(vovworld) - ປະຈຸບັນຊາວເຜົ່າ ມນົງ ຮັກສາຮີດຄອງປະເພນີອັນດີງາມຫຼາຍຢ່າງ, ໃນນັ້ນມີການຮ່ວມສຳພັນໃນວົງຄະນາຍາດ, ດ້ວຍບັນດາຮີດຄອງຕ່າງໆທີ່ມີລັກສະນະວັດທະນະທຳມະນຸດທີ່ສູງສົ່ງ. ນັ້ນແມ່ນບັນດາປັດໃຈສຳຄັນເພື່ອໃຫ້ວົງຄະນາຍາດຊາວເຜົ່າ ມນົງ ຄົງຕົວ ແລະ ພັດທະນາ.
(ພາບ: ອິນເຕີແນດ)
ຊາວເຜົ່າ ມນົງ ລວມມີຫຼາຍແຊງ, ເຊິ່ງດຳລົງຊີວິດຕົ້ນຕໍແມ່ນຢູ່ບັນດາແຂວງ ດັກນົງ, ດັກລັກ ແລະ ສ່ວນໜຶ່ງຢູ່ບິ່ງເຟືອກ, ເລິມດົ່ງ. ປ້າ ເລືອງແທງເຊີນ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ໂດຍອີງໃສ່ຈຸດພິເສດທາງດ້ານວັດທະນະທຳ, ແລະ ບ່ອນຢູ່ອາໄສ, ເຂົາເຈົ້າຈຶ່ງແບ່ງຊົນເຜົ່າ ມນົງ ເປັນແຕ່ລະແຊງ. ຕົວຢ່າງຄືແຊງ ມນົງ ຮເລິມ ເຄີຍດຳລົງຊີວິດຢູ່ເຂດແມ່ນຳ້ລຳເຊ ແລະ ປູກເຂົ້ານາທາມ. ແຊງ ມນົງ ບູດົງ ເຄີຍລ່າເນື້ອ, ລ້ຽງ ແລະ ຝຶກສອນສັດປ່າຢູ່ເຂດບ້ານດົນ, ສ່ວນແຊງ ມນົງ ປແຣ ຢູ່ເຂດດັກມິນ, ມນົງປເຣິງ ຢູ່ເຂດດັກນົງ, ແຊງ ມນົງກາ ຢູ່ເລິມດ່ງ... ແມ່ນປູກເຂົ້ານາໄຮ່ເປັນຕົ້ນ“.
ເຖິງວ່າຊາວເຜົ່າ ມນົງ ຖືກແບ່ງຕາມແຕ່ລະແຊງທີ່ແຕກຕ່າງກັນຕາມເງື່ອນໄຂດຳລົງຊີວິດກໍ່ຕາມ, ແຕ່ຊົນເຜົ່າມນົງ ຍັງຄົງຮັກສາສຽງເວົ້າ ແລະ ສີສັນວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້ໄດ້.
(ພາບ: ອິນເຕີແນດ)
ນັບແຕ່ດົນນານມາແລ້ວ, ຍາມໃດຊາວເຜົ່າ ມນົງ ກໍ່ມີຄວາມເຊື່ອໝັ້ນຕໍ່ເທວະດາຟ້າແຖນ. ເທວະດາເຕົາໄຟຮັກສາໄຟເພື່ອແຕ່ງກິນ, ເທວະດາເຂົ້າ ແລະ ເທວະດາພືດບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ເທວະດາຟ້າຜ່າເທິງແດນສະຫວັນຍາມໃດກໍ່ກຽມພ້ອມຈະລົງໂທດຜູ້ໃດມີການກະທຳຜິດ, ລະເມີດສິ່ງທີ່ເກືອດຫ້າມ. ສ່ວນບັນພະບຸລຸດບັນດານໃຫ້ຄອບຄົວມີຊີວິດຢູ່ເຢັນເປັນສຸກ...ຍ້ອນຄວາມເຊື່ອຖືຄືແນວນັ້ນ, ເຂົາເຈົ້າຈຶ່ງມີຫຼາຍພິທີງານບຸນທີ່ກ່ຽວຂ້ອງເຖິງມະນຸດ, ໃນນັ້ນມີງານບຸນຮອບວຽນແຫ່ງຊີວິດຂອງຄົນ, ງານບຸນຢັ້ງຢືນເປັນຄົນເຕີບໃຫຍ່, ງານແຕ່ງດອງ, ບຸນອວຍພອນຄວາມສຸກ, ງານບຸນອວຍພອນອາຍຸໝັ້ນຂວັນຍືນ... ບັນດາງານບຸນບູຊາເທວະດາຟ້າແຖນ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ມນົງ, ແມ່ນບັນດາປັດໃຈສ້າງເປັນຂໍ້ກຳນົດກົດລະບຽບ ເພື່ອແນໃສ່ຮັກສາຊີວິດວົງຄະນາຍາດ. ຮີດຄອງປະເພນີຂອງຊາວເຜົ່າ ມນົງ ລວມມີບັນດາຂໍ້ກຳນົດຢ່າງແໜ້ນແຟ້ນກ່ຽວກັບການພົວພັນໃນວົງຄະນາຍາດ, ຮີດຂອງປະເພນີ, ການສົມລົດ ແລະ ການພົວພັນລະຫວ່າງຍິງ - ຊາຍ, ການພົວພັນໃນຄອບຄົວ, ການລະເມີດຮ່າງກາຍຂອງຜູ້ອື່ນ. ທ່ານ ຫງວຽນແຄ໋ງຢູຍ, ນັກຄົ້ນຄ້ວາກ່ຽວກັບບັນດາຊົນເຜົ່າຢູ່ແຂວງດັກລັກ, ໃຫ້ຮູ້ວ່າ:
“ໃນວົງຄະນາຍາດສັງຄົມ, ຮີດຄອງປະເພນີຂອງຊາວເຜົ່າ ມນົງ ຍົກສູງຄວາມສາມັກຄີໃນວົງຄະນາຍາດ. ການແກ່ງແຍ້ງ, ໂຕ້ຖຽງກັນລະຫວ່າງບັນດາຄອບຄົວ, ວົງຕະກຸນ, ໃນບ້ານຫຼືລະຫວ່າງໝູ່ບ້ານນຳກັນລ້ວນແຕ່ໄດ້ຮັບການແກ້ໄຂຕາມຮີດຄອງປະເພນີ“.
(ພາບ: ອິນເຕີແນດ)
ຮີດຄອງປະເພນີຂອງຊາວເຜົ່າ ມນົງ ກໍ່ໄດ້ຍົກສູງການໄກ່ເກ່ຍໃຫ້ຖືກຕ້ອງປອງດອງກັນ, ແຕ່ກໍ່ມີການລົງໂທດນັບແຕ່ສະຖານເບົາເຖິງສະຖານໜັກ, ໂດຍອີງໃສ່ລະດັບການລະເມີດ, ຜູ້ກະທຳຜິດອາດຈະຖືກປັບໄໝດ້ວຍຊັບສົມບັດຄື: ຄ້ອງ, ຊ້າງຫຼືງ່າຍດາຍກວ່າແມ່ນຕ້ອງຈັດພິທີຖະຫວາຍໝູ; ໄກ່...
ໃນຊີວິດຂອງວົງຄະນາຍາດຊາວເຜົ່າ ມນົງ ໃນປະຈຸບັນ, ຍັງຄົງຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີຊ່ວຍເຫຼືອກັນໃນການຜະລິດກະສີກຳ, ຕົວຢ່າງຄື: ໃນລະດູການເກັບກ່ຽວ, ເພື່ອຫຼີກເວັ້ນຄວາມເສຍຫາຍໂດຍພາຍຸກໍ່ຂຶ້ນ, ທັງບ້ານຕ່າງກໍ່ມີສະຕິຊ່ວຍເຫຼືອກັນເກັບກ່ຽວເຂົ້າໃຫ້ສຳເລັດກ່ອນທີ່ພາຍຸພັດມາ. ມີບາງຮີດຄອງປະເພນີກ່ຽວກັບພິທີງານສົບ, ງານແຕ່ງດອງ, ກໍ່ໄດ້ຮັບການປ່ຽນແປງໃຫ້ເໝາະສົມກັບຊີວິດປະຈຸບັນ. ທ່ານ ອາມາຟອງ, ຊາວເຜົ່າ ມນົງ ຣເລິມ, ຢູ່ເມືອງລັກ, ໃຫ້ຮູ້ວ່າ:
“ມີບາງຮີດຄອງປະເພນີໄດ້ມີການປ່ຽນແປງ, ຕົວຢ່າງຄືງານແຕ່ງດອງໃນປະຈຸບັນໄດ້ມີຄວາມກ້າວໜ້າກວ່າ. ກ່ອນນີ້ຕ້ອງຂ້າໝູ, ໄກ່ ແລະ ຈັດຕັ້ງໃນ 2,3 ວັນ, ເພື່ອເຊີນທັງບ້ານເຂົ້າຮ່ວມ. ປະຈຸບັນ, ຈັດຕັ້ງຕາມແບບໃໝ່ບໍ່ສິ້ນເປືອງຫຼາຍອີກ. ເຖິງຢ່າງໃດກໍ່ຕາມ, ມີບາງພິທີ, ຮີດຄອງປະເພນີທີ່ເປັນມູນເຊື້ອຍັງຄົງໄດ້ຮັບການຮັກສາໄວ້. ພິເສດ, ເຂົາເຈົ້າຍັງຄົງຮັກສາປະເພນີ ຫອຍຣໍ (ລູກສາວເອົາຜົວ, ສ່ວນລູກເຂີຍຢູ່ກັບຄອບຄົວຂອງເມຍ). ແມ່ຍິງເປັນໝ້າຍ, ພາຍຫຼັງພິທີອຳລາຄົນຕາຍໄປສູ່ແດນສະຫວັນແລ້ວ ຈຶ່ງໄດ້ເອົາຜົວໃໝ່...“
ບັນດາຮີດຄອງປະເພນີຂອງຊາວເຜົ່າ ມນົງ ສ່ອງແສງໃຫ້ເຫັນແບບແຜນດຳລົງຊີວິດທີ່ຕິດພັນກັບວົງຄະນາຍາດ, ພ້ອມທັງປະກອບສ່ວນເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າຕົນ. ປະຈຸບັນ, ບັນດາຮີດຄອງປະເພນີອັນດີງາມນັ້ນຍັງຄົງໄດ້ຮັບການຮັກສາໄວ້ ແລະ ກາຍເປັນມາດຖານໃນການກໍ່ສ້າງໝູ່ບ້ານວັດທະນະທຳ.