ການອະນຸລັກຮັກສາກອນເລື່ອງຂອງຊາວເຜົ່າມນົງ


(vovworld) ຄື​ດັ່ງ​ຊາວ​ຊົນ​ເຜົ່າ​ອ້າຍ​ນ້ອງອື່ນໆ, ຊາວ​ເຜົ່າ ມ​ມົງ ກໍ່​ມີ​ບັນດາ​ກອນ​ເລື່ອງ​ທີ່​ອຸດົມສົມບູນທີ່​ສຸດ, ​ໃນ​ນັ້ນ​​ກອນ​ເລື່ອງ “Ot NRong“ ຂອງ​ຊາວ​ເຜົ່າ ມນົງ ຖືກ​ຖື​ວ່າ​ແມ່ນ​ບົດ​ປະພັນວັນ​ນະ​ຄະ​ດີ​ທີ່​ມີ​ມາ​ແຕ່​ດົນ​ນານ​ທີ່​ສຸດ, ​ແລະ ສ່ອງ​ແສງ​ໃຫ້​ເຫັນ​ວິວັດ​ການ​ພັດທະນາ​ຂອງ​ສັງຄົມ​ຊາວ​ເຜົ່າ ມນົງ. ດ້ວຍ​ບັນດາ​ຄູນ​ຄ່າ​ວັດທະນະທຳ​​ທີ່ເປັນ​ເອກະລັກ​ສະ​ເພາະ​ນັ້ນ, ຂະ​ແໜງ​ວັດທະນະທຳ​ຫວຽດນາມ​ ພວມ​ສົມທົບ​ກັບ​ທ້ອງ​ຖີ່​ນຕ່າງໆ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ເພື່ອ​ອະນຸລັກ​ຮັກສາ​ວັດທະນະທຳ​ອັນ​ລຳ້​ຄ່າ​ຂອງ​ຊົນ​ເຜົ່າ​ຕົນໄວ້.

ການອະນຸລັກຮັກສາກອນເລື່ອງຂອງຊາວເຜົ່າມນົງ - ảnh 1


​ກ່ອນ​ເລື່ອງຂອງ​ຊາວ​ເຜົ່າ ມ​ນົງ
(ພາບ: ອິນ​ເຕີ​ແນດ)

ກອນ​ເລື່ອງ​ແມ່ນ​ຮູບ​ການ​ເລົ່າ​ເລື່ອງ​ດ້ວຍ​ກະວີ ​ເຊິ່ງມີ​ມາ​ແຕ່​ດົນ​ນານ​ແລ້ວ, ​​ແລະໄດ້ຮັບ​ການ​ເລົ່າ​ຂານ​ກັນ​ມາ​ແຕ່​ລຸ້ນນີ້​ໄປ​ຍັງ​ລຸ້ນອື່ນ. ນັກ​ສິລະ​ປະການ​ເລົ່າ​ກອນ​ເລື່ອງ​ຕ້ອງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ສາມາດ​ຈື່​ຈຳ​ພິ​ເສດ, ​ເພາະວ່າ​ມີ​ບາງ​ເລື່ອງ​ຕ້ອງ​ເລົ່າ​ເຖິງ 3-4 ຄືນ​ຈຶ່ງ​ໝົດ​ໄດ້. ​ໃນ​ຈຳນວນ​ນັກ​ສິລະ​ປະການ ມນົງ ທີ່​ສາມາດຂັບ ​ແລະ ​ເລົ່າ​ກອນ​ເລື່ອງ​ໄດ້​ນັ້ນ. ທ່ານ Dieu Klung, ອາຍຸ 70 ປີ, ຢູ່​ບ້ານ ຕຸ​ນອາ, ຕາ​ແສງ ​Eawel, ​ເມືອງ​ບວນດົນ, ​ແຂວງ​ດັກ​ລັກ ​ແມ່ນ​ຜູ້​ທີ່​ຈື່​ຈຳ ​ແລະ ສາມາດ​ຂັບ, ​ເລົ່າ​ກອນ​ເລື່ອງ​ໄດ້​ນັບ​ຮ້ອຍ​ກວ່າ​ບົດ. ທ່ານ​ແມ່ນ​ຜູ້​ທີ່​ຈື່​ຈຳກອນ​ເລື່ອງ​ຂອງ​ຊາວ​ເຜົ່າ ມນົງ ຫຼາຍ​ບົດ​ກວ່າ​ໝູ່​ໃນ​ປະຈຸ​ບັນ. ທ່ານ Dieu Klung, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

ກອນ​ເລື່ອງ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ບໍ່​ຮູ້​ວ່າ​ມີແຕ່​ປີ​ໃດ​ເພາະ​ບໍ່​ມີ​ປຶ້ມ​ໜັງສື​, ມີ​ແຕ່​ເລົ່າ​ຂານ​ກັນ​ມາ​ເທົ່າ​ນັ້ນ. ກ່ອນ​ນີ້​​ຂ້າ​ພະ​ເຈົ້າມີ​ແຕ່​ໄດ້​ຮັບຟັງ​ພໍ່​ເຖົ້າ​, ​ແມ່​ເຖົ້າ, ພໍ່​ແມ່​ເລົ່າ​​ໃຫ້​ຟັງເທົ່າ​ນັ້ນ, ​ແລະ ຂ້າພະ​ເຈົ້າ​ໄດ້ຈື່​ຈຳ​ຈົນ​ຮອດ​ປະຈຸ​ບັນ“.

ນັກ​ສິລະ​ປະການ​ຂັບ, ​ເລົ່າ​ກອນ​ເລື່ອງ​ຕ້ອງ​ຈື່​ຈຳໄດ້​ຫຼາຍ​ບົດ, ບໍ່​ໄດ້​ຫຼົງ​ກັນ​ລະຫວ່າງ​​ເຫດການ, ເນື້ອ​ໃນຂອງ​ເລື່ອງ​ນີ້​ກັບ​ເລື່ອງ​ອື່ນ. ​ນອກ​ນັ້ນ​ກໍ່​ຕ້ອງ​ມີ​ນຳ້​ສຽງ​ມ່ວນ, ຖືກ​ທຳນອງກັບ​ເນື້ອ​ໃນ​ຂອງ​ກອນ​ເລື່ອງ​ຈຶ່ງ​ສ້າງ​ຄວາມ​ດຶງ​ດູດ​ຜູ້​ຟັງ​ໄດ້. ​ເມື່ອຂັບ, ​ເລົ່າ​ກອນ​ເລື່ອງ, ນັກ​ສິລະ​ປະການ​ເຄີຍ​ນອນ, ກ່າຍ​ແຂນ​ເທິງ​ໜ້າຜາກ, ຫຼັບ​ຕາ​ເພື່ອ​ສຸມ​ຈິດ​ສຸມ​ໃຈ​ ແນ​ໃສ່​ສະ​ແດງ​ກອນ​ເລື່ອງ​ໃຫ້​​ໝົດ​​ເນື້ອ​ໃນ ​ແລະ ມີ​ຊີວິດ​ຊີວາ​ທີ່​ສຸດ.

ການອະນຸລັກຮັກສາກອນເລື່ອງຂອງຊາວເຜົ່າມນົງ - ảnh 2
​ຊາວເຜົ່າ ມ​ນົງ ​ເຕົ້າ​ຮົມ​ກັນ​ຟັງຂັບ​ກ່ອນ​ເລື່ອງ
(ພາບ: ອິນ​ເຕີ​ແນດ)

ກອນ​ເລື່ອງ​ແມ່ນວັດຈະນານຸກົມ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຊົນ​ເຜົ່າ, ນັ້ນ​ແມ່ນ​ບັນດາ​ທັດສະນະ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ, ​ເທວະ​ດາ​ຟ້າ​ແຖນ, ການ​ເຫຼື້ອມ​ໃສ; ກ່ຽວ​ກັບ​ມະນຸດ, ສາຍ​ພົວພັນ​ໃນ​ວົງ​ຄະນາ​ຍາດ, ຮີດຄອງ​ປະ​ເພນີ ກໍ່​ຄື​ສ່ອງ​ແສງ​ໃຫ້​ເຫັນວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາຂອງ​ຊາວ​ເຜົ່າ ມນົງ… ນັ້ນ​ແມ່ນ​ສັງຄົມ​ທີ່​ຮັ່ງມີ, ສວຍ​ງາມ, ທຸກ​ຄົນ​ເປັນ​ເຈົ້າ​ຂອງ​ທຳ​ມະ​ຊາດ, ຮັກ​ຫອມ​ສັນຕິພາບ, ດ້ວຍ​ຄວາມມຸ້ງ​ຫວັງ​ຢາກ​ບືນ​ຕົວ​ຂຶ້ນ​ເພື່ອ​ຊີ​ວິດ​ທີ່​ສົດ​ໃສ.

ດ້ວຍ​ວັດທະນະ​ທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ກອນ​ເລື່ອງ​ແມ່ນ​ຮູບ​ການ​ເລົ່າ​ຂານ​ປາກ​ຕໍ່ປາກ, ​ເນື້ອ​ໃນກອນ​ເລື່ອງ​ສ່ວນຫຼາຍ​ແມ່ນ​ຂຶ້ນ​ກັບ​ຄວາມ​ຊົງ​ຈຳ​ຂອງ​ບັນ​ດາ​​ນັກສິ​ລະ​ປະ​ການທີ່​ມີ​ອາ​ຍຸ​ສູງ, ດັ່ງ​ນັ້ນ​ເລື່ອງ​ອະ​ນຸ​ລັກ​ຮັກ​ສາ​ກອນ​ເລື່ອງ​ຍິ່ງ​ມີ​ຄວາມ​ຮີບ​ດ່ວນກວ່າ. ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ​ກອນ​ເລື່ອງ, ເຊິ່ງ​ແມ່ນ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ເຜົ່າ​ໄວ້. ນັບ​ແຕ່​ປີ 2005, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັດ​ທະ​ນ​ທຳ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ​ທ້ອງ​ຖີ່ນ​ຕ່າງໆ​ເປີດ​ຊຸດ​ສອນກອນ​ເລື່ອງ​ຢູ່​ກັບ​ທີ່​ໃຫ້​ບັນ​ດາ​ຊາວ​ໜຸ່ມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ປ້າ ເລືອງ​ແທງ​ເຊີນ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ໃຫ້​ຮູ້​ວ່າ:

ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ກອນ​ເລື່ອງ​ແມ່ນ​ມີຫຼາຍ​ມາດ​ຕະ​ການ ແລະ ຮູບ​ການ. ໃນ​ນັ້ນ​ຂະ​ແໜງວັດ​ທະ​ນະ​ທຳ​ຄວນ​ເຮັດ​ວຽກ​ງານ​ຄຸ້ມ​ຄອງ​ໃຫ້​ດີ, ເຮັດ​ໃຫ້​ວຽກ​ງານ​ອະ​ນຸລັກ​ຮັກ​ສາ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ຫວ່າງ​ແລ້ວນີ້, ຂ້າ​ພະ​ເຈົ້າ​ໄດ້​ລົງ​ປະ​ຕິ​ບັດ​ງານ​ຢູ່​ເມືອງ  ເຈື​ ມ​ກາ (ແຂວງ​ດັກ​ລັກ) ແລະ ເຫັນ​ວ່າ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ໃນ​ການ​ຈັດ​ຕັ້ງ​ຊຸດ​ສອນກອນ​ເລື່ອງ​ໃຫ້ລູກຫຼານ​ຢູ່​ທ້ອງ​ຖີ່ນ. ເຂົາ​ເຈົ້າ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ນັກ​ສິ​ລະ​ປະ​ການ, ຖື​ບັນ​ດາ​ນັກ​ສິ​ລະ​ປະ​ການ​ແມ່ນ​ນັກ​ວັດ​ທະ​ນະ​ທຳ​ທີ່​ຍັງ​ມີ​ຊີ​ວິດ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ເຖິງວ່າ​ລັດ​ຈະ​ຊ່ວຍ​ເຫຼືອ​ຄື​ແນວ​ໃດ​ກໍ່​ຕ້ອງ​ມີ​​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງວົງ​ຄະ​ນາ​ຍາດ​ທ້ອງ​ຖີ່ນ. ຍ້ອນ​ເຫດນັ້ນ, ສິ່ງ​ສຳ​ຄັນ​ແມ່ນ​​ຕ້ອງຂົນ​ຂວາຍ​​ຄື​ແນ​ວ​ໃດເພື່ອ​ໃຫ້​ປະ​ຊາ​ຊົນ​ຮູ້​ສຶກ​​ມີ​ຄວາມຮັກ ແລະ ນິ​ຍົມ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ. ເຮັດ​ໄດ້​ຄື​ແນວ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ຮ່ວມ”.

ການອະນຸລັກຮັກສາກອນເລື່ອງຂອງຊາວເຜົ່າມນົງ - ảnh 3

​ຊາວ​ໜຸ່ມ ມ​ນົງ ຮຽນຂັບ​ກ່ອນ​ເລື່ອງ
(ພາບ: ອິນ​ເຕີ​ແນດ)

ໃນ​ສັງ​ຄົມ​ປະ​ຈຸ​ບັນ, ກອນ​ເລື່ອງ​ຍັງ​ຄົງ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ ມ​ນົງ. ກອນ​ເລື່ອງ​ຊ່ວຍ​ໃຫ້​ລຸ້ນ​ລູກ, ລຸ້ນຫຼານ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ. ຍ້ອນ​ເຫດ​ນັ້ນ, ເລື່ອງ​ສະ​ສົມ, ອະ​ນຸ​ລັກຮັກ​ສາບັນ​ດາ​ຄູນ​ຄ່າ​ກອນ​ເລື່ອງ ຍິ່ງ​ມີ​ຄວາມ​ໝາຍກວ່າ​ອີກ. ວິ​ທີ​ອະ​ນຸ​ລັກ​ຮັກ​ສາ​ກອນ​ເລື່ອງ​ດີ​ທີ່​ສຸດ ແມ່ນ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ຮັກ​ສາ​ກອນ​ເລື່ອງ​ໃນ​ວົງ​ຄະ​ນາ​ຍາດ​ຊົນ​ເຜົ່າ ມ​ນົງ. ເຮັດ​ໄດ້​ຄື​ແນວ​ນັ້ນ, ກອນ​ເລື່ອງ​ຂອງ​ຊາວ​ເຜົ່າ ມ​ນົງ ຈຶ່ງ​ຍືນ​ຍົງ​ຄົງ​ຕົວ​ໃນ​ບັນ​ດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ​ໄດ້

ຕອບກັບ

ຂ່າວ/ບົດ​ອື່ນ