(vovworld) - ຖັດຈາກກຸງເກົ່າ ເຫ້ວ ແລະພະລາຊະວັງ ທັງລອງ, ກຳແພງສະໄຫມລາຊະວົງໂຮ່ ຢູ່ ແຂວງ ແທງຮວ໋າ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ແມ່ນມໍລະດົກວັດທະນະທຳທີ່ມີຮູບຮ່າງແຫ່ງທີ 3 ແລະ ພິທີຕ້ອນຮັບໃບຢັ້ງຢືນເປັນມໍລະດົກວັດທະນະທຳໂລກ ຈະຖືກຈັດຂຶ້ນໃນວັນທີ 16/6 ຈະມາເຖິງ.
ກຳແພງສະໄຫມລາຊະວົງໂຮ່
ພາບ: internet
|
ກຳແພງສະໄຫມລາຊະວົງໂຮ່ ຕັ້ງຢູ່ຕາແສງ ຫວີງຕຽນ ແລະ ຫວີງລອງ ເມືອງຫວີງໂລກ ແຂວງ ແທນຮ໋ວາ ຫ່າງຈາກນະຄອນຫລວງ ຮ່າໂນ້ຍ ໄປທາງທິດໃຕ້ປະມານ 150 ກິໂລແມດ ແລະ ຫ່າງຈາກນະຄອນ ແທງຮວ໋າໄປທາງທິດຕາເວັນຕົກປະມານ 50 ກິໂລແມດ. ກຳແພງສະໄຫມລາຊະວົງໂຮ່ ແມ່ນກິດຈະກຳສະຖາປັດຕະຍະກຳທີ່ໄດ້ຮັບການກໍ່ສ້າງດ້ວຍກ້ອນຫີນທີ່ຫາຍາກຢູ່ ຫວຽດນາມ. ໃນຊຸມປີ 1397 ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານພວກ ສັດຕູໝີງ ມາຮຸກຮານ, ເຈົ້າຊີວິດໂຮ່ກູຍລີ ໄດ້ໃຫ້ກໍ່ສ້າງກຳແພງຄືຮູບສີ່ແຈສາກດ້ວຍຄວາມຍາວທັງໝົດ 900 ແມດ, ກວ້າງ 700 ແມດ, ສູງ 5 -6 ແມດ. ທັງກຳແພງໄດ້ຮັບການກໍ່ສ້າງດ້ວຍຫີນກ້ອນໃຫຍ່, ບາງກ້ອນຫີນມີນ້ຳຫນັກເຖິງ 30 ໂຕນ ດ້ວຍປະລິມານເກືອບ 20.000 ແມດກ້ອນ. ສິ່ງພິເສດນັ້ນແມ່ນ ບັນດາແຜ່ນຫີນດັ່ງກ່າວໄດ້ຮັບການຈັດລຽງກອງກັນຂຶ້ນ ແລະ ໂດຍບໍ່ຕ້ອງການທາດຫນຽວເພື່ອຕິດກ້ອນຫີນໃສ່ກັນແຕ່ຍັງຮັບປະກັນຄວາມທົນທານຜ່ານໄລຍະເວລາກວ່າ 600 ປີ. ເຖິງວ່າເວລາກໍ່ສ້າງກຳແພງແມ່ນຮີບດ່ວນພາຍໃນເວລາພຽງ 3 ເດືອນເທົ່ານັ້ນ ແລະ ເຖິງວ່າຖືກຜົນສະທ້ອນຈາກສົງຄາມ, ໄພທຳມະຊາດກໍຕາມ ແຕ່ລະບົບກຳແພງສະໄຫມລາຊະວົງໂຮ່ຍັງຄົງຮັກສາຮູບເດີມກໍຄືສິລະປະດ້ານສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະໄວ້ໄດ້. ທ່ານ ຟ້າມວັນໃຈ ນັກຄົ້ນຄ້ວາກ່ຽວກັບ ກຳແພງສະໄຫມລາຊະວົງໂຮ່ ໃຫ້ຮູ້ວ່າ:
“ເມື່ອກໍ່ສ້າງກຳແພງສະໄຫມລາຊະວົງໂຮ່, ຄົນລຸ້ນກ່ອນເຄີຍກໍ່ສ້າງຕາມລວງຕັ້ງ. ກ້ອນຫີນແຖວທີຫນຶ່ງມີຄວາມສູງ 1,1 ແມັດ, ແຖວທີສອງ ແມ່ນ 95 cm, ແຖວທີ 3 ແມ່ນ 75 cm ແລະ ແຖວທີ 4 ແມ່ນ 35 cm. ຂ້າພະເຈົ້າຄິດວ່າ ເຂົາເຈົ້າ ໄດ້ກໍ່ສ້າງ 8 ຈຸດເພ່ືອແກ່ຫີນມາກໍ່ສ້າງກຳແພງ. ແຕ່ລະຈຸດຫ່າງຈາກກຳແພງປະມານ 200 ແມັດ. ເສັ້ນທາງແກ່ຫີນຊັນເປັນຄ້ອຍ.”
ສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຢູ່ກຳແພງສະໄຫມລາຊະວົງໂຮ່ |
ກຳແພງສະໄຫມລາຊະວົງໂຮ່ ມີ 4 ປະຕູ ຢູ່ທິດຕາເວັນອອກ, ຕາເວັນຕົກ, ທິດໃຕ້ ແລະ ທິດເຫນືອ. ທັງ 4 ປະຕູ ລ້ວນແຕ່ໄດ້ຮັບການກໍ່ສ້າງຕາມຮູບກົ່ງ ຕິດຕໍ່ກັນ. ກຳແພງ ບໍ່ພຽງແຕ່ມີກຳແພງຫີນອ້ອມຮອບເທົ່ານັ້ນ, ຫາກເຈົ້າຊີວິດໂຮ່ກູຍລີ ຍັງໃຫ້ກໍ່ສ້າງຮົ້ວທາງນອກກຳແພງ ດ້ວຍໄມ້ໄຜ່ ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະຂອງ ຫວຽດນາມອີກດ້ວຍ.
ໃນຕົ້ນສັດຕະວັດທີ 20, ທ່ານ L. Bezacier ນັກຄົ້ນຄ້ວາຊາວຝລັ່ງ, ຄົ້ນຄ້ວາສະເພາະກ່ຽວກັບວັດທະນະທຳ ອິນດູຈີນ ໄດ້ໃຫ້ຂໍ້ສັງເກດກ່ຽວກັບກຳແພງສະໄຫມລາຊະວົງໂຮ່ວ່າ: ກຳແພງສະໄຫມລາຊະວົງໂຮ່ ແມ່ນຕົວແບບແຫ່ງຫນຶ່ງດຽວກ່ຽວກັບການນຳໃຊ້ບັນດາໂງ່ນຫີນໃຫຍ່, ຖືກຖາກ ແລະ ຝົນ ຢ່າງຄອ່ງແຄ້ວ. ກຳແພງສະໄຫມລາຊະວົງໂຮ່ ແມ່ນຫນຶ່ງໃນບັນດາຜະລິດຕະພັນທີ່ສວຍງາມທີ່ສຸດຂອງພື້ນຖານສະຖາປັດຕະຍະກຳ ຫວຽດນາມ.
ກ່ຽວກັບບັນດາຄຸນຄ່າຂອງ ກຳແພງສະໄຫມລາຊະວົງໂຮ່, ທ່ານ ເວືອງວັນຫວຽດ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແທນຮວ໋າ ໃຫ້ຮູ້ວ່າ:
“ຄຸນຄ່າທີ່ພົ້ນເດັ່ນຂອງ ກຳແພງສະໄຫມລາຊະວົງໂຮ່ ນັ້ນແມ່ນກຸງເກົ່າ, ຜ່ານໄລຍະ 600 ປີແລ້ວແຕ່ຍັງຄົງຕົວຢູ່. ບັນຫາທີສອງ ກຳແພງແຫ່ງນີ້ແມ່ນການປະສົມກົມກຽວລະຫວ່າງບັນດາພື້ນຖານວັດທະນະທຳ, ພິເສດ ແມ່ນການສະທ້ອນຈາກວັດທະນະທຳຈີນ ແລະ ສາສະຫນາອື່ນ. ບັນຫາທີສາມ ນັ້ນແມ່ນດ້ານເຕັກນິກໃນການກໍ່ສ້າງກຳແພງຂອງປູ່ຍ່າຕາຍາຍ.”
ມາຢ້ຽມຢາມ ກຳແພງສະໄຫມລາຊະວົງໂຮ່, ນອກຈາກຈະໄດ້ຢ້ຽມຊົມກຳແພງແລ້ວ, ນັກທ່ອງທ່ຽວຍັງໄດ້ຮັບຊົມບັນດາວັດຖຸພັນທີ່ກ່ຽວຂ້ອງເຖິງລາຊະວົງໂຮ່ຄື: ດິນຈີ່, ອາວຸດປະເພດຕ່າງໆ, ປາຍມີດ, ຕະປູ, …ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນວຽກງານປ້ອງກັນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກສະໄຫມໂຮ່. ນອກນັ້ນ ຍັງມີເຄື່ອງໃຊ້ໃນຄອບຄົວປະເພດຕ່າງໆທີ່ຜະລິດດ້ວຍເຄື່ອງປັ້ນດິນເຜົາດ້ວຍລວດລາຍລະອຽດລະອໍ ແລະ ສວຍງາມ. ທ່ານເວືອງວັນຫວຽດ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແທນຮວ໋າ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງແຂວງ ຈະຜັນຂະຫຍາຍມາດຕະການຕ່າງໆຢ່າງຄົບຊຸດເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າດ້ານປະຫວັດສາດຂອງເຂດປູຊະນີຍະສະຖານນີ້. ໃນພາຍພາກຫນ້າ, ທາງແຂວງຈະປະຕິບັດການປົກປັກຮັກສາ, ປະຕິສັງຂອນກຳແພງນີ້ໃຫ້ຖືກຕ້ອງຕາມກົດໝາຍມໍລະດົກວັດທະນະທຳຂອງ ຫວຽດນາມ ແລະ ສົນທິສັນຍາສາກົນກ່ຽວກັບມໍລະດົກໂລກ, ສືບຕໍ່ກໍ່ສ້າງ ແລະ ຍື່ນສະເຫນີຕໍ່ທ່ານນາຍົກລັດຖະມົນຕີເພື່ອອະນຸມັດຜ່ານແຜນການປະຕິສັງຂອນມໍລະດົກແຫ່ງນີ້. ຕໍ່ຈາກນັ້ນ, ທາງແຂວງຈະສົມທົບກັບອົງການກ່ຽວຂ້ອງຂຸດຄົ້ນວັດຖຸບູຮານ, ຮຽກຮ້ອງການລົງທຶນຈາກທຸກແຫລ່ງກຳລັງ ເພື່ອເຮັດໃຫ້ປູຊະນີຍະສະຖານແຫ່ງນີ້ມີຄວາມດູດດື່ມ ແລະ ດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບມື້ນັບຫລາຍກວ່າ.