(vovworld) - ຄ້ອງແມ່ນເຄື່ອງດົນຕີທີ່ມີຄຸນຄ່າວັດທະນະທຳທີ່ສຳຄັນໃນຊີວິດຂອງວົງຄະນາຍາດຊາວເຜົ່າເມື່ອງ. ຄ້ອງຖືກນຳໃຊ້ໃນການເຄື່ອນໄຫວທັງໝົດຂອງເຂົາເຈົ້າ, ນັບແຕ່ເວລາໄດ້ຮັບການກຳເນີດຕະຫຼອດຮອດເວລາລວງລັບໄປ. ຍ້ອນເຫດນັ້ນ, ຊາວເຜົ່າເມື່ອງຈຶ່ງຖືຄ້ອງແມ່ນຊັບສົມບັດອັນລຳ້ຄ່າໃນຄອບຄົວຂອງຕົນ ແລະ ໄດ້ຮັບການຮັກສາໄວ້ຜ່ານລຸ້ນຕ່າງໆ.
ວັດທະນະທຳຄ້ອງຂອງຊາວເຜົ່າເມື່ອງ ເລີ່ມມາຈາກມູນເຊື້ອວັດທະນະທຳ, ປະຫວັດສາດທີ່ມີມາແຕ່ດົນນານ, ແລະ ໄດ້ຮັບການຢັ້ງຢືນຜ່ານວິວັດແຫ່ງການອອກແຮງງານ, ປະດິດສິລະປະ ແລະ ໄດ້ຮັບການສືບທອດຜ່ານຫຼາຍລຸ້ນຄົນ. ນັບແຕ່ກີ້ກ່ອນ, ຊາວເຜົ່າເມື່ອງໄດ້ແຕ່ງທຳນອງດົນຕີທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າຕົນ. ຄ້ອງຊຸດໜຶ່ງປະກອບດ້ວຍ 12 ໜ່ວຍ, ຖືກແບ່ງເປັນ 3 ຊຸດນ້ອຍ, ລວມມີ: ຄ້ອງຢ່າມ, ຄ້ອງບົ່ງ ແລະ ຄ້ອງແຕຼ໋. ຊາວເຜົ່າເມື່ອງມີ 24 ງານບຸນທີ່ນຳໃຊ້ຄ້ອງຄື: ງານບຸນເຂົ້າເຮືອນໃໝ່, ງານແຕ່ງດອງ, ບຸນລົງທົ່ງ... ສຳລັບຊາວຊົນເຜົ່າຕ່າງໆຢູ່ເຂດໄຕງວຽນ, ຜູ້ຕີຄ້ອງສ່ວນຫຼາຍແມ່ນຜູ້ຊາຍ, ແຕ່ຊົນເຜົ່າເມື່ອງພັດແມ່ນຜູ້ຍິງ. ນອກຈາກຄວາມໝາຍດົນຕີແລ້ວ, ຊຸດຄ້ອງ 12 ໜ່ວຍຍັງສະແດງໃຫ້ເຫັນ 12 ເດືອນໃນປີ. ທ່ານ ບູ່ຍຈີ໋ແທງ, ຜູ້ຮຽບຮຽງວັດທະນະທຳຊົນເຜົ່າເມື່ອງ, ໃຫ້ຮູ້ວ່າ:
“ນັບແຕ່ສະຕະວັດທີ 11 ມາຮອດປະຈຸບັນ, ດົນຕີ ແລະ ວັດທະນະທຳຄ້ອງຂອງຊາວເຜົ່າເມື່ອງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ວັດທະນະທຳຄ້ອງ ໄດ້ປະກົດໃນຊີວິດທຸກດ້ານຂອງເຂົາເຈົ້າ ແລະ ຊາວເຜົ່າເມື່ອງທັງຖືຄ້ອງເປັນຊັບສົມບັດອັນລຳ້ຄ່າ, ທັງແມ່ນສັນຍາລັກຂອງຊົນເຜົ່າຕົນ“.
ປະຈຸບັນ, ເມືອງເຕິນລາກ ໃນເຂດພູດອຍແຂວງຮ່ວາບິ່ງ ແມ່ນແຫ່ງທີ່ຍັງຮັກສາຄ້ອງໄວ້ໄດ້ຫຼາຍໜ່ວຍທີ່ສຸດ, ດ້ວຍຄ້ອງນັບຮ້ອຍຊຸດ. ໃນນັ້ນຕາແສງ ຟູ໋ວິງ ມີປະມານ 400 ໜ່ວຍ. ຜ່ານໄລຍະນັບຮ້ອຍປີ, ເຖິງວ່າຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຊາວຕາແສງ ຟູ໋ວິງ ຍາມໃດກໍ່ຮັກສາຄ້ອງໄວ້ ແລະ ຖືວ່ານັ້ນແມ່ນວັດທະນະທຳທີ່ເປັນມູນເຊື້ອຂອງແຕ່ລະຄອບຄົວ. ຢູ່ຟູ໋ວິງ, ຄອບຄົວໃດກໍ່ມີຄ້ອງ. ຄອບຄົວທຸກຍາກກໍ່ມີຄ້ອງໜຶ່ງໜ່ວຍ, ສ່ວນຄອບຄົວຮັ່ງມີກວ່າກໍ່ມີຄ້ອງແຕ່ສອງເຖິງສາມໜ່ວຍ. ພິເສດມີບາງຄອບຄົວຍັງຄົງຮັບສາຄ້ອງໄວ້ນັບເປັນຊຸດລວມ 12 ໜ່ວຍຄືຄອບຄົວທ່ານ ບູ່ຍວັນເນື້ອມ. ທ່ານ ເນື້ອມແບ່ງປັນວ່າ:
“ຄ້ອງໄດ້ມີມາແຕ່ດົນນານແລ້ວ. ຄ້ອງຊຸດນີ້ໂດຍພໍ່ຂ້າພະເຈົ້າປະໄວ້ໃຫ້ລຸ້ນລູກລຸ້ນຫຼານເພື່ອຮັກສາໄວ້ ກໍ່ຄືນຳໃຊ້ໃນງານບຸນ, ເຫດການຕ່າງໆ. ດັ່ງນັ້ນຄອບຄົວຂ້າພະເຈົ້າຈຶ່ງບໍ່ຂາຍ, ຫາກຮັກສາໄວ້ໃຫ້ຄົນລຸ້ນຫຼັງ“.
ມາຮອດປະຈຸບັນ, ຢູ່ຟູ໋ວິງ ຍັງຄົງຮັກສາປະເພນີທີ່ເປັນເອກະລັກສະເພາະນັ້ນແມ່ນ, ໃນເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ທຸກຄອບຄົວລ້ວນແຕ່ຕີຄ້ອງສາມສຽງເພື່ອເຊີນ ແລະ ຕ້ອນຮັບບັນພະບຸລຸດກັບເມືອເອົາບຸນປີໃໝ່ພ້ອມກັບລູກຫຼານ. ຕາມເຂົາເຈົ້າແລ້ວ, ຖ້າຫາກຄອບຄົວໃດບໍ່ຕີຄ້ອງ, ບັນພະບຸລຸດຈະບໍ່ກັບເມືອ. ຍ້ອນເຫດນັ້ນ, ຊາວເຜົ່າເມື່ອງຢູ່ຟູ໋ວິງ ຈຶ່ງບໍ່ຂາຍຄ້ອງຂອງຕົນ ແລະ ຮັກສາໄວ້ຜ່ານຫຼາຍລຸ້ນຄົນ. ປ້າ ບູ່ຍທິແອ໋ງ, ຊາວຕາແສງຟູ໋ວິງ, ແບ່ງປັນວ່າ:
“ເຖິງວ່າຈະທຸກຍາກອຶດຫີວຄືແນວໃດກໍ່ບໍ່ໄດ້ຂາຍຄ້ອງ. ບໍ່ມີຫຍັງສາມາດປ່ຽນແທນສຽງຄັ້ງໃນຊີວິດຂອງພວກຂ້າພະເຈົ້າໄດ້. ກໍ່ມີຫຼາຍຄົນມາຊື້, ແຕ່ຄອບຄົວຂ້າພະເຈົ້າບໍ່ຂາຍຢ່າງເດັດຂາດ, ຫາກຮັກສາໄວ້ໃຫ້ຄົນລຸ້ນຫຼັງ“.
ໃນຫຼາຍປີຜ່ານມາ, ອຳນາດການປົກຄອງເມືອງເຕິນລາກ, ພ້ອມກັບປະຊາຊົນຢູ່ທີ່ນີ້ເລີ່ມພັດທະນາຈຳນວນຄ້ອງ ແລະ ຟື້ນຟູງານບຸນທີເປັນມູນເຊື້ອຕ່າງໆເພື່ອແນະນຳບັນດາຊຸດຄ້ອງ ກໍ່ຄືບັນດາທຳນອງຄ້ອງເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຕົວຢ່າງຄືໃນງານບຸນລົງທົ່ງ ເຂົາເຈົ້າໄດ້ນຳໃຊ້ຄ້ອງ 400 ໜ່ວຍເພື່ອສະແດງທຳນອງດົນຕີຂອງຕົນ, ຟື້ນຟູບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງຄ້ອງ. ສຽງຄ້ອງດັງກ້ອງກັງວານໃນງານບຸນ ໄດ້ປຸກລຸກຄວາມເອກອ້າງທະນົງໃຈຕໍ່ບັນດາຄຸນຄ່າວັດທະນທຳທີ່ເປັນມູນເຊື້ອຂອງຊົນເຜົ່າເມື່ອງທີ່ໄດ້ຮັບການຮັກສາໄວ້ມາເປັນເວລານັບພັນປີ. ທ່ານບຸ່ຍວັນຢູ່ງ, ປະທານຄະນະກຳມະການປະຊາຊົນຕາແສງຟູ໋ວິງ, ເມືອງເຕິນລາກ, ແຂວງຮ່ວາບິ່ງ, ໃຫ້ຮູ້ວ່າ:
ຄ້ອງແມ່ນມໍລະດົກວັດທະນະທຳອັນລຳຄ່າຂອງຊາວທ້ອງຖີ່ນ, ດັ່ງນັ້ນອຳນາດການປົກຄອງ ທ້ອງຖີ່ນໄດ້ຂົນຂວາຍປະຊາຊົນຮັກສາຄ້ອງໄວ້. ນອກນັ້ນ, ພວກຂ້າພະເຈົ້າຍັງແຕ່ງຕັ້ງພະນັກງານລົງພົບກັບປະປະຊາຊົນໂດຍກົງ ເພື່ອ ແນະນຳໃຫ້ເຂົາເຈົ້າຮູ້ຄວາມໝາຍຂອງການອະນຸລັກຮັກສາຄ້ອງ, ຍ້ອນເຫດນັ້ນ, ໄລຍະຜ່ານມາບໍ່ມີຄອບຄົວໃດຂາຍຄ້ອງ, ຫາກຍັງຊື້ຕື່ມອີກເພື່ອຮັບໃຊ້ຊີວິດສັງຄົມ“.
ສຳລັບຊາວເຜົ່າເມື່ອງຢູ່ຮ່ວາບິ່ງ, ມໍລະດົກວັດທະນະທຳຄ້ອງແມ່ນມໍລະດົກວັດທະນະທຳພິເສດ, ດັ່ງນັ້ນການຮັກສາ ແລະ ເສີມຂະຫຍາຍແມ່ນສິ່ງທີ່ມີຄວາມໝາຍທີ່ສຸດ, ປະກອບສ່ວນຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ເຂົາເຈົ້າ. ດ້ວຍບັນດາຄຸນຄ່າສິລະປະຂອງວັດທະນະທຳຄ້ອງ, ແຂວງຮ່ວາບິ່ງໄດ້ສະເໜີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວພິຈາລະນາ, ຮັບຮອງ “ວັດທະນະທຳຄ້ອງຂອງຊາວເຜົ່າເມື່ອງ“ເປັນມໍລະດົກວັດທະນະທຳທີ່ບໍ່ມີຮູບຮ່າງລະດັບຊາດ.