(VOVWORLD) -ນາງ ປະລິນຍາເອກ ຫວຽນທິຟອງລານ ຫົວໜ້າພາກວິຊາປ້ອງກັນພືດຂອງສະຖາບັນເຂົ້າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ມີຊື່ສຽງຍ້ອນນາງບໍ່ພຽງແຕ່ມີຄວາມເມົາມົວ, ຊອກຮູ້, ຄົ້ນຄວ້າວິທະຍາສາດ ເພື່ອຮັບໃຊ້ແກ່ການຜະລິດກະສິກຳເທົ່ານັ້ນ ຫາກຍັງຊ່ວຍໜູນພະນັກງານອື່ນໆອີກນັບ 10 ຄົນ ເພື່ອພ້ອມກັນພັດທະນາ. ເມື່ອບໍ່ດົນມານີ້ ນາງໄດ້ຮັບໃບຍ້ອງຍໍຂອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຍ້ອນມີຜົນງານດີເດັ່ນ ໃນວຽກງານຄົ້ນຄວ້າ ຫົວເລື່ອງວິທະຍາສາດ ໃນຂົງເຂດກະສິກຳ
ນາງ ປອ ຫວຽນທິຟອງລານ ຫົວໜ້າພາກວິຊາປ້ອງກັນພືດຂອງສະຖາບັນເຂົ້າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ |
ສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເຊິ່ງແມ່ນບ່ອນນາງ ປອ ຫວຽນທິຟອງລານ ເລີ່ມເຮັດວຽກງານຄົ້ນຄວ້າ ນັບແຕ່ປີ 1990 ມາຮອດປັດຈຸບັນ ແມ່ນໄດ້ຄົບຮອບ 30 ປີແລ້ວ. ໃນໄລຍະລະດູໜາວຕໍ່ລະດູບານໃໝ່ປີ 2016 - 2017, ແມງໄມ້ໄດ້ປາກົດຕົວຢ່າງຫຼວງຫຼາຍ ເຊິ່ງໄດ້ກໍ່ຄວາມເສຍຫາຍຢ່າງໜັກໃນ ບັນດາເນື້ອທີ່ເຂົ້າຢູ່ບັນດາເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ເຊິ່ງປາກົດມີຫຼາຍກ່ວາໝູ່ແມ່ນຢູ່ແຂວງ ກຽນຢາງ, ອານຢາງ, ດົ່ງທາບ ແລະ ເກິ່ນເທີ ດ້ວຍລະດັບຜົນເສຍຫາຍແມ່ນໜັກໜ່ວງ ໃນເນື້ອທີ່ປະມານ 100.000 ເຮັກຕາ. ໂດຍເລີ່ມມາຈາກຄວາມເປັນຈິງ, ນາງ ລານ ພ້ອມກັບເພື່ອນຮ່ວມງານ ໄດ້ລົງມືຄົ້ນຄວ້າກ່ຽວກັບຫົວເລື່ອງ “ຄົ້ນຄວ້າກົດເກນກຳເນີດ, ຂະຫຍາຍຕົວ ແລະ ມາດຕະການຄວບຄຸມແມງໄມ້ທຳລາຍເຂົ້າ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”. ແລະ ມາຮອດປັດຈຸບັນໄດ້ເປັນສາມປີແລ້ວ ແລະ ໃນປີ 2020 ກໍ່ແມ່ນປີສິ້ນສຸດຫົວເລື່ອງ. ນາງ ລານ ເວົ້າວ່າ:
“ຜ່ານໄລຍະຍາວນານທີ່ໄດ້ຕິດພັນກັບຊາວກະສິກອນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບການຄວບຄຸມພະຍາດພືດ. ນັບແຕ່ເວລາຂ້້າພະເຈົ້າໄດ້ລົງແນະນຳ ໃຫ້ແກ່ຊາວກະສິກອນ ກ່ຽວກັບໂຄງການຄວບຄຸມພະຍາດພືດສັງລວມ ໃນຊຸມປີ 1992 ມາຮອດປັດຈຸບັນ, ຂ້າພະເຈົ້າເຫັນວ່າ ລະບົບສິງແວດລ້ອມຂອງຕົ້ນເຂົ້າໄດ້ປ່ຽນແປງຫຼາຍທີ່ສຸດ; ການຜະລິດກໍ່ປ່ຽນແປງ ຫຼາຍຢ່າງ; ແຕ່ພະຍາດພືດນັບມື້ນັບມີການຜັນແປຢ່າງສັບສົນກວ່າເກົ່າ. ດັ່ງນັ້ນຊາວກະສິກອນ ຖືກກຳລັງດັນຫຼາຍກວ່າ, ສະນັ້ນຄວາມຮັບຜິດຊອບທາງດ້ານວິຊາສະເພາະ ຂອງຜູ້ເຮັດວຽກງານຄວບຄຸມພະຍາດພືດ ແມ່ນໜັກໜ່ວງທີ່ສຸດ”.
ຄວາມເມົາມົວຄົ້ນຄວ້າວິທະຍາສາດ ຂອງທ່ານນາງ ປອ ຫວຽນທິຟອງລານ ບໍ່ພຽງແຕ່ເພື່ອອຸທິດສ່ວນໃຫ້ແກ່ຂະແໜງກະສິກຳຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເພື່ອນ້ຳໃຈຄວາມຜູກພັນ ກັບຊາວກະສິກອນ ທີ່ປະສົບກັບຄວາມລຳບາກ. ອ້າຍ ຫວູກວິ່ງ ນັກຄົ້ນຄວ້າພາກວິຊາປ້ອງກັນພືດ ສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ແບ່ງປັນວ່າ:
“ສຳລັບນາງ ລານ ແລ້ວ, ບົນເນື້ອໃນຈິດໃຈຊ່ວຍໜູນ, ຖ້າຫາກມີສິ່ງຂ້ອງຄາຫຍັງແດ່, ນາງຈະແມ່ນຜູ້ຊີ້ນຳເພື່ອຊອກຫາທິດທາງແກ້ໄຂ ຢ່າງເໝາະສົມ. ນັ້ນແມ່ນກ່ຽວກັບແງ່ມູມດ້ານການຄຸ້ມຄອງ, ສ່ວນວຽກງານອື່ນໆນາງ ລານ ຍາມໃດກໍ່ຊ່ວຍໜູນທຸກໆຄົນ, ນາງໄດ້ມີຄວາມເອົາໃຈໃສ່ເຖິງ ອ້າຍເອື້ອຍນ້ອງ”.
ເຖິງວ່າຢູ່ໃນຖານະຕຳແໜ່ງໃດໆກໍ່ຕາມ, ນາງ ລານ ຍາມໃດກໍ່ແມ່ນຜູ້ທີ່ມີຄວາມຮັບຜິດຊອບ, ນອກຈາກວຽກງານຄົ້ນຄວ້າແລ້ວ ນາງຍັງແມ່ນພະນັກງານຊັ້ນນຳ ເຊິ່ງໄດ້ຊັກຈູງພະນັກງານເກືອບ 30 ຄົນໃນພາກວິຊາປ້ອງກັນພືດ. ນາງ ຫວໍທິຢ໋າຖາວ ນັກຄົ້ນຄວ້າສັງກັດພະແນກທົດລອງເຕັກໂນໂລຢີ ຊິວະວິທະຍາ ພາກວິຊາປ້ອງກັນພືດ ແບ່ງປັນວ່າ:
“ນາງ ລານ ມີຄວາມເກັ່ງກ້າທາງດ້ານວິຊາການ; ອ້າຍເອື້ອຍນ້ອງທຸກຄົນ ຜູ້ໃດກໍ່ມີຄວາມນິຍົມນັບຖືນາງ ລານ, ຍາມໃດນາງ ລານ ກໍ່ເປັນຫ່ວງນຳອ້າຍເອື້ອຍນ້ອງ. ນາງມັກຄົ້ນຄວ້າບັນດາຂົງເຂດໃໝ່ ແລະ ລົງເລິກໃນຊີວິດການເປັນຢູ່. ພິເສດບັນດາວິທີການແກ້ໄຂ ທີ່ນາງຍົກອອກມາ ເກືອບຄືວ່າລ້ວນແຕ່ຮັບໃຊ້ຊາວກະສິກອນເປັນຕົ້ນ”.
ສ່ວນນາງ ປອ ຫວຽນຖຸຍກ້ຽວຕຽນ ຮອງຫົວໜ້າສະຖາບັນເຂົ້າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ຮູ້ວ່າ:
“ຜ່ານບັນດາຜົນງານ ກໍ່ຄືບັນດາການເຄື່ອນໄຫວຂອງນາງ ຟອງລານ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ນາງ ລານ ຈະຖ່າຍທອດບົດຮຽນ, ຄວາມສາມາດທີ່ຂະຫຍັນຂັນເຄື່ອນຂອງຕົນໃຫ້ແກ່ຄົນລຸ້ນຫຼັງ ໃນຫົວໜ່ວຍຂອງຕົນ ກໍ່ຄືໃນຫົວໜ່ວຍອື່ນໆອີກ. ດ້ານອື່ນກໍ່ມີຄວາມຫວັງວ່າ ບັນດາພະນັກງານຄົ້ນຄວ້າສັງກັດສະຖາບັນ ກໍ່ຖືວ່ານີ້ແມ່ນແບບຢ່າງ ເພື່ອເຮັດຕາມ ແລະ ພະຍາຍາມສູ້ຊົນ ເພື່ອເຮົາສາມາດບັນລຸໄດ້ຜົນງານເຊັ່ນດຽວກັນ”.
ຍ້ອນຄວາມມານະພະຍາຍາມຂອງນາງ ປອ ຫວຽນທິຟອງລານ ນັ້ນ, ມາຮອດປັດຈຸບັນທາງສະຖາບັນ ໄດ້ມີບັນດາກຸ່ມຄົ້ນຄວ້າໃໝ່, ບັນດາຮູບແບບວິທະຍາສາດທີ່ພົ້ນເດັ່ນ ປະກອບສ່ວນຊ່ວຍນຳຜົນປະໂຫຍດ ໃຫ້ແກ່ວົງຄະນາຍາດສັງຄົມ, ສາມາດເຊື່ອມຕໍ່ກັບວິສາຫະກິດຫຼາຍແຫ່ງ. ຍິ່ງກວ່າໃຜໝົດ ນັ້ນແມ່ນຜົນງານທີ່ມາຈາກການປຸກລຸກ ຄວາມສາມາດບົ່ມຊ້ອນຄົ້ນຄວ້າວິທະຍາສາດ ຂອງບັນດາພະນັກງານຄົ້ນຄວ້າ ສັງກັດສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ.