ອາຊຽນ ນັບມື້ນັບດູດດື່ມ ບັນດານັກລົງທຶນຕ່າງປະເທດ

ອາຊຽນ ນັບມື້ນັບດູດດື່ມ   ບັນດານັກລົງທຶນຕ່າງປະເທດ - ảnh 1
ວາລະປະຊຸມຂອງສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ
ພາບປະກອບ: chinhphu.vn


(vovworld) -  ສະພາ​ທີ່​ປືກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ ​ໃຫ້​ຮູ້​ວ່າ: ພາກ​ພື້ນ​ນີ້​ນັບ​ມື້​ນັບ​ດູດດື່ມ​ນັກ​ລົງທຶນ​ຕ່າງປະ​ເທດ. ​ໃນ​ການ​ສຳ​ຫລວດ​​ໄລຍະ​ມໍ່ໆ​ມາ​ນີ້, ສະພາ​ທີ່​ປືກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ ​ໄດ້​ຢັ່ງ​​ເອົາຄຳ​ເຫັນຈາກນັກທຸລະກິດ​ກວ່າ 400 ທ່ານ ​ແລະ ບັນດາ​ການ​ນຳ​ຂະ​ແຫນງ​ອຸດສາຫະກຳ​ໃນ​ພາກ​ພື້ນ ກ່ຽວ​ກັບ​ບັນຫາ​ລົງ​ທຶນ​ຕ່າງປະ​ເທດ. ໝາກຜົນ​ສະ​ແດງ​ໃຫ້​ເຫັນ​ວ່າ: ອາ​ຊຽນ ພວມ​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ສຳລັບ​ນັກ​ລົງທຶນ, ລື່ນ​ກາຍ​ ຈີນ. ​ໃນ​ນັ້ນ ອິນ​ໂດ​ເນ​ເຊຍ ຢືນ​ອັນ​ດັບ​ 1 ດ້ວຍ​ອັດຕາ​ເລືອກ​ເຟັ້ນ​ແມ່ນ 50%, ຖັດມາ​ຕາມ​ລຳດັບແມ່ນ ຫວຽດນາມ 46%, ສິງກະ​​ໂປ 43%, ​ໄທ, ມາ​ເລ​ເຊຍ, ພິລີ​ບປີນ, ລາວ, ກຳປູ​ເຈຍ, ມ້ຽນ​ມາ ​ແລະ ບຣູ​ໄນ. ​ເມື່ອ​ສັງ​ເກດ​ສະພາບ​ການ​ພາຍ​ໃນ​ກຸ່ມ​ອາ​ຊຽນ, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ກໍ​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ຂອງ​ກັນ, ​ເມື່ອ 88% ຜູ້​ຖືກ​ຖາມ​ລ້ວນ​ແຕ່​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ມີ​ແຜນການ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດຢ່າງ​ຫນ້ອຍ​ສຸດເຂົ້າປະ​ເທດສະມາຊິກ​ຫນຶ່ງຂອງ​ອາ​ຊຽນ​ໃນ​ໄລຍະ 3 ປີ ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ