ງານບຸນພາວະນາຂໍຄວາມສະຫງົບສຸກ - ວັດທະນະທຳຂອງຊາວເຜົ່າຢ້າວແທງອີ.


(vovworld) - ງານ​ບຸນ​ພາວະນາ​ຂໍ​ຄວາມ​ສະຫງົບ​ສຸກ ​ແມ່ນ​ງານ​ບຸນ​ພາວະນາເທວະ​ດາ​ຟ້າ​ແຖນ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ ຢູ່​ຕາ​ແສງ​ບັ່ງກາ, ​ເມືອງ​ແຮ​່ວງ​ໂບ່, ​ແຂວງ​ກວາງ​ນິງ. ງານ​ບຸນ​ຖືກ​ຈັດ​ຕັ້ງ 4 ຄັ້ງ​ໃນ​ປີ, ​ເຊິ່ງລວມມີ 13 ພິທີ. ພິທີຕົ້ນຕໍ​​ແມ່ນຟ້ອນ​ຕີມວຍ​ທີ່​ເປັນ​ມູນ​ເຊື້ອ, ​ແຕ່​ລະ​ພິທີກໍ່​ມີ​ວາດ​ຟ້ອນສະ​ເພາະ​ທີ່​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ.

ງານບຸນພາວະນາຂໍຄວາມສະຫງົບສຸກ - ວັດທະນະທຳຂອງຊາວເຜົ່າຢ້າວແທງອີ. - ảnh 1

ງານບຸນພາວະນາຂໍຄວາມສະຫງົບສຸກຂອງຊາວເຜົ່າຢ້າວແທງອີ

(ພາບ: ອິນເຕີແນດ)

​ເປີດ​ສາກ​ງານ​ບຸນ​ແມ່ນຟ້ອນ​ຕີ​ກອງຂອງຊາວ​ໜຸ່ມ​ຊົນ​ເຜົ່າ​ຢ້າ​ວ​ແທງ​ອີ​ທີ່​ແຂງ​ແຮງ. ຕາມ​ເຈົ້າ​ກົກ​ເຈົາ​ເຫຼົ່າ ຫຼີວັນ​ອຸດ ຢູ່​ບ້ານ 2, ຕາ​ແສງ​ບັ່ງກາດ ​ເມືອງ​​ແຮ່​ວງ​ໂບ່ ​ແລ້ວ, ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ ຍາມ​ໃດ​ກໍ່​ມີ​ສະຕິຫຼໍ່​ຫຼອມ​ສຸຂະພາບ ​ເພື່ອ​ກໍ່ສ້າງ​ກຳ​ແພງ, ຮັກສາ​​ຜົນລະປູກ​ໃຫ້​ຮັບ​ຜົນ​ດີ, ​ເພື່ອ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ໃນ​ໝູ່​ບ້ານ, ພາຍຫຼັງຟ້ອນ​ຕີ​ກອງ, ສຽງ​ຄ້ອງ​ໃນ​ວາດ​ຟ້ອນ​ເຕົ່າກໍ່​ດັງ​ຂຶ້ນ​​. ​ພິທີນີ້​ຖືກຈັດ​ຂຶ້ນ​ດ້ວຍ​ຄວາມ​ຫວັງ​ຢາກ​ຫຼີກ​ເວັ້ນ​​ໄພທຳ​ມະ​ຊາດ, ຄວາມ​ສ່ຽງ, ນຳ​ມາ​ເຊິ່ງຄວາມ​ໂຊກ​ໝານ​ໃຫ້​​ແກ່ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ. ທ່ານ  ດັ້ງ​ແທງ​ເລືອ​ງ, ຢູ່​ບ້ານ 2 ​ໃຫ້​ຮູ້​ວ່າ, ​ໂຕ​ເຕົ່າ​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ​ໄດ້​ຮັບ​ຄວາມ​ນັບຖື​ບູຊາ​ໃນ​ປະຊາ​ຄົມ​ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ.

        “​ໂຕ​ເຕົາ​ມີ​ລວດລາຍຫຼາຍ​ຢ່າງ​ໃນ​ໂຕ. ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ ​ເຄີຍປະດັບ​ ເຄື່ອງນຸ່ງ ​ແລະ ​ເຄື່ອງ​ໃຊ້​ໄມ້​ສອຍ​​ຂອງຕົນ​ດ້ວຍ​ລວດລາຍ​​ທີ່​ມີໃນຕົວ​ໂຕ​ເຕົ່າ. ທີ​ສອງ​ແມ່ນ​ລວດລາຍ​ນັ້ນ​ໄດ້​ຍືນ​ຍົງຄົງ​ຕົວ​ພ້ອມ​ກັບ​ໂຕ​ເຕົ່າ​ເປັນ​ເວລາ​ເກືອບ 200 ປີ, ດັ່ງ​ນັ້ນ​​, ​ເລື່ອງນັບຖື​ໂຕ​ເຕົ່າ​ກໍ່ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ຫວັງ​ຂອງຊາວ​ເຜົ່າ​ຢ້າ​ວ​ແທງ​ອີ ​ແມ່ນ​ຢາກ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີອາຍຸ​ຍືນອີກ​ດ້ວຍ“.

ງານບຸນພາວະນາຂໍຄວາມສະຫງົບສຸກ - ວັດທະນະທຳຂອງຊາວເຜົ່າຢ້າວແທງອີ. - ảnh 2

ຟ້ອນໂຕເຕົ່າຂອງຊາວເຜົ່າຢ້າວແທງອີ

(ພາບ: ອິນເຕີແນດ)

        ພາຍຫຼັງ​ຟ້ອນເຕົ່າ​ແມ່ນ​ຟ້ອນ​ມັງກອນ. ຊາວ​ເຜົ່າຢ້າ​ວ​ແທງ​ອີ 8 ຄົນ, ​ໃນ​ນັ້ນ​ຜູ້​ຊາຍ 4 ຄົນ​ນຸ່ງ​ຊຸດ​ເສື້ອ​ຍາວ​ສີ​ແດງ​ທີ່​ປັກ​ແສ່ວ​ຮູບ​ໂຕ​ມັງກອນ ​ແລະ ຜູ້ຍິງ 4 ຄົນ​ນຸ່ງ​ເສື້ອ​ສີ​ຄາມ, ສີດຳ, ມືຈັບ​ຜ້າ​ບີ​ງ​ສີດຳ, ສີ​ແດງ​ສອງ​ແຜ່ນ​ຢືນ​ຄຽງ​ຄູ່​ກັນ. ​ເມື່ອ​ສຽງ​ກອງ, ສຽງ​ຄ້ອງ​ດັງ​ຂຶ້ນ, ​ເຂົາ​ເຈົ້າ​ຈະ​ຟ້ອນ​ຕາມ​​ກິລິຍາ​ທ່າ​ທາງ​ຂອງມັງກອນ, ພິ​ເສດ​ແມ່ນ​ເວລາ​ທີ່ພວມ​ພົ່ນ​ນຳ້. ສຳລັບ​ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ ​ແລ້ວ, ມັງກອນ​ແມ່ນ​ສັດ​ປະ​ເພດ​ໜຶ່ງ​ທີ່​ນຳ​ມາ​ເຊິ່ງຄວາມ​ໂຊກ​ໝານ, ຈະ​ເລີ​ນສີວິ​ໄລ, ​ເພາະວ່າ​​​ແຕ່ລະ​ເທື່ອ​ເມື່ອ​ດິນ​ຟ້າ​ອາກາດ​ແຫ້ງ​ແລ້ງ, ມັງກອນ​ຈະປະກົດ​ຕົວ ​ແລະ ພົ່ນ​ນ້ຳ, ຫົດ​ນຳ້​ໃຫ້​ທົ່ງ​ນາ. ນັກ​ສິລະ​ປະການ ຫຼີວັນ​ອຸດ, ​ໃຫ້​ຮູ້​ວ່າ:

        “ຟ້ອນ​ມັງກອນ​​ເພື່ອ​ພາວະນາ​ຂໍ​ໃຫ້​ຝົນຕົກ​ຮັບ​ໃຊ້ໃຫ້​ແກ່​ການ​ປູກຝັງ. ມັງກອນ​ພົ່ນ​ນຳ້​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ທຳ​ມາ​ຫາ​ກິນ. ຟ້ອນ​ມັງກອນ​ບາງ​ເທື່ອ​ມີ 8 ຄົນ, 6 ຄົນ ຫຼື 10 ຄົນ. ​ແຕ່​ຢ່າງ​ໜ້ອຍ​ທີ່​ສຸດ​ກໍ່​ມີ 4 ຄົນ​ພົ່ນ​ນຳ້“.

ງານບຸນພາວະນາຂໍຄວາມສະຫງົບສຸກ - ວັດທະນະທຳຂອງຊາວເຜົ່າຢ້າວແທງອີ. - ảnh 3

ງານບຸນພາວະນາຂໍຄວາມສະຫງົບສຸກຂອງຊາວເຜົ່າຢ້າວແທງອີ

(ພາບ: ອິນເຕີແນດ)

        ​ໃນ​ງານ​ບຸນ​ພາວະນາ​ຂໍ​ຄວາມສະຫງົບ​ສຸກ, ​ຍັງ​ມີ​ຟ້ອນ​ຍື່ນ​ບູຊາ​ໄກ່, ​​​ເພື່ອເຊື້ອເຊີນ​ເທພະຍະ​ເຈົ້າ​ລົງ​ໂລກ​ສົງສານ. ຜູ້​ຊາຍ 3 ຄົນ​ຈັບໄກ່ຜູ້ 3 ​ໂຕ, ຕີນ​ພັນ​ດ້ວຍ​ເຈ້ຍ​ສີ​ເຫຼືອງ. ພາຍຫຼັງ​ກິນ​ເຫຼົ້າ​ໂດຍ​​ເຈົ້າກົກ​ເຈົ້າ​ເຫຼົ້າ​ເຫຍ້ນ​ໃຫ້, 3 ຄົນ​ນີ້​ຈະຈັບ​ຕີນ​ໄກ່​ແລ້ວ​ເຕັ້ມຕາມ​ສຽງ​ກອງ, ສຽງ​ຄ້ອງ. ຟ້ອນ​ໄກ່​ວາດ​ພາບ​ກິລິຍາ​ທ່າ​ທາງ​ເທ​ພະຍະ​ເຈົ້າ​ລົງ​ສູ່​ໂລ​ກ​ສົງສານ​ຊ່ວຍ​ປະຊາຊົນ​ຈັບ​ແມງ​ໄມ້, ​ເພື່ອ​ເຮັດ​ໃຫ້ລະດູ​ການ​ເກັບ​ກ່ຽວ​​ໄດ້​ຮັບ​ຜົນ​ສູງ.

        “​ໃນ​ວາດ​ຟ້ອນ​ນີ້, ຊາວ​ໜຸ່ມ 3 ຄົນ, ​ຈັບ​ໄກ່ຜູ້​ລະ​ໂຕ​​​ເພື່ອ​ເປັນ​ສັນຍາ​ລັກຮູບ​ພາບ​ເທ​ພະຍະ​ເຈົ້າ​ລົງ​ຊ່ວຍ​ເຫຼືອ​ຊາວ​ເຜົ່າຢ້າ​ວຈັບ​ແມງ​ໄມ້​​ເຮັດ​ໃຫ້ລະດູ​ການ​ຜະລິດ​​ໄດ້ຮັບ​ຜົນ​ດີ. ​ເມື່ອ​ວາດ​ຟ້ອນ​ສິ້ນ​ສຸດ, ​ເຂົາ​ເຈົ້າ​ກໍ່​ຈັບ​ໄກ່ໄຫວ້​ບູຊາເທ​ພະຍະ​ເຈົ້າ. ຫຼັງ​ຈາກ​ນັ້ນເທ​ພະຍະ​ເຈົ້າ​ກໍ່​ກັບ​ຄືນ​ສູ່ແດນ​ສະຫວັນ“.

ງານບຸນພາວະນາຂໍຄວາມສະຫງົບສຸກ - ວັດທະນະທຳຂອງຊາວເຜົ່າຢ້າວແທງອີ. - ảnh 4

ຟ້ອນມັງກອນຂອງຊາວເຜົ່າຢ້າວແທງອີ

(ພາບ: ອິນເຕີແນດ)

        ​ແຕ່​ລະວາ​ດຟ້ອນ​ໃນ​ງານ​ບຸນ​ລ້ວນ​ແຕ່​ມີ​ບົດເພງ​ປະກອບ​ທີ່​ເໝາະ​ສົມ​ກັບ​​ເນື້ອ​ໃນຄວາມ​ໝາຍ​ຂອງ​ແຕ່ລະ​ພິທີ​. 2 ຄົນ​ຂັບ​ຮ້ອງ​ໃນ​ງານ​ບຸນ​ໂດຍ​ໝໍ​ຜີ​ເປັນ​ຜູ້​ຄັດ​ເລືອກ​ຢ່າງ​ລະອຽດ.

        ​ໃນ​ຕະຫຼອດ​ເວລານັບ​ແຕ່​ພິທີເປີດສາກ​ເຖິງພິທີອັດ​ງານ​ບຸນ, ໝໍ​ຜີ​ກໍ່​ນັ່ງ​ຢູ່​ບ່ອນ​ດຽວ ​ແລະ ສູດ​ມົນ​ເຊື້ອ​ເຊີນ​ເທ​ພະຍະ​ເຈົ້າ, ​ເທວະ​ດາ​ເຂົ້າ​ຮ່ວມ​ງານ​ບຸນ, ​ແຕ່ບໍ່​ມີ​ໃຜສາມາດ​ຟັງ​​ສຽງ​ສູດ​ມົນ​ໄດ້, ​ເພາະວ່າໝໍ​ຜີ​ມີ​ແຕ່​ສູດ​ມົນ​ຢູ່​ໃນ​ໃຈ​ເທົ່າ​ນັ້ນ.

        ງານ​ບຸນ​ພາວະນາ​ຂໍ​​ຄວາມ​ສະຫງົບ​ສຸກຂອງ​ຊາວ​ເຜົ່າ​ຢ້າ​ວ​ແທງ​ອີ​ຢູ່​ບັ່ງກາ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 1​ເດືອນ​ຈຽງ (​ໄລ່​ຕາມ​ຈັນທະ​ປະຕິທິນ) ​ແມ່ນ​ງານ​ບຸນ​ສຳຄັນ​ກວ່າ​ໝູ່ ​ເພື່ອ​ແນ​ໃສ່​ຂໍ​ໃຫ້​ດິນ​ຟ້າ​ອາກາດ, ​ເທວະ​ດາ​ຟ້າ​ແຖນບັນດານ​ໃຫ້ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​​ຕະຫຼອດ​ປີ ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກຽວ​ໄດ້​ຮັບ​ຜົນ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ