ເອື້ອຍ ເຈິ່ນເຟືອງລານ - ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ 2018

(VOVWORLD) -ເອື້ອຍ ເຈິ່ນເຟືອງລານ ດຳລົງຊີວິດຢູ່ເຮືອນເລກທີ 340 ຖະຫນົນ ເລຢ໋ວນ, ຕາແສງ ເກື໋ອນາມ, ເມືອງ ຮວ່ານກ໊ຽມ, ແມ່ນຜູ້ເປັນແມ່ທີ່ມີຈິດໃຈເມດຕາປານີອັນສູງສົ່ງ. ເອື້ອຍ ລານ ໄດ້ຮັບລ້ຽງເດັກຊາຍຄົນໜຶ່ງ ເປັນພະຍາດໂປ່ງພອງມາແຕ່ເກີດ ເອີ້ນຫຍໍ້ວ່າ ພະຍາດ EB (Epidermolysis Bullosa) ທີ່ຖືກຄອບຄົວປ່ອຍປະຕັ້ງແຕ່ເມື່ອກຳເນີດອອກມາ ແລະ ເປັນຜູ້ໃຫ້ການຊ່ວຍເຫຼືອເດັກທີ່ເປັນພະຍາດດັ່ງກ່າວນັບສິບໆຄົນໃນທົ່ວປະເທດ. ຫວ່າງມໍ່ໆມານີ້, ເອື້ອຍ ເຈິ່ນເຟືອງລານ ກໍເປັນກຽດໄດ້ຮັບນາມມະຍົດ “ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ” ປີ 2018 ໂດຍ ນະຄອນຫຼວງ ຮ່າໂນ້ຍ ມອບໃຫ້.

        ເອື້ອຍ ລານ ກຳເນີດຢູ່ແຂວງ ຮ່ານາມ ເມື່ອປີ 1977, ໃນຊີວິດການສົມລົດ ເອື້ອຍ ເປັນຄົນໂຊກບໍ່ດີ ຕ້ອງໄດ້ປະຮ້າງ, ແຕ່ເອື້ອຍ ລານ ກໍສູ້ຊົນ ອົດທົນ ໜັກເອົາເບົາສູ້ ເພື່ອລ້ຽງລູກສາວຜູ້ຫນຶ່ງ ແລະ ລູກຊາຍອີກຄົນໜຶ່ງທີ່ເປັນພະຍາດໂປ່ງພອງ EB ມາແຕ່ເກີດ ເອື້ອຍ ລານ ເປັນຜູ້ສ້າງຕັ້ງສະໂມສອນ “ບັນດາເດັກທີ່ເປັນ ພະຍາດໂປ່ງພອງ EB ມາແຕ່ເກີດ”. ພະຍາດໂປ່ງພອງ EB ແມ່ນພະຍາດກຳມະພັນທີ່ພົບເຫັນໜ້ອຍທີ່ສຸດໃນໂລກ ແລະ ປັດຈຸບັນ ວິທະຍາສາດທາງການແພດ ກໍຍັງບໍ່ທັນສາມາດປິ່ນປົວໃຫ້ດີຂາດໄດ້ເທື່ອ. ຖ້າຫາກວ່າເດັກເປັນພະຍາດດັ່ງກ່າວນີ້ ເວລາໃດຕາມຕົນຕົວ ກໍຈະອອກຕຸ່ມແດງ ແລະ ຜິວໜັງມັກມີເລືອດໄຫຼອອກ, ຖ້າບໍ່ໄດ້ຮັບການປິ່ນປົວຮັກສາເປັນພິເສດ ແມ່ນຈະບໍ່ສາມາດມີຊີວິດຢູ່ໄດ້. ເອື້ອຍ ເຈິ່ນເຟືອງລານ ເລົ່າສູ່ຟັງວ່າ:

        “ປີ 2010, ບັງເອີນຂ້າພະເຈົ້າໄດ້ຮູ້ວ່າ ມີເດັກຍິງຊື່ ບົງ ເປັນພະຍາດ ອີບີ, ຖືກຄອບຄົວເອົາໄປປະໄວ້ຢູ່ວັດ ໂບ່ເດ່. ຍ້ອນ ບົງ ມີໃບໜ້າທີ່ໜ້າຮັກ ສະນັ້ນ ຂ້າພະເຈົ້າ ຈຶ່ງໄດ້ຕັ້ງ fanpage ດ້ວຍການເກັບຮັກສາຮູບຂອງບົງໄວ້ໃນນັ້ນ ແລະ ນັບແຕ່ຈາກນັ້ນມາ ສະໂມສອນ ອີບີ ກໍໄດ້ຮັບການສ້າງຕັ້ງຂຶ້ນ. ຂ້າພະເຈົ້າໄດ້ຊອກຮູ້ວິທີປິ່ນປົວພະຍາດ, ວິທີຮັກສາພະຍາດ ອີບີ ດ້ວຍຕົນເອງ. ຂ້າພະເຈົ້າເອົາ ບົງ ມາລ້ຽງຢູ່ເຮືອນໄດ້ກວ່າ 1 ປີແລ້ວ, ຫຼັງຈາກນັ້ນ ບົງ ກໍໄດ້ກັບຄືນໄປຢູ່ວັດ ໂບ່ເດ່”.

ເອື້ອຍ ເຈິ່ນເຟືອງລານ - ພົນລະເມືອງດີເດັ່ນ ນະຄອນຫຼວງ ຮ່າໂນ້ຍ 2018 - ảnh 1 ເອື້ອຍລານ ທາຢາ ໃຫ້ລູກ (ພາບ:baomoi.com)

ຄ່າໃຊ້ຈ່າຍຢຸກຢາສຳລັບຄົນທີ່ເປັນພະຍາດ ອີບີ ແມ່ນສິ້ນເປືອງຫຼາຍ, ອາດຈະເຖິງຕື້ໆ ດົງ/ປີ/ຄົນເຈັບ 1 ຄົນ. ເພື່ອໃຫ້ມີເງິນອຸປະຖຳສຳລັບບັນດາເດັກທີ່ເປັນພະຍາດ ອີບີ ນັ້ນ, ເອື້ອຍ ລານ ຕ້ອງເຮັດວຽກຫຼາຍຢ່າງ, ໃນນັ້ນ ມີທັງການເຮັດທຸລະກິດຢູ່ກັບເຮືອນ ກ່ຽວກັບສິນຄ້າຈຳນວນໜຶ່ງສຳລັບເດັກເກີດໃໝ່. ເຖິງວ່າຈະຄ້າງຄາກັບວຽກງານຫຼາຍກໍຕາມ ແຕ່ເມື່ອໄດ້ຮັບໂທລະສັບຈາກໂຮງໝໍ, ຈາກຄອບຄົວຂອງຄົນເຈັບ, ເຖິງວ່າຈະຢູ່ໄກປານໃດກໍຕາມ, ເອື້ອຍ ລານ ກໍພ້ອມທີ່ຈະປະທຸກວຽກງານຂອງຕົນ ເພື່ອໄປຊ່ວຍຄົນເຈັບຢ່າງທັນການ. ນັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ສະໂມສອນ ອີບີ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນທີ່ສຸດ, ໄດ້ຊ່ວຍກູ້ເອົາຊີວິດເດັກນ້ອຍທີ່ເປັນພະຍາດນີ້ຫຼາຍຄົນ. ເອື້ອຍ ເຈິ່ນເຟືອງລານ ໃຫ້ຮູ້ວ່າ:

        “ປັດຈຸບັນ ສະໂມສອນ ອີບີ ມີ 3 ຄົນຄື ຂ້າພະເຈົ້າ, ເພື່ອນ ຕ໊ຽນຫງວຽນ ຢູ່ ອົດສະຕາລີ ແລະ ເພື່ອນ ແຫ້ງ ຢູ່ຄຸ້ມຖະໜົນ ຫວ້ານຟຸກ. ເພື່ອນ ຕ໊ຽນຫງວຽນ ມີໜ້າທີ່ໃນການຈັດຊື້ຢາ, ສ່ວນເພື່ອນ ແຫ້ງ ແມ່ນຄຸ້ມຄອງເລື່ອງການເງິນ, ສ່ວນຂ້າພະເຈົ້າເປັນຜູ້ຂາຍສິນຄ້າ ແລະ ເບິ່ງແຍງດູແລພວກລູກໆ. ຂ້າພະເຈົ້າຊ່ວຍເຫຼືອດ້ານການເງິນໃຫ້ສະໂມສອນ ປະມານ 50%, ສ່ວນອີກ 50% ຂ້າພະເຈົ້າໄດ້ຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນ, ຄອບຄົວຍາດຕິພີ່ນ້ອງ ແລະ ລວມທັງບັນດາຜູ້ທີ່ບໍ່ຮູ້ຈັກ ທີ່ເຂົາເຈົ້າສະໝັກໃຈໃຫ້. ສະໂມສອນ ອີບີ ໄດ້ໃຫ້ການຊ່ວຍເຫຼືອເດັກຫຼາຍໆຄົນທີ່ເປັນພະຍາດ ອີບີ ຢູ່ ຫວຽດນາມ, ໄລຍະມີເດັກທີ່ເປັນພະຍາດ ອີບີ ຫຼາຍສຸດແມ່ນມີເຖິງ 50 ຄົນ, ປັດຈຸບັນ ທົ່ວປະເທດ ມີ 33 ຄົນ. ຂ້າພະເຈົ້າໄດ້ໄປຮອດ 52 ແຂວງ, ນະຄອນໃນທົ່ວປະເທດ, ບໍ່ວ່າຢູ່ແຫ່ງຫົນໃດມີເດັກເປັນພະຍາດ ອີບີ ທີ່ຕ້ອງການຄວາມຊ່ວຍເຫຼືອ. ສຳລີ, ແພພັນບາດ, ຢາ, ອຸປະກອນການແພດສຳລັບເດັກ ທີ່ຢູ່ ຫວຽດນາມ ແມ່ນບໍ່ມີ, ພວກຂ້າພະເຈົ້າຕ້ອງໄດ້ຊື້ຢູ່ ອາເມລິກາ ແລະ ອົດສະຕາລີ. ຢູ່ ຫວຽດນາມ ມີພຽງແຕ່ ສະໂມສອນ ອີບີ ແຫ່ງດຽວທີ່ຂ້າພະເຈົ້າໄດ້ສ້າງຕັ້ງຂຶ້ນເທົ່ານັ້ນ”.

        ເອື້ອຍ ເຈິ່ນເຟືອງລານ ກຳລັງລ້ຽງດູ ແລະ ເບິ່ງແຍງ ຫງວຽນຮົ່ງຫວູ (ຫຼື ແກມ) ເດັກຊາຍທີ່ເປັນພະຍາດ ອີບີ ແລະ ຖືກຄອບຄົວປ່ອຍປະພາຍຫຼັງເກີດມາໄດ້ພຽງ 1 ວັນເທົ່ານັ້ນ. ໃນໄລຍະ 4 ປີຜ່ານມາ, ເອື້ອຍ ລານ ໄດ້ເບິ່ງແຍງ ແລະ ຖື ແກມ ຄືດັງລູກຄີງ. ອາການຂອງ ແກມ ໜັກຫຼາຍ, ບັນດາທ່ານໝໍ ໃຜໆຄາດວ່າ ແກມ ຈະຢູ່ໄດ້ພຽງແຕ່ 2 – 3 ເດືອນເທົ່ານັ້ນ, ແຕ່ດ້ວຍການເບິ່ງແຍງດູແລດ້ວຍ 2 ຝາມືຂອງເອື້ອຍ ລານ, ສິ່ງມະຫັດສະຈັນກໍເກີດຂຶ້ນ, ແກມ ຍັງມີສຸຂະພາບທີ່ແຂງແຮງ, ສາມາດຈັບເອື້ອຍລຸກຂຶ້ນຢືນໄດ້ ແລະ ເວົ້າຫົວປູໆ ປາໆໄດ້.

        ສຽງປະກອບສອງແມ່ລູກໂອ້ລົມກັນ:

        “ແມ່ຊື່ຫຍັງ? ແມ່ຊື່ ລານ, ລູກຊື່ ແກມ. ແກມ ຮັກແມ່ຄືແນວໃດ? ລູກຮັກແມ່ທີ່ສຸດໃນໂລກ, ທີສອງແມ່ນ ທ້ອງຟ້າ, ແມ່ແມ່ນທຸກສິ່ງທຸກຢ່າງຂອງລູກ”.

        ເລື່ອງລາວຄວາມຮັກຄວາມຜູກພັນກ່ຽວກັບສອງແມ່ລູກ ແກມ ໄດ້ສ້າງຄວາມສະເທືອນໃຈໃຫ້ພໍ່ແມ່ພີ່ນ້ອງຢູ່ເຂດຊຸມຊົນເປັນຢ່າງຍິ່ງ. ໂດຍບໍ່ມີໃຜໄດ້ບອກໃຜ, ພໍ່ແມ່ພີ່ນ້ອງຢູ່ບ້ານໃກ້ເຮືອນຄຽງ ຜູ້ໃດມີເວລາຫວ່າງກໍຈະໄປຊ່ວຍເອື້ອຍ ລານ ຫໍ່ເຄື່ອງ, ຂາຍຂອງ ຫຼື ເບິ່ງແຍງດູແລ ແກມ. ບໍ່ພຽງແຕ່ເອົາໃຈໃສ່ເຖິງບັນດາເດັກນ້ອຍທີ່ເປັນພະຍາດ ອີບີ ເທົ່ານັ້ນ, ເອື້ອຍ ເຈິ່ນເຟືອງລານ ຍັງສະຫຼະຊັບສິນເງິນຄໍາກໍາແກ້ວ ແລະ ເຫື່ອແຮງຂອງຕົນຢ່າງຫຼວງຫຼາຍ ເພື່ອຊ່ວຍເຫຼືອບັນດາຄົນເຈັບທີ່ທຸກຍາກອື່ນໆນຳອີກ. ເຖິງວ່າຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກລຳບາກກໍຕາມ ແຕ່ຍ້ອນຄວາມຮັກແພງມະນຸດດ້ວຍກັນ ແລະ ຄວາມມານະອົດທົນ ຈຶ່ງຊ່ວຍໃຫ້ເອື້ອຍ ລານ ຜ່ານຜ່າຄວາມຫຍຸ້ງຍາກທັງໝົດໄປໄດ້. ເອື້ອຍ ລານ ແບ່ງປັນວ່າ:

        “ກ່ອນໜ້ານີ້, ມີເດັກທີ່ ມີຊື່ວ່າ ທິ້ງ ຢູ່ແຂວງ ຢາລາຍ ເປັນພະຍາດ ອາການໜັກ, ຂ້າພະເຈົ້າໄປຮັບເອົາທັງຄອບຄົວຂອງ ທິ້ງ ແລະ ທິ້ງ ມາເບິ່ງແຍງດູແລເປັນເວລາ 3, 5 ເດືອນເຄິ່ງ ນັບແຕ່ຕອນເດັກມີນ້ຳໜັກພຽງ 1,8 ກິໂລກຼາມ ຈົນເຖິງເມື່ອຫລານທິ້ງມີນ້ຳຫນັກໄດ້5 ກິໂລກຼາມ ຂ້າພະເຈົ້າຈິ່ງໃຫ້ກັບເມືອເຮືອນ. ໃນການເບິ່ງແຍງດູແລລ້ຽງດູ ແກມ ແຕ່ລະເດືອນ ຂ້າພະເຈົ້າຕ້ອງໃຊ້ຈ່າຍເປັນຮ້ອຍໆລ້ານດົງ ເພື່ອຊື້ຢາ. ປີ 2016, ແກມ ໄປໂຮງໝໍ 3 ເທື່ອ ສະນັ້ນ ເສດຖະກິດຄອບຄົວກໍຊຸດໂຊມ, ຂ້າພະເຈົ້າຕ້ອງຂາຍເຮືອນ 2 ຫຼັງ ເພື່ອປິ່ນປົວລູກ. ເຮືອນທີ່ຂ້າພະເຈົ້າພວມອາໄສຢູ່ ແມ່ນເຮືອນຂອງແມ່ເຖົ້າ ແລະ ນ້າສາວຊື້ໃຫ້ຂ້າພະເຈົ້າຢູ່ ເຊິ່ງບໍ່ແມ່ນເຮືອນຂ້າພະເຈົ້າຊື້ເອງ”.

        ຫົວໜ້າສະໂມສອນ ອີບີ, ຜູ້ເປັນແມ່ຂອງບັນດາເດັກທີ່ເປັນພະຍາດ ອີບີ ຫວັງວ່າ ຫຼາຍຄົນຈະຮູ້ຈັກເຖິງພະຍາດທີ່ຮ້າຍແຮງນີ້, ຮູ້ວິທີເບິ່ງແຍງດູແລຄົນເຈັບ ແລະວິທະຍາສາດທາງການແພດຈະມີວິທີປິ່ນປົວພະຍາດ ອີບີ ໄດ້ໂດຍໄວ. ໃນໄລຍະ 8 ປີຜ່ານມາ, ຍ້ອນມີການເບິ່ງແຍງດູແລຂອງເອື້ອຍ ເຈິ່ນເຟືອງລານ ເປັນຢ່າງດີ ສະນັ້ນບັນດາເດັກທີ່ຖືກເຄາະຮ້າຍເປັນພະຍາດ ອີບີ ຈຶ່ງໄດ້ຖືກະເປົາໄປໂຮງຮຽນ, ມີອະນາຄົດທີ່ສົດໄສ ແລະ ມີຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ