ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນທີ່ເປນມູນເຊື້ອຂອງຊາວເຜົ່າ ຂະແມ


(vovworld) - ​ໃນ​ປະຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດນາມ, ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຂະ​ແມ​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມັນ​ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ພິ​ເສດສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ເໝາະ​ສົມ​ກັບ​ການ​ອອກ​ແຮງ​ງານ, ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​​ເຂົາ​ເຈົ້າອີກ​ດ້ວຍ.

ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນທີ່ເປນມູນເຊື້ອຂອງຊາວເຜົ່າ ຂະແມ - ảnh 1

ຊຸດ​ອາພອນ​ຂອງ​ຂອງຜູ້ຍິງຊົນ​ເຜົ່າ ຂະ​ແມ​

(ພາບອິນເຕີແນດ)

        ກໍ່​ເຊັ່ນ​ດຽວ​ກັບ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ, ຊຸດ​ອາພອນ​ຂອງ​ຊົນ​ເຜົ່າ ຂະ​ແມ​ລະອຽດ​ລະ​ອໍ​ພໍສົມຄວນ ດ້ວຍ​ສີສັນ​ຫຼາກ​ຫຼາຍ​ ​ແລະເປັນ​ເອກະລັກ​ສະ​ເພາະ. ນັບ​ແຕ່​ເວລາ​ຍັງ​ນ້ອຍ, ຊາວ​ເຜົ່າ​ ຂະ​ແມ ​​ເຄີຍ​ນຸ່ງ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ ​ເພື່ອ​ເຂົ້າ​ຮ່ວມ​ພິທີງານ​ບຸນ​ຕ່າງໆ. ຊຸດ​ອາພອນ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ຄວາມ​ສວຍ​ງາມ​​ ​ໃຫ້​ບັນດາ​ສາວ ຂະ​ແມ​ໃນ​ວາດ​ຟ້ອນ​ທີ່​ອອນຊອນຍິ່ງຂຶ້ນ. ​ ​ສ່ວນຜູ້​ບ່າວ ຂະ​ແມ, ​ເມື່ອ​ນຸ່ງ​ຊຸດ​ອາພອນປະຈຳ​ເຜົ່າ​ຂອງ​ຕົນ, ສະ​ແດງດົນຕີ 5 ປະ​ເພດ ກໍ່​ເຫັນ​ວ່າມີ​ຄວາມ​​ເຂັ້ມແຂງ​ແຮງ​ກ້າກວ່າ​ອີກ. ອ້າຍ ຟ້າ​ມມິ​ງຮ່ວາງ, ຜູ້​ແນະນຳ​ໃນ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​​ໃນ​ພິທີ​ສຳຄັນ, ຜູ້ຍິງ​ຈະ​ນຸ່ງ​ສິ້ນ Sampet hol ຫຼື Sampet Chorphum, ທີ່​ເຮັດ​ດ້ວຍ​ເ​ເພ​ໄໝ, ຫຼື​ ​ແພ​ຝ້າຍ, ດ້ວຍ​ສີສົດ​​ໃສ​ເຊັ່ນ: ​ສີ​ແດງ, ສີ​ອິດ, ສີ​ເຫຼືອງ... ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, ​ແມ່ຍິງ ຂະ​ແມ​ເຄີຍ​ນຸ່ງ​ໂສ້ງ​ເສື້ອ​ຄື​ຊາວ​ກິ​ງ. ອີງ​ຕາມ​ເກນອາຍຸ​ເຂົາ​ເຈົ້າ​ກໍ່​ມີ​ການ​ນຸ່ງ​ຖື​ຕ່າງ​ກັນ. ຜູ້​ໜຸ່ມ​ເຄີຍ​​ໃສ່​ໂສ້ງ​ແພ​ໄໝ​ສີດຳ, ​ເສື້ອ​ບ່າ​ບາ ຫຼື ​ໂສ້ງ​ເສື້ອ​ທຳ​ມະ​ດາ. ຜູ້​ມີ​ອາຍຸ​ສູງ​ນຸ່ງ​ໂສ້​ງ​ເສື້ອ​ບ່າ​ບາສີ​ດຳ, ​ໃຊ້​ຜ້າພັນ​ຫົວ. ສ່ວນ​ຊຸດ​ອາພອນ​ຂອງ​ຜູ້​ຊາຍຊາວ​ເຜົ່າ ຂະ​ແມ​ແມ່ນ​ທຳ​ມະ​ດາ​ງ່າຍດາຍ, ​ເຂົາ​ເຈົ້າ​ເຄີຍ​ນຸ່ງຜ້າສະ​ໂລ່ງ , ບໍ່​ໃສ່​ເສື້ອ. ​ເມື່ອ​ອອກ​ນອກ​ເຂົາ​ເຈົ້າ​ນຸ່ງ​ເສື້ອ​ບ່າ​ບາສີ​ດຳ​ຄື​ຊາວກິ​ງ.

ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນທີ່ເປນມູນເຊື້ອຂອງຊາວເຜົ່າ ຂະແມ - ảnh 2

ຊຸດ​ອາພອນ​ທີ່ເຄີຍໃຊ້ໃນງານບຸນຂອງ​ຊົນ​ເຜົ່າ ຂະ​ແມ​

(ພາບອິນເຕີແນດ)

        ເຖິງຢ່າງໃດກໍ່ຕາມ, ໃນຊີວິດປະຈຳວັນ, ຊຸດອາພອນຂອງຜູ້ຊາຍ ແລະ ຜູ້ຍິງຊາວເຜົ່າ ຂະແມ ກໍ່ມີຄວາມແຕກຕ່າງກັນຫຼາຍ. ຜູ້ຍິງຊາວເຜົ່າ ຂະແມເຄີຍນຸ່ງສິ້ນ​ຫຼາຍ​ປະ​ເພດ, ​ແຕ່​ນຸ່ງຫຼາຍ​ກວ່າໝູ່​ແມ່ນ​ສິ້ນ Sampet Chon Kpal. ພິ​ເສດ, ຄວາມ​ງານ​ໃນ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຂະ​ແມ​ແມ່ນ​ຖືກ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ວັນ​ແຕ່ງງານ. ອ້າຍ ຮ່ວາງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​​ໃນ​ວັນ​ແຕ່ງງານ, ເຈົ້າ​ສາວ​ຈະ​ນຸ່ງສິ້ນ Sampol hol ສີ​ແດງ​ແກ່ ຫຼື​ສີ​ບົວ ພ້ອມ​ກັບ​ເສື້ອ​ສັ້ນຮັດ​ຄີງ ຫຼື​ເສື້ອ​ຍາວ ​Tampong ສີ​ແດງ, ​ໃຊ້​ຜ້າ​ບ່ຽງສີຂາວ, ຖື​ໝວກ Kpal Plop ຮູບ​ທາດ​ຫຼາຍ​ຊັ້ນ, ທີ່​ປະດັບ​ປະດາ​ດ້ວຍ​ການ​ປັກ​ແສ່ວ​ລວດລາຍຫຼາຍ​ສີຄື​ດັ່ງ​ມົງກຸດ​ນ້ອຍໆ. ສ່ວນ​ເຈົ້າ​ບ່າວ​ຈະ​ນຸ່ງ Hol ສີ​ແດງ​​ແກ່, ​​ເສື້ອສັ້ນ​ສີຂາວ ຫຼື​ເສື້ອ​​ສີແຂນ​ຍາວ​, ຄໍ​ເສື້ອ​ແຂງ ​ແລະ ​ໃຊ້​ຜ້າ​ບ່ຽງ. ນອກ​ນັ້ນ​ເຈົ້າ​ບ່າວ​ຍັງ​ຖືມີດ​ນ້ອຍຢູ່​ທາງ​​ຂ້າງ ດ້ວຍ​ຄວາມ​ໝາຍ​ປົກ​ປ້ອງ​ໃຫ້​ເຈົ້າ​ສາວ​ອີກ​ດ້ວຍ.

ຈຸດທີ່ເປັນເອກະລັກສະເພາະໃນຊຸດອາພອນທີ່ເປນມູນເຊື້ອຂອງຊາວເຜົ່າ ຂະແມ - ảnh 3

ຊຸດ​ອາພອນ​ໃນງານແຕ່ງດອງຂອງເຈົ້າບ່າວ, ເຈົ້າສາວຊົນ​ເຜົ່າ ຂະ​ແມ​

(ພາບອິນເຕີແນດ)

        ນອກ​ນັ້ນ, ​ເພື່ອ​ສ້າງ​ຄວາມ​ງາມ​ໃຫ້​ຜູ້ຍິງ​ໃນ​ງານ​ດອງ​ຕື່ມ​ອີກ, ​ເຂົາ​ເຈົ້າ​ຍັງ​ໃສ່​ຜ້າ Sbay ທີ່​ບ່ຽງ​ແຕ່​ບ່າ​ໄຫຼ່​ລົງ​ກະດູກ​ຂ້າງ​ເບື້ອງ​ຂວາ. ກ່ອນ​ນີ້, ຜ້າ Sbay ຂອງ​ເຈົ້າ​ສາວ​ຖືກ​ຫຍິບ​ດ້ວຍ​ຜ້າ​ສີ​ເຫຼືອງ ​ແລະ ປະດັບ​ປະດາ​ດ້ວຍ ໝາກ​ຕຸ້ມ ​ເຫຼື້ອມ​ແວວ​ວາວ, ສ້າງ​ເປັນ​ລວດລາຍ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊາວ​ເຜົ່າ ຂະ​ແມ.

        ຊຸດ​ອາພອນ​ຂອງ​ແມ່ຍິງ​ຊາວ​ເຜົ່າ ຂະ​ແມ, ຍາມ​ໃດ​ກໍ່​ຮັບ​ຄວາມ​ສົນ​ໃຈ​ຍ້ອນ​ລັກສະນະ​ລະອຽດ​ລະ​ອໍ, ສີສັນ​ສົດ​​ໃສ, ລວດລາຍ​ປະດັບ​ປະດາທີ່​ສວຍ​ງາມ​ດ້ວຍ ໝາກ​ຕຸ້ມ ​ເຫຼື້ອມ​ແວວ​ວາວ. ສຳລັບ​ຜູ້ຍິງຊາວ​ເຜົ່າ ຂະ​ແມ​ແຕ່​ລະ​ຄົນ, ​ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ຫຍຸ້ງຍາກ, ຂາດ​ເຂີນ​ຄື​ແນວ​ໃດ ກໍ່​ຕ້ອງ​ກະກຽມ​ໃຫ້​ຕົນ ​ແລະ ຄອບຄົວ​ບັນດາ​ຊຸດ​ອາພອນ​ທີ່​ເປັນມູນ​ເຊື້ອ ​ເພື່ອ​ນຸ່ງ​ໃນ​ໂອກາດ​ວັນ​ບຸນ​ທີ່​ສຳຄັນ. ນັ້ນ​ກໍ່​ແມ່ນ​ການ​ຮັກສາ ສີສັນ​ວັດທະນະທຳ​ຊົນ​ເຜົ່າ​ໃນ​ແຕ່​ລະ​ຄອບຄົວ​ຊາວ​ເຜົ່າ ຂະ​ແມ.

        ​ໃນ​ຊີວິດ​ປະຈຳ​ວັນ, ຊາວ​ເຜົ່າ ຂະ​ແມ ​ເຄີຍ​ນຸ່ງ​ໂສ້ງ​ເສື້ອ​​ສີດຳ​ເພື່ອ​ສົມ​ກັບ​ເງື່ອນ​ໄຂ​ເຮັດ​ວຽກ​ງານ​ກະສິກຳ. ພິ​ເສດ, ຊາວ​ເຜົ່າ ຂະ​ແມ​ຍັງ​ມີ​ຄວາມຊຳນານ​ໃນ​ການ​ຍ້ອມ​ສີ, ດ້ວຍ​ເຕັກນິກ​ຍ້ອມ​ສີ​ Tkat, Batik ທີ່​ເປັນ​ມູນ​ເຊື້ອ, ສາມາດ​ຮັກສາ​​ບໍ່​ໃຫ້ແພ​ໄໝ​ຕົກສີ​ງ່າຍໄດ້.

        ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ ຂະ​ແມ​​ແມ່ນ​ການ​ສະທ້ອນ​ໃຫ້​ເຫັນຮີດຄອງ​ປະ​ເພນີ, ​ໃນ​ຊີວິດ​ປະຈຳ​ວັນ ​ແລະ ​ໃນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອຂອງ​ເຂົາ​ເຈົ້າ.

       

ຕອບກັບ

ຂ່າວ/ບົດ​ອື່ນ