ຫງວຽນກີມເຟືອງ - ພົນລະເມືອງໜຸ່ມດີເດັ່ນໃນແຂວງ ກາວບັ່ງ ປີ 2023

(VOVWORLD) -ນາງ ຫງວຽນກີມເຟືອງ ຊາວເຜົ່າໄຕ່ ເກີດປີ 1993 ຢູ່ບ້ານ ຄວຍກີ ຕາແສງ ດ່າມທຸ໋ຍ ເມືອງ ຈຸ່ງແຄັ໊ງ ແຂວງ ກາວບັ່ງ ແມ່ນັກທຸລະກິດທີ່ຂະຫຍັນຂັນເຄື່ອນກ້າຄິດກ້າທຳ ແລະ ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນວຽການສັຄົມ. ລາວໄດ້ຮັບການເຊີດຊູ ແມ່ນໜຶ່ງໃນຈຳນວນພົນລະເມືອງໜຸ່ມດີເດັ່ນ 10 ຄົນຂອງແຂວງ ກາວບັ່ງ ໃນປີ 2023
ຫງວຽນກີມເຟືອງ - ພົນລະເມືອງໜຸ່ມດີເດັ່ນໃນແຂວງ ກາວບັ່ງ ປີ 2023 - ảnh 1ນາງ ຫງວຽນກີມເຟືອງ 

      ເມື່ອກ່ອນນີ້ນາງ  ເຟືອງ ດຳເນີນທຸລະກິດແບບເສລີ, ຊີວິດການເປັນຢູ່ກໍ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນລາຍຮັບບໍ່ເປັນປົກກະຕິ ແຕ່ບາດລ້ຽວຂອງນາງແມ່ນຍ້ອນໄດ້ເປີດໂຮມສະເຕ ເຮັດທຸລະກິດທ່ອງທ່ຽວ. ປີ 2018 ຄະນະຊາວໜຸ່ມແຂວງ ກາວບັ່ງ ໄດ້ນຳຊາວໜຸ່ມໄປທັດສະນະສຶກສາ ຮຽນຮູ້ ຮູບແບບໂຮມສະເຕຢູ່ໜອງ ບາເບ່ ແຂວງ ບັກກ້ານ ແລະ ເຂດທ່ອງທ່ຽວມາຍເຈົາໃນແຂວງ ຮວ່າບິ່ງ ພາຍຫຼັງກັບບ້ານ ຈາກການເດີນທາງນີ້ ນາງ ຫງວຽນກີມເຟືອງ ໄດ້ຕົກລົງເປີດສະຖານທີ່ພັກເຊົາ ໄຕ່ໂຮມສະເຕ ສົມທົບກັບການບໍລິການວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນທ້ອງຖິ່ນ. ນາງ ເຟືອງ ໃຫ້ຮູ້ວ່າ :

      ”ກ່ອນທີ່ເຮັດໂຮມສະເຕ, ຂ້າພະເຈົ້າກໍ່ຍັງໄປຫຼາຍແຂວງ ເພື່ອຮຽນຮູ້ນຳເຂົາເຈົ້າເຮັດໂຮມສະເຕ. ໂຮມສະເຕຂອງຂ້າພະເຈົ້າຖືກກໍ່ສ້າງນັບແຕ່ປີ 2019 ແລະ ໄດ້ເປີດຕ້ອນຮັບແຂກນັບແຕ່ປີ 2022. ໂຮມສະເຕຂອງຂ້າພະເຈົ້າກໍ່ໄດ້ສົມທົບລະຫວ່າງປັດໄຈທັນສະໄໝ ແລະ ພື້ນເມືອງ. ເພື່ອດຶງດູດແຂກທອງທ່ຽວມາພັກເຊົາຢູ່ທີ່ນີ້ ພວກຂ້າພະເຈົ້າກໍ່ໄດ້ມີການຮັບໃຊ້ແຂກຢ່າງສຸດໃຈຄື ຈັດລາຍການສະແດງ ຂັບແທນ ພິນຕີ໊ງ ແລະ ເຕັ້ນສາບໃຫ້ແຂກທ່ອງທ່ຽວຮັບຊົມ. ນອກຈາກນັ້ນກໍ່ຍັງມີລາຍການປີນພູ ແລະ ແຂກຕ່າງປະເທດເຂົາເຈົ້າກໍ່ມັກລົງຕົວຈິງໄປດຳນາ ກໍ່ຄືເຮັດວຽກງານຄອບຄົວປະຈຳວັນ”.

    ໂຮມສະເຕຂອງນາງເຟືອງ ຖືປຸກສ້າງຢ່າງໃຫຍ່ໂຕ, ຝາເຮືອນຖືກກໍ່ດ້ວຍຫີນ ແລະ ຫຼັງຄາມຸງດິນຂໍສອງຊັ້ນ ພ້ອມທັງມີຄວາມອຸດົມສົມບູນທາງດ້ານການບໍລິການເຄື່ອນໄຫວຄົ້ນຫາຮັບໃຊ້ແຂກທ່ອງທ່ຽວ.ຍ້ອນແນວນັ້ນ ໂຄງການ “ການທ່ອງທ່ຽວຊຸມຊົນໄຕ່ໂຮມສະເຕ ຂອງນາງ ເຟືອງ ໄດ້ຮັບຫຼາຍາງວັນ”. ນາງ ຫງວຽນກີມເຟືອງ ໃຫ້ຮູ້ວ່າ:

      “ປີ 2022 ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການເລີ່ມຕົ້ນທຸລະກິດຊາວໜຸ່ມຊົນນະບົດ ໂດຍຄະນະຊາວໜຸ່ມແຂວງ ກາວບັ່ງ ຈັດຂຶ້ນ. ຮູບແບບຂອງຂ້າພະເຈົ້າແມ່ນທ່ອງທ່ຽວຊຸມຊົນ ໄຕ່ໂຮມສະເຕ ສົມທົບກັບອາຊີບເຮັດເຄື່ອງຈັກສານ ແລະ ເຮັດກຸບເຜົ່າໄຕ່, ຂ້າພະເຈົ້າໄດ້ຮັບລາງວັນທີໜຶ່ງ. ປີ 2023 ຂ້າພະເຈົ້າໄດ້ເຂົ້ົ້າຮ່ວມລາຍການເລີ່ມຕົ້ນທຸລະກິດຊາວໜຸ່ມຊົນນະບົດຂັ້ນສູນກາງ, ໂຄງການໄຕ່ໂຮມສະເຕ ໄດ້ຮັບລາງວັນທີສາມທົ່ວປະເທດ ຂ້າພະເຈົ້າໄດ້ຮັບການຍ້ອງຍໍຊົມເຊີຍຈາກສະຫະສະມາຄົມທ່ອງທ່ຽວແຂວງ ກາວບັ່ງ ຍ້ອນມີຜົນງານປະກອບສ່ວນໃຫ້ແກ່ຂະແໜງທ່ອງທ່ຽວແຂວງ”.

   ບ້ານ ຄວາຍກີ ໃນປັດຈຸບັນມີຫຼາຍກວ່າ 100 ຄອບຄົວ, ທັງໝົດກໍ່ແມ່ນຊາວເຜົ່າໄຕ່,ໃນໝູ່ບ້ານມີ 17 ຄອບຄົວເຮັດທຸລະກິດໂຮມສະເຕ, ໄຕ່ໂຮມສະເຕ ຂອນາງ ເຟືອງໄດ້ດຶງດູດແຂກທ່ອງທ່ຽວມາພັກເຊົາຢ່າງຫຼວງຫຼາຍ. ນາງ ເຟືອງຍັງແມ່ນຜູ້ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການວັດທະນະທຳ ແລະ ອາສາສະໝັກ, ວຽກງານຂົນຂາຍປະຊາຊົນຢູ່ທ້ອງຖິ່ນ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກຂັ້ນຕ່າງໆ ຍ້ອນມີຜົນງານໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ. ນາງ ຮວ່າງທິໂດ້ຍ ຜູ້ເຮັດວຽກຢູ່ ໄຕ່ໂຮມສະເຕ ໃຫ້ຮູ້ວ່າ:

      “ນາງ ເຟືອງ ແມ່ນຜູ້ຂະຫຍັນຂັນເຄື່ອນມີຫົວຄິດປະດິດສ້າງໃນວຽກງານ ແລະ ລາວໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມເພື່ອການກຸສົນ. ຂ້າພະເຈົ້າເຫັນວ່າ ນາງ ເຟືອງ ແມ່ນຜູ້ໃຈດີ ແລະ ລາວໄດ້ສ້າງວຽກເຮັດງານທຳໃຫ້ແກ່ຫຼາຍຄົນ”.

     ມັກຮຽນຮູ້ ແລະ ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ນາງ ຫງວຽນກີມເຟືອງ ໄດ້ສ້າງຮູບແບບເຮັດທຸລະກິດບໍລິການ ໂຮມສະເຕ ຢ່າງສຳເລັດຜົນ. ຄວາມຫວັງຂອງນາງ ແມ່ນຢາກສ້າງຄວາມຮັ່ງມີບົນດິນແດນບ້ານເກີດເມືອງນອນຂອງຕົນ ປະກອບສ່ວນຮັກສາສີສັນວັດທະນະທຳຂອງເຜົ່າໄຕ່ ແລະສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ