອງບັນດາ​ບໍລິສັດ​ອະສັງຫາລິມະ​ຊັບ​ທີ່​ມີ​ອິດ​ທີ​ພົນ​ຊື່​ສຽງ:

        “ຖ້າ​ພວກ​ເພື່ອນ​ຊື້​ເຮືອນ​ຢູ່​ຈາກ​ບັນດາ​ບໍລິສັດ​ອະສັງຫາລິມະ​ຊັບ​ບໍ່​ທັນ​ມີ​ອິດ​ທິພົນຊື່​ສຽງ, ພວກ​ເພື່ອນ​ຄວນ​ຮັບປະກັນ​ວ່າ ບໍລິສັດ​ນັ້ນ​ພວມ​ພັດທະນາ​ໂຄງການ​ຢູ່​ທີ່​ນີ້ ​ແລະ ນອນ​ໃນ​ການ​ວາງ​ແຜນ​ກຳນົດ​ລະອຽດ ​ແລະ ຄົບ​ຊຸດ.”

        ນອກ​ນັ້ນ ​ເມື່ອລົງທຶນ​ເຂົ້າ​ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່ ຟິລີບ​ປີນ, ບັນດາ​ນັກ​ລົງທຶນ ສິງກະ​ໂປ ຄວນ​ຄິດ​ໄລ່​ເຖິງ​ລາຍ​ຈ່າຍ​ດອກ​​ເບ້ຍ​ກູ້​ຢືມ. ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ຢູ່ ຟິລີບ​ປີ ສູງ​ກວ່າ ປະມານ 7%​ເມື່ອ​ທຽບ​ໃສ່​ການ​ໃຫ້​ກູ້​ຢືມ​ຢູ່ ສິງ​ກະ​ໂປ. ຄວາມ​ສ່ຽງ​ຂອງ​ອັດຕາ​ແລກປ່ຽນ​ເງິນຕາ​ຄວນ​ພິຈາລະນາ​ຄືນ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ