(vovworld)- ໃນຊີວິດທາງດ້ານຈິດໃຈຂອງຊາວໄຫວຽດ, ງານແຕ່ງດອງແມ່ນວຽກງານທີ່ສຳຄັນຍິ່ງໃນຊີວິດຂອງແຕ່ລະຄົນ. ພິທີຕ່າງໆໃນງານແຕ່ງດອງແມ່ນເຕັມໄປດ້ວຍສີສັນຊາດ, ໄດ້ຮັບການຈັດຕັ້ງຕາມຮູບການແຕກຕ່າງກັນ ແລະ ຂຶ້ນກັບແຕ່ລະເຂດ,ແຕ່ລະແຖບຖິ່ນ, ແມ່ນຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ. ມາເຖິງປະຈຸບັນ ເຖິງວ່າໄດ້ມີການປ່ຽນແປງຫລາຍຢ່າງຕາມທ່າອ່ຽງພັດທະນາທີ່ທັນສະໄຫມຂອງສັງຄົມແລ້ວກໍຕາມ ແຕ່ບັນດາພິທີທີ່ເປັນປະເພນີຍັງຄົງສວມບົດບາດສຳຄັນໃນງານແຕ່ງດອງຂອງຊາວເຜົ່າກີງ.
ພິທີສູ່ຂໍຂອງຊາວຫວຽດ
ພາບ:internet
|
ໃນການສົມລົດ, ຊາວຫວຽດ ເຄີຍມີຄຳວ່າ ຢ້າທູ “giá thú” ໝາຍເຖິງການສົມລົດ ຫລືເອີ້ນຫຍໍ້ວ່າ ງານແຕ່ງດອງ. ຕົ້ນສັດຕະວັດທີ 20, ຢູ່ໃນຫນັງສືຢັ້ງຢືນຄູ່ສົມລົດກັນເຄີຍໃຊ້ຄຳວ່າ: ຢາ້ທູ“giá thú”. ສ່ວນປະຈຸບັນ, ຢູ່ຫວຽດນາມ ເຄີຍໃຊ້ຄຳວ່າຫນັງສືຢັ້ງຢືນການສົມລົດ. ຊາວຫວຽດນາມ ເຄີຍຖືວ່າ: ການແຕ່ງດອງແມ່ນວຽກງານຫນຶ່ງໃນຈຳນວນ 3 ວຽກທີ່ສຳຄັນຍິ່ງຂອງຊີວິດຄົນຫນຶ່ງ: ນັ້ນແມ່ນ “ຊື້ຄວາຍ, ແຕ່ງງານ, ປຸກສ້າງເຮືອນ”. ແລະກໍຕາມຈິດສຳນຶກຄົນຮຸ່ນກ່ອນ, ການເລືອກເອົາຈຸດເວລາທີ່ເລິກງາມຍາມດີເພື່ອແຕ່ງດອງແມ່ນຕາມອາຍຸຂອງຜູ້ສາວ. ກ່ອນນີ້ ງານແຕ່ງດອງຂອງຊາວຫວຽດມີຫລາຍພິທີທີ່ແຕກຕ່າງກັນ. ແຕ່ມາເຖິງປະຈຸບັນ ຍັງມີສາມພິທີ, ນັ້ນແມ່ນພິທີທາບທາບ, ພິທີສູ່ຂໍ ແລະ ງານແຕ່ງດອງ. ພິທີທາບທາມ ແມ່ນການພົບປະລະຫວ່າງຄອບຄົວເຈົ້າບ່າວ ແລະ ເຈົ້າສາວ. ຝ່າຍເຈົ້າບ່າວມາຕັ້ງບັນຫາກັບຝ່າຍເຈົ້າສາວຢ່າງເປັນທາງການ ຢາກໃຫ້ຄູ່ບ່າວສາວໄປມາຊອກຮູ້ກັນຢ່າງລະອຽດກວ່າກ່ອນທີ່ເປັນຄູ່ສົມລົດ. ທ່ານນາງ ຫວູທິແທນເຕີມ, ນັກວິຊາການຄົ້ນຄ້ວາວັດທະນະທຳຫວຽດນາມ, ສັງກັດຫໍພິພິທະພັນຊົນເຜົ່າຫວຽດນາມ ໃຫ້ຮູ້ວ່າ:
“ຜ່ານພິທີນີ້, ຄອບຄົວທັງເຈົ້າບ່າວແລະ ເຈົ້າສາວ ໄດ້ຮູ້ຈັກກັນກ່ຽວກັບສະພາບຂອງຄອບຄົວ, ຍາດຕິພີ່ນ້ອງໃນວົງຕະກູນຢ່າງລະອຽດກວ່າ.. ຈາກນັ້ນ ຈຶ່ງຕົກລົງຄວນດຳເນີນງານແຕ່ງດອງໃຫ້ຄູ່ບ່າວສາວຫລືບໍ່. ເຄື່ອງຂອງຖະຫວາຍໃນພິທີທາບທາມນີ້ພຽງແຕ່ມີໝາກໃບພູເທົ່ານັ້ນ. ປະຈຸບັນ, ນອກຈາກໝາກໃບພູແລ້ວ, ບາງຄອບຄົວຍັງມີຂັນໝາກໄມ້ຫລືເຫລົ້າ, ຊາ, ເຂົ້າໜົມ… ອີກດ້ວຍ. ຈາກພິທີທາບທາມຮອດພິທີສູ່ຂໍບໍ່ໄດ້ກຳນົດເວລາຢ່າງຊັດເຈນ, ບາງເທື່ອແມ່ນ 3 ເດືອນ ຫລືປີຫນຶ່ງ.”
ພາຍຫລັງພິທີທາບທາມແມ່ນພິທີສູ່ຂໍ. ເຄື່ອງສິນສອດໃນພິທີສູ່ຂໍຕ້ອງໄດ້ຮັບການກະກຽມຕາມຄວາມຮຽກຮ້ອງຂອງຝ່າຍເຈົ້າສາວ, ທຳມະດາລວມມີ: ໝາກ, ໃບພູເຫລົ້າ, ຊາ, ເຂົ້າໜົມ… ອີງຕາມແຕ່ລະທ້ອງຖິ່ນ.
ທາງຝ່າຍເຈົ້າບ່າວມາເຮືອນຝ່າຍເຈົ້າສາວລວມມີ ພໍ່ແມ່ ແລະ ຜູ້ຕາງຫນ້າພີ່ນ້ອງໃນວົງຕະກູນເອົາເຄ່ື່ອງສິນສອດໄປຍັງເຮືອນຝ່າຍເຈົ້າສາວ. ເຂົາເຈົ້າວາງເຄື່ອງສິນສອດໃສ່ຂັນໂດຍແມ່ນຜູ້ຊາຍຍັງໂສດຖື ແລະເມື່ອຮອດ ເຮືອນຝ່າຍເຈົ້າສາວແລ້ວ, ບັນດານາງສາວຍັງໂສດມາຮັບເອົາ.ໃນພິທີສູ່ຂໍ, ທາງຝ່າຍເຈົ້າບ່າວ ແລະ ຝ່າຍເຈົ້າສາວຈະໂອ້ລົມນຳກັນກ່ຽວກັບການກຳນົດມື້ສິນວັນດີ ເພື່ອ ຂໍຮັບເຈົ້າສາວເມືອເຮືອນ ແລະ ວຽກງານຕ່າງໆທີ່ຕ້ອງເຮັດໃນງານແຕ່ງດອງເຮັດແນວໃດໃຫ້ມີຄວາມກົມກຽວ. ທ່ານນາງ ຫວູທິແທນເຕີມໃຫ້ຮູ້ຕື່ມອີກວ່າ:
“ໃນພິທີສູ່ຂໍ, ເຄື່ອງສິນສອດຖືກວາງເທິງແຜ່ນບູຊາຂອງຄອບຄົວຝ່າຍເຈົ້າສາວ. ຫລັງຈາກນັ້ນ, ເຄື່ອງສິນສອດນັ້ນ ຝ່າຍເຈົ້າສາວຈະມອບສ່ວນຫນຶ່ງໃຫ້ຝ່າຍເຈົ້າບ່າວ. ສວ່ນຍັງເຫລືອຝ່າຍເຈົ້າສາວແບ່ງເປັນຫລາຍພູດ ພ້ອມກັບບັດເຊີນ, ບັດປະກາດການແຕ່ງດອງ ນຳໄປເຊື້ອເຊີນຍາດຕິພີ່ນ້ອງ, ໝູ່ເພື່ອນຂອງຝ່າຍເຈົ້າສາວ. ສ່ວນຝ່າຍເຈົ້າບ່າວບໍ່ຕ້ອງການເຄື່ອງສິນສອດ ຫາກພຽງແຕ່ບັດເຊີນກໍພໍ.”
ພາຍຫລັງພິທີສູ່ຂໍ ແມ່ນພິທີແຕ່ງດອງ ລວມມີບັນດາຂັ້ນຕອນຄື: ພິທີຕັ້ງບັນຫາຂໍຮັບເຈົ້າສາວ ແລະ ພິທີຮັບເຈົ້າສາວ. ກ່ອນເວລາຮັບເຈົ້າສາວ, ຝ່າຍເຈົ້າບ່າວຈະສົ່ງຜູ້ຖືຂັນໝາກ, ເຫລົ້າໄປເຮືອນຝ່າຍເຈົ້າສາວເພື່ອແຈ້ງໃຫ້ຝ່າຍເຈົ້າສາວຊາບ ທາງຝ່າຍເຈົ້າບ່າວໃກ້ຈະມາແລ້ວ ຫລັງຈາກນັ້ນແມ່ນພິທີຮັບເຈົ້າສາວ. ໃນພິທີຮັບເຈົ້າສາວ, ນຳຫນ້າຂະບວນຄົນແມ່ນຜູ້ມີອາຍຸສູງ, ມີອິດທິພົນໃນຄອບຄົວຂອງຝ່າຍເຈົ້າບ່າວ. ເມື່ອມາເຖິງເຮືອນເຈົ້າສາວ, ເຈົ້າສາວ ແລະ ເຈົ້າບ່າວຖະຫວາຍທູບທຽນຕໍ່ແຜ່ນບູຊາປູ່ຍ່າຕາຍາຍ. ມີພິທີຫນຶ່ງຍາມໃດກໍ່ໄດ້ຮັບຖືເປັນສຳຄັນໃນຫ້ອງນອນຂອງຄູ່ສົມລົດໃຫມ່ແມ່ນພິທີປູສາດ. ທ່ານນາງ ຫວູທິແທນເຕີມ ໃຫ້ຮູ້ວ່າ:
“ດ້ວຍຄວາມປາດຖະຫນາຢາກໃຫ້ຄູ່ຜົວເມຍໃຫມ່ມີຄວາມຜາສຸກຕະຫລອດຊີວິດ, ມີລູກມີຫລານ. ເຂົາເຈົ້າເຄີຍໃຫ້ຜູ້ອື່ນຊ່ວຍປູສາດໃນຫ້ອງນອນຄູ່ສົມລົດໃຫມ່. ຜູ້ປູສາດແມ່ນພໍ່ສື່ແມ່ສື່ ຫລືພໍ່ແມ່ຂອງເຈົ້າບ່າວ, ຫລືຜູ້ອາຍຸສູງ. ບັນດາຜູ້ຄົນເຫລ່ົານີ້ແມ່ນຜູ້ທີ່ມີລູກມີຫລານຫລາຍຄົນ,ແມ່ນຄົນ ໃຈດີ. ຮີດຄອງປະເພນີດັ່ງກ່າວປະຈຸບັນຍັງໄດ້ຮັບຖືເປັນສຳຄັນ, ເປັນຕົ້ນຢູ່ເຂດຊົນນະບົດ.”
|
ງານແຕ່ງດອງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກໍຄ້າຍຄືກັນກັບເຂດທົ່ງພຽງພາກເຫນືອ, ແຕ່ພິທີອຸດົມສົມບູນກວ່າ, ການຈັດຕັ້ງຂັ້ນຕອນຕ່າງໆແມ່ນເສຍເວລາຫລາຍກວ່າ. ງານແຕ່ງດອງຢູ່ພາກເຫນືອ,ທາງຝ່າຍເຈົ້າບ່າວໄປຮັບເຈົ້າສາວລວມມີ: ປູ, ຍ່າ ພໍ່ແມ່ຂອງເຈົ້າບ່າວ, ແຕ່ຢູ່ເຂດທົ່ງພຽງແມ່ນ້ຳຂອງຕ້ອງມີຜູ້ຕ່າງຫນ້າໃຫ້ວົງຕະກູນນຳຫນ້າ ແລະ ຖັດມາແມ່ນພໍ່ສື່. ນອກຈາກເຈົ້າບ່າວແລ້ວຍັງມີຜູ້ຊ່ວຍເຈົ້າບ່າວ, ຜູ້ຈັບຂັນເຄື່ອງສິນສອດ. ທາງຝ່າຍເຈົ້າບ່າວໄປຂໍຮັບເຈົ້າສາວຕ້ອງໄປກ່ອນ ແລະ ຈຳນວນສະມາຊິກຕ້ອງເປັນເລກຄູ່ ເພາະວ່າ ເຂົາເຈົ້າຂະລຳເລກຄີກ. ທ່ານນາງ ຫວໍມາຍເຟືອງ, ນັກວິຊາການຄົ້ນຄ້ວາວັດທະນະທຳຫວຽດນາມ, ຫໍພິພິທະພັນຊົນເຜົ່າຫວຽດນາມໃຫ້ຮູ້ວ່າ:
“ຂັ້ນຕອນຮັບເຈົ້າສາວຢູ່ເຂດທົ່ງພຽງແມ່ນ້ຳຂອງຄ້າຍຄືງານແຕ່ງດອງຂອງຊາວຫວຽດຢູ່ພາກເຫນືອ. ເຈົ້າສາວເຈົ້າບ່າວຕ້ອງຖະຫວາຍທູບທຽນ, ຂໍອະນຸຍາດປູ່ຍ່າຕາຍາຍ, ເຈົ້າບ່າວ ຕ້ອງຂໍອະນຸຍາດຮັບເຈົ້າສາວເມືອເຮືອນເຈົ້າບ່າວ. ເມື່ອມາຮອດເຮືອນເຈົ້າບ່າວ, ເຈົ້າສາວເຈົ້າບ່າວຕ້ອງຖະຫວາຍທູບທຽນຕໍ່ປູ່ຍາຕາຍາຍ. ເຖິງຢ່າງໃດກໍຕາມ, ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ມີຫລັກການຫນຶ່ງວ່າ ເມື່ອນັ່ງເທິງເຮືອຫລືພວມເດີນທາງ ຍາມໃດເຈົ້າບ່າວກໍຈັບມືເຈົ້າສາວຕະຫລອດ. ສິ່ງນີ້ໝາຍຄວາມວ່າບໍ່ຢາກໃຫ້ຜູ້ໃດແບ່ງແຍກຄູ່ສົມລົດໃຫມ່. ເມື່ອມາຮອດເຮືອນເຈົ້າບ່າວແລ້ວ, ເຈົ້າສາວເຈົ້າບ່າວທຳພິທີສະເຫນີຕົວ,ເຊີນແຂກແລະພິ່ນ້ອງດື່ມເຫລົ້າ..ບັນດາພິທີນີ້ກໍຄ້າຍຄືຊາວຫວຽດຢູ່ພາກເຫນືອ.”
ເຈົ້າສາວ, ເຈົ້າບ່າວຖະຫວາຍທູບທຽນຕໍ່ປູ່ຍ່າຕາຍາຍ
ພາບ:internet
|
ພິທີພົບກັນຄືນຢູ່ເຂດທົ່ງພຽງແມ່ນ້ຳຂອງເຄີຍດຳເນີນໄປພາຍຫລັງງານແຕ່ງດອງ 3 ມື້ ຄ້າຍຄືຢູ່ພາກເຫນືອມີຄວາມແຕກຕ່າງກ່ຽວກັບວິທີເອີ້ນ. ນອກນັ້ນ ຍັງມີຈຸດຫນື່ງທີ່ແຕກຕ່າງໃນງານແຕ່ງດອງລະຫວ່າງສອງພາກ ນັ້ນແມ່ນສິນສອດ. ທ່ານນາງ ຫວໍມາຍເຟືອງໃຫ້ຮູ້ຕື່ມອີກວ່າ:
“ຢູ່ພາກເຫນືອ, ເລື່ອງຕ້ອງມີໝາກ ແລະ ໃບພູແມ່ນສຳຄັນທີ່ສຸດ. ສ່ວນຢູ່ພາກໃຕ້, ໃນພິທີສູ່ຂໍ, ງານດອກໍມີເຊັ່ນດຽວກັນ ແຕ່ບໍ່ຫລາຍຄືຢູ່ພາກເຫນືອ. ຢູ່ເຂດທົ່ງພຽງແມ່ນນ້ຳຂອງ, ສິນສອດໃນງານແຕ່ງດອງຕ້ອງມີຄູ່ທຽນທີງາມຕາ, ສ່ວນຍັງເຫລືອແມ່ນຄືກັນກັບຢູ່ພາກເຫນືອ.”
ປະຈຸບັນ ງານແຕ່ງດອງຂອງຊາວເຜົ່າກີງ ເຖິງວ່າບໍ່ອຸດົມສົມບູນຄືກ່ອນນີ້ກໍຕາມ ແຕ່ຍັງຄົງຮັກສາຈຸດວັດທະນະທຳປະເພນີໄວ້ໄດ້. ອີງຕາມແຕ່ລະທ້ອງຖິ່ນ, ສະພາບຂອງແຕ່ລະຄອບຄົວ, ງານແຕ່ງດອງໄດ້ຮັບການຈັດຕັ້ງຕາມຮູບການທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ງານແຕ່ງດອງແມ່ນຈຸດເວລາສຳຄັນ, ເປັນຫນ້າຈົດຈໍໃນຊີວິດຂອງແຕ່ລະຄົນ.